ເລືອດໄຫຼໃນລະບົບລະລາຍສ່ວນເທີງ

28/09/2021

ເລືອດອອກໃນກະເພາະລໍາໄສ້ແມ່ນ ໜຶ່ງໃນເຫດສຸກເສີນທາງການແພດທີ່ຮ້າຍແຮງເຊິ່ງຖ້າບໍ່ປິ່ນປົວໃຫ້ທັນເວລາອາດເປັນອັນຕະລາຍເຖິງຊີວິດໄດ້. ເລືອດໄຫຼໃນລະບົບລະລາຍ,ເຊິ່ງເອີ້ນກັນວ່າເລືອດອອກຕາມທໍ່ລະບົບລະລາຍ, ເກີດຂື້ນເມື່ອເລືອດອອກຈາກຫຼອດເລືອດ ແລະ ໄຫຼເຂົ້າສູ່ລະບົບລະລາຍ. ສະພາບການນີ້ສາມາດເກີດຂຶ້ນໄດ້ຢູ່ໃນທຸກພາກສ່ວນຂອງລະບົບທາງເດີນອາຫານເຊັ່ນ: ຫຼອດອາຫານ, ກະເພາະອາຫານ, ລໍາໄສ້ ຫຼື ຮູທະວານ.

ອາການເລືອດໄຫຼໃນລະບົບລະລາຍມັກເປັນຜົນມາຈາກພະຍາດທີ່ກ່ຽວຂ້ອງກັບລະບົບຍ່ອຍອາຫານທີ່ບໍ່ໄດ້ຄວບຄຸມ.ແມ່ນຂຶ້ນຢູ່ກັບຂອບເຂດຂອງຄວາມເສຍຫາຍຕັ້ງແຕ່ຂັ້ນບໍ່ຮ້າຍແຮງເຖິງຂັ້ນຮ້າຍແຮງ ຫຼື ມັນຍັງສາມາດເຮັດໃຫ້ຕົກໃຈ.ອີງຕາມຈຸດທີ່ມີເລືອດອອກຂອງລະບົບລະລາຍ, ອາການນີ້ແບ່ງອອກເປັນ 2 ປະເພດ:

ເລືອດໄຫຼໃນລະບົບລະລາຍສ່ວນເທີງ:

ເກີດຂຶ້ນຈາກຫຼອດອາຫານທີ່ຂະຫຍາຍໄປຫາບ່ອນ D4 ຂ້າງເທິງເສັ້ນເອັນ Triez.  ນີ້ແມ່ນພາກສ່ວນທີ່ແຍກຂອງລຳໄສ້ອອ່ນສ່ວນເທີງ ກັບ ສ່ວນຫລຸ່ມ.

ອາກາເລືອດໄຫຼລະບົບລະລາຍສ່ວນລຸ່ມ:ອາການເລືອດໄຫຼນີ້ເກີດຂື້ນແຕ່ເສັ້ນເອັນTriez ຂະຫຍາຍອອກໄປຫາຮູທະວານ. ຄົນເຈັບມີອາການເລືອດໄຫຼໃນລະບົບລະລາຍຮຸນແຮງ.

ບົ່ງມາຕິອາການເລືອດໄຫລ່ໃນລະບົບລຳໄສ້ແມ່ນແນວໃດ?

ທ່ານໝໍຈະສົມທົບອາການຜ່ານການສອບຖາມ ແລະ ການກວດ:

ກໍລະນີສະແດງອາການ: ຄົນເຈັບມີອາການຮາກອອກເລືອດ, ຖ່າຍອາຈົມເປັນສີດໍາ, ມີອາການເສຍເລືອດກະທັນຫັນ.

ກໍລະນີບໍ່ສະແດງອາການ: ມີພຽງອາການຂອງການເສຍເລືອດໂດຍບໍ່ໄດ້ສະແດງອາການໃນເວລານີ້ມັນຈຳເປັນຕ້ອງໄດ້ແຍ່ທໍ່ກະເພາະເພື່ອກວດ, ຖ້າບໍ່ມີເລືອດຈະບໍ່ໄດ້ອອກການບົ່ງມະຕິ.ການກວດຮູທະວານເພື່ອຊອກຫາອາການຂອງອາຈົມເປັນສີດໍາ. ການກວດລະບົບທາງເດີນອາຫານ  – ລຳໄສ້ສ່ວນເທີງ ຖ້າຫາກວ່າສົງໃສມີເລືອດອອກຢູ່ໃນລະບົບລະລາຍອາຫານສ່ວນເທີງ. 

ປະເມີນຄວາມສ່ຽງຂອງການມີເລືອດອອກຊ້ຳຄືນ ແລະ ຄວາມຮຸນແຮງ:

ຄວາມຮຸນແຮງຂອງພະຍາດແມ່ນກ່ຽວຂ້ອງກັບການຈັດການ.ດັ່ງນັ້ນ, ຜ່ານການກວດ ແລະ ຊ່ອງຂອງທ່ານໝໍຈະກຳນົດລະດັບອາການຄວາມຮູນແຮງ ແລະ ມີຄວາມສ່ຽງຂອງການມີເລືອດອອກຄືນໄດ້ ໂດຍອີງຕາມອາການດັ່ງຕໍ່ໄປນີ້: ອາການຂອງການມີເລືອດອອກຢ່າງຕໍ່ເນື່ອງ ຫຼື ເກີດຂຶ້ນຊໍ້າຄືນ: ຄວາມດັນຂອງເລືອດມີການປ່ຽນແປງ, ຫຼຸດລົງ, ກໍາມະຈອນມີສັນຍານເພີ່ມຂຶ້ນ.

ການກວດຊ່ອງລະບົບລະລາຍ: ສາມາດປະເມີນໄດ້ໂດຍອີງຕາມການຈັດປະເພດ Forrest ຫຼື Rockall scale.

ເມື່ອກວດພົບອາການເລືອດໄຫຼ່ໃນລະບົບລະລາຍ, ຄົນເຈັບຄວນເອົາໃຈໃສ່ຫຍັງແດ່?

ເມື່ອພົບເຫັນອາການເລືອດໄຫຼໃນລະບົບລະລາຍເກີດຂື້ນຄົນເຈັບຄວນໄປກວດທັນທີເພື່ອໄດ້ຮັບການກວດຫາພະຍາດ ແລະ ປິ່ນປົວໂດຍຜູ້ຊ່ຽວຊານໃຫ້ຖືກຕ້ອງ.

 ນອກຈາກນັ້ນ,ການຢຸດຢາຫຼວງບາງຊະນິດທີ່ສາມາດເຮັດໃຫ້ເລືອດອອກຮ້າຍແຮງກວ່າເກົ່າ. ສີ່ງທີ່ພົບຫຼາຍທີ່ສຸດມີດັ່ງຕໍ່ໄປນີ້:

ບັນດາຢາເຮັດໃຫ້ພາວະເລືອດຈາງ: ສະແດງອາການແມ່ນ Warfarin  ຢານີ້ສາມາດຂັດຂວາງຂະບວນການລືອດກ້າມທຳມະຊາດ.ດ້ວຍເຫດນີ້ເພີ່ມຄວາມສ່ຽງຂອງການມີເລືອດອອກ ຫຼື ເຮັດໃຫ້ເລືອດໄຫຼອອກຈາກລະບົບລະລາຍກາຍເປັນຮ້າຍແຮງ.

  Ibuprofen ແລະ NSAIDs ອື່ນ: ຢາຊະນິດນີ້ສາມາດເຮັດໃຫ້ເກີດອາການເລືອດໄຫຼໃນລະບົບລະລາຍຂອງຄົນເຈັບ. ເພາະສະນັ້ນ,ຖ້າກິນຢາເຫຼົ່ານີ້ເປັນປະຈໍາ, ເຈົ້າຄວນພິດຈະລະນາຢຸດຢາ ຫຼື ປຶກສາ ທ່ານ ໝໍ ເພືີ່ອປ່ຽນຢາຊະນິດອື່ນ.

Aspirin: ອາດຈະເຮັດໃຫ້ເກີດການຂັດຂວາງການໄຫຼວຽນຂອງເມັດເລືອດນ້ອຍ. ຍັງສາມາດເຮັດໃຫ້ອາການເລືອດໄຫຼຢ່າງຮ້າຍແຮງຕື່ມ. ເພາະສະນັ້ນ. ຄວນຢຸດ  ແລະ ໃຊ້ຢາປີ່ນປົວໃຫ້ອາການຫາຍດີເປັນປົກກະຕິ.

 ວິທີການປິ່ນປົວ

ແມ່ນຂຶ້ນກັບສາເຫດຂອງອາການມີເລືອດໄຫລໃນລຳໄສ້, ຄົນເຈັບໄດ້ຮັບການປິ່ນປົວ:

ສະໜອງເກືອແຮ່, ການສົ່ງເລືອດ ແລະ ຢາ ເຊັ່ນ: ການເຄືອບເຍື່ອເມືອກໃນກະເພາະອາຫານ, ຢາເພື່ອສະກັດກັ້ນການລະລາຍຂອງກະເພາະອາຫານ. ຫຼື ຊ່ອງໂດຍການສັກຢາເພື່ອຢຸດເລືອດອອກຢູ່ບາດແຜ, ປິດhemostasis, ຈູດເພື່ອຢຸດເລືອດ ຫຼື ອາດມີການຜ່າຕັດເພືີອປິ່ນປົວ. 

ການດູແລຄົນເຈັບທີ່ມີເລືອດອອກໃນລະບົບລະລາຍ,ຄວນເອົາໃຈໃສ່ອັນໃດແນ່

- ໃຊ້ເວລາພັກຜ່ອນຢູ່ໃນບ່ອນທີ່ງຽບສະຫງົບ. ຕ້ອງນອນຢູ່ໃນທ່າຫງາຍ ແລະ ໃຫ້ຫຼັງຕົງກັບຕຽງ. ບໍ່ໃຫ້ໃສ່ໝອນ, ໝອນຫົວ. ສາມາດໃຊ້ຜ້າຈຸບນ້ຳອຸ່ນໃສ່ບໍລິເວນທ້ອງເພື່ອບັນເທົາອາການເຈັບທີ່ເກີດຈາກອາການຂອງພະຍາດ ຫຼື ການຜ່າຕັດ.

 - ເມື່ອບາດແຜເລີ່ມມີການຄົງຕົວແລ້ວ, ຍ່າງຄ່ອຍໆເພື່ອໃຫ້ຮ່າງກາຍສະບາຍ ແລະ ຜ່ອນຄາຍ.  ຫ້າມບໍ່ຄວນອອກກຳລັງກາຍໜັກ ຫຼື ເຄື່ອນໄຫວຫຼາຍ.

 - ເຮັດໃຫ້ຈິດໃຈຜ່ອນຄາຍ, ຫ່າງຈາກຄວາມກົດດັນ, ຄວາມຄຽດ ຫຼື ຄວາມຄິດໃນແງ່ລົບ. ເຈົ້າສາມາດຊອກຫາວິທີແກ້ໄຂເຊັ່ນ: ຟັງເພງ, ອ່ານປຶ້ມ ຫຼື ລົມກັບຄົນທີ່ເຈົ້າຮັກ.

 -ກິນອາຫານທີ່ຍ່ອຍງ່າຍເຊັ່ນ: ເຂົ້າປ່ຽກເຂົ້າອອນ່ໆ, ແກງເປື່ອຍ ແລະ ສາມາດດື່ມນົມໄດ້. ພຽງແຕ່ກິນອາຫານທີ່ມີປະລິມານໜ້ອຍ, ຫຼີກລ່ຽງການຫິວ ຫຼືອີ່ມເກີນໄປ. 

ມີວິທີປ້ອງກັນຄວາມສ່ຽງຂອງການມີເລືອດອອກໃນລະບົບລະລາຍຄືແນວໃດ?

ອາການເລືອດໄຫຼໃນລະບົບລະລາຍອາດຈະຖືກແກ້ໄຂຢ່າງສົມບູນ, ແຕ່ວ່າຍັງມີຄວາມສ່ຽງສູງຫຼາຍທີ່ຈເກີດຂຶ້ນຄືນໃດ້.ໂດຍສະເພາະໃນກໍລະນີທີ່ຄວາມເສຍຫາຍຕໍ່ເຍື່ອຂອງອະໄວຍະວະຍ່ອຍອາຫານຍັງບໍ່ທັນຫາຍດີ. 

ເອົາໃຈໃສ່ກັບມາດຕະການ ການປ້ອງກັນພະຍາດຕໍ່ໄປນີ້:

ຫຼີກລ່ຽງຫ່າງຈາກເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ສິ່ງກະຕຸ້ນເຊັ່ນ: ເຫຼົ້າ, ຊາ, ກາເຟ.ຈຳກັດການບໍລິໂພກອາຫານສຳເລັດຮູບ,ອາຫານທີ່ມີໄຂມັນ ຫຼື ເຜັດ, ອາຫານປຸງແຕ່ງ, ອາຫານທີ່ເຢັນ ຫຼື ຮ້ອນເກີນໄປ.

 ເພີ່ມການບຳລູງອາຫານທີ່ອຸດົມດ້ວຍເສັ້ນໄຍ, ຜັກສົດ ແລະ ໝາກໄມ້ເພີ່ມໃນອາຫານປະຈຳວັນ.

 ເຕີມນໍ້າໃນປະລິມານທີ່ຮ່າງກາຍຕ້ອງການ, ຈາກ 2 - 2,5 ລິດເພື່ອຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ມີປະສິດທິພາບຫຼາຍຂຶ້ນ. 

ຄວນກິນໃຫ້ທັນເວລາ, ກິນອາຫານໃຫ້ຄົບຖ້ວນ, ແທນທີ່ຈະກິນອາຫານຫຼັກ 3 ຄາບສາມາດແບ່ງອອກເປັນ 5-6 ຄາບເພື່ອຫຼຸດຄວາມດັນຕໍ່ອະໄວຍະວະຍ່ອຍອາຫານ. 

ອາຫານຄວນໄດ້ຮັບການປຸງແຕ່ງສຸກສະອາດ. ເມື່ອເຍື່ອກະເພາະຍ່ອຍອາຫານໄດ້ຮັບຄວາມເສຍຫາຍ, ຄວນໃຫ້ຄວາມສໍາຄັນກັບອາຫານປະເພດເຂົ້າປຽກ ແລະ ໂຈກ.

ສ້າງ ແລະ ຮັກສາວິຖີຊີວິດທີ່ມີສຸຂະພາບດີ. ຫຼີກລ່ຽງການນອນເດິກຫຼັງຈາກ 23 ໂມງ, ນອນໃຫ້ຖືກເວລາ, ນອນໃຫ້ພຽງພໍ. ດຸ່ນດ່ຽງການເຮັດວຽກ ແລະ ເວລາພັກຜ່ອນ,ຄວບຄຸມຄວາມຕື່ງຄຽດໃຫ້ໄດ້ດີ.  ຄວນອອກກຳລັງກາຍທຸກມື້ເພື່ອປັບປຸງພູມຕ້ານທານຂອງຮ່າງກາຍ.

 

ຂ່າວອື່ນໆ