ການບໍລິການສຸກເສີນ 24/7

ໂທເບີສຸກເສີນ 030 9966999

ຫ້ອງສຸກເສີນຂື້ນກັບພະແນກປີ່ນປົວຂອງໂຮງໝໍຮ່າໂນ້ຍ - ວຽງຈັນ ເປີດໃຫ້ບໍລິການທຸກວັນຕະຫຼອດ 24/7 (ລວມທັງມື້ບຸນແລະວັນພັກ).

ຫ້ອງບໍລິຫານຊັ້ນ 1 ຂອງໂຮງໝໍໄດ້ຮັບການຕິດຕັ້ງເຄື່ອງອຸປະກອນທີ່ຮັບໃຊ້ສຸກເສີນທັງມີບຸກລະລາກອນການແພດທີ່ໄດ້ຮັບການເຝີກອົບຮົມວິຊາສະເພາະກ່ຽວກັບເຫດສຸກເສີນ, ມີການເຮັດວຽກແບບເປັນມືອາຊີບ, ສາມາດປະຖົມພະຍາບານສຸກເສີນ ແລະ ກູ້ຊີບເບື້ອງຕົ້ນໃນກັບທຸກໆຄົນເຈັບສຸກເສີນໃນໂຮງໝໍແລະນອກໂຮງໝໍ; ແກ້ໄຂສະຖານະການສຸກເສີນສະເພາະເປັນລາຍຍ່ອຍຈົນເຖີງການແກ້ໄຂສຸກເສີນແບບເປັນໝູ່ເຊັ່ນ ອຸປະຕິເຫດ, ອາຫານເປັນພິດ. ຄົນເຈັບສຸກເສີນຈະໄດ້ຮັບການກວດແລະຕິດຕາມຢູ່ທີ່ພະແນກ ແລະ ເມື່ອຕ້ອງການຈະຖືກຍ້າຍໄປທີ່ພະແນກປີ່ນປົວພາຍໃນຂອງໂຮງໝໍຮ່າໂນ້ຍ - ວຽງຈັນ.

ຫ້ອງສຸກເສີນສາມາດດູແລຄົນເຈັບສຸກເສີນທັງໃນແລະນອກໂຮງໝໍ. ໄປຄຽງຄູ່ກັນນັ້ນ, ຫ້ອງສຸກເສີນຂອງໂຮງໝໍຮ່າໂນ້ຍ - ວຽງຈັນ ຍັງໄດ້ໃຫ້ບໍລິການພິເສດເຊັ່ນ: ລົດສຸກເສີນສາມາດຮັບຄົນເຈັບເຖີງທີ່, ບໍລິການເຄື່ອນຍ້າຍຄົນເຈັບໄປໂຮງໝໍສູນກາງ... ທັງຍັງສາມາດຮັບຄົນເຈັບສຸກເສີນທີ່ຢູ່ຕ່າງແຂວງໄດ້.

ການເຄື່ອນໄຫວດ້ານວີຊາສະເພາະຂອງຫ້ອງສຸກເສີນ:

  • ບໍລິການສຸກເສີນຕະຫຼອດ 24/24, ທັນເວລາ, ໄດ້ຮັບຜົນດີ
  • ຂັ້ນຕອນສຸກເສີນລະອຽດ, ກະທັດຮັດ
  • ແຍກຄົນເຈັບຕາມລະດັບ
  • ຕິດຕາມ, ຕີລາຄາແລະແກ້ໄຂສຸກເສີນ
  • ແກ້ໄຂສະຖານະການສຸກເສີນໄດ້ທັນທີ
  • ຜ່າຕັດສຸກເສີນ