ແນາະນຳທົ່ວໄປ

   ໃດ້​ຮັບ​ການ​ສ້າງ​ຕັ້ງ​ແລະ​ເລີ່ມ​ປະ​ຕິ​ບັດ​ງານ​ຕັ້ງ​ແຕ່​ເດືອນ 2 ປີ 2013,ໂຮງ​ໝໍ​ຮ່າ​ໂນ້ຍ-ວຽງ​ຈັນ​ແມ່ນ​ໜື່ງ​ໃນ​ໂຮງ​ໝໍ​ເອ​ກະ​ຊົນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ນະ​ຄອນຫຼວງວຽງ​ຈັນ ສ​ປ​ປ​ ລາວ.ໂຮງ​ໝໍ​ມີ​ເນື້ອ​ທີ່​ທັງ​ໝົດ​ປະ​ມານ 5.000m2 ປະ​ກອບ​ດ້ວຍ​ອຸ​ປະ​ກອນ​ການ​ແພດທີ່​ທັນ​ສະ​ໄໝ​ລ່າ​ສຸດ​,ພ້ອມ​ດ້ວຍ​ທີມ​ແພດ​ທີ່​ມີ​ປະ​ສົບ​ການ​​,ອຸ​ດົມ​ໄປ​ດ້ວຍ​ຄຸນ​ນະ​ພາບ.

 

overview

 

ຄຸນ​ນະ​ພາບ​ການກວດ​ພະ​ຍາດນັ້ນ​ແມ່ນ​ຈຸດ​ໝາຍ​ຕົ້ນ​ຕໍ​ຂອງ​ໂຮງ​ໝໍຮ່າ​ໂນ້ຍ-ວຽງ​ຈັນ​.ຄຽງ​ຄູ່​ກັບ​ການ​ລົງ​ທືນ​ໃສ່​ພື້ນ​ຖານ​ໂຄງ​ລ່າງ,ອຸ​ປະ​ກອນ​ດ້ານ​ການ​ແພດ​ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ການກວດ​ແລະ​ປີ່ນ​ປົວ​ພະ​ຍາດ, ​ໂຮງ​ໝໍຮ່າ​ໂນ້ຍ-ວຽງ​ຈັນຍັງ​ມີ​ແພດ​ທີ່​ມີ​ຄວາມ​ສາ​ມາດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ.

 

overview-2

ທີ່ພັກໃຊ້ສຳລັບພະນັກງານຂອງ ໂຮງໝໍຮ່າໂນ້ຍ - ວຽງຈັນ

  ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ໃນການກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ເທົ່າ​ນັ້ນ,ໂຮງ​ໝໍຮ່າ​ໂນ້ຍ-ວຽງ​ຈັນຍັງ​​​ຈະໄດ້ພັດ​ທະ​ນາ​ການ​ບໍ​ລິ​ການ​ລູກ​ຄ້າ,ເພື່ອ​ເປັນ​ການ​ຮັບ​ໃຊ້​ໃນ​ການ​ປີ່ນ​ປົວ​ພະ​ຍາດ​ດ້ວ​ຍ​ຄວາມ​ບໍ​​ລິ​ສຸດ​ໃຈ,ສົມ​ບູນ​ແບບ,ຮອບ​ຄອບ,ທຸ່ມ​ເທແລະ​ເພື່ອ​ເປັນ​​ການແນ່​ໃສ່​ປີ່ນ​ປົວ​ພະ​ຍາດ​ຂອງ​ທ່ານ​ໃ​ຫ້ກາຍ​ເປັນ​ເວ​ລາ​ພັກ​ຟື້ນ​ຢ່າງ​ແທ້​ຈີງ.

ໂຮງ​ໝໍ​ຮ່າ​ໂນ້ຍ-​ວຽງ​ຈັນຈື່ງ​​ໃດ້​ໃສ່​ໃຈ​ເປັນ​ພີ​ເສດ​ໃຫ້​ກັບ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ,ວັດ​ທະ​ນະ​ທຳ​ການ​ບໍ​ລິ​ການ​ດ້ານ​ການ​ແພດ,ໃກ້​​ຊິດຕິດ​ແທດ​ແລະ​ມີນ້ຳ​​ໃຈໄມ​ຕິ​ຈິດ.ນອກ​ຈາກ​ໜ້າ​ທີ່​ດ້ານ​ການ​ແພດ​ແລ້ວ​ສະ​ມາ​ຊີກ​ທຸກ​ຄົນ​ໃນ​ໂຮງ​ໝໍ​ຮ່າ​ໂນ້ຍ-​ວຽງ​ຈັນ ຍັງ​ໃ​ດ້​ຮຽນ​ຮູ້​ເຖີງວັດ​ທະ​ນະ​ທຳ​ການ​ບໍ​ລິ​ການ​ຢູ່​ເລື້ອຍໆ,ຕົນ​ເອງ​ຕ້ອງ​ເປັນ​ຄົນ​ຮັບ​ຮູ້​ແລະ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ການ​ແພດ,ເຂົ້າ​ໃຈ​ແລະ​​ຮັບຮູ້ເຖີງ​ທຸກ​ຄວາມ​ຕ້ອງ​ການຂອງ​ຄົນ​ເຈັບ.

ຜ່ານມາ, ທາງໂຮງໝໍຂອງພວກເຮົາໄດ້ຕ້ອນຮັບພະນະທ່ານ ທອງສີງ ທຳມະວົງ ລັດຖະມົນຕີຂອງສາທາລະນະລັດ ປະຊາທິປະໂຕ ປະຊາຊົນລາວ ໃດ້ໃຫ້ກຽດຢຽມຢາມແລະມອບຂອງຂັວນທີ່ລະນືກ

 Laos Prime Minister Thongsing Thamavong

ພະນະທ່ານທອງສີງທຳມະວົງຖ່າຍຮູບທີ່ລະນືກກັບຄະນະຜູ້ບໍລິຫານໄຮງໝໍ ດຮ ເຈີ່ນວັນນັງແລະທ່ານ ຈູຫ່ວງຫາຍ

 

ໂຮງໝໍຮ່າໂນ້ຍ - ວຽງຈັນແມ່ນມີລາຄາຄ່າບໍລິການທີ່ເໝາະສົມ, ສ່ອດຄ່ອງກັບປະຊາຊົນ, ໃນທີ່ນີ້ຄົນເຈັບຈະໃດ້ຮັບການບໍລິການທີ່ດີແລະມີຄວາມເປັນມືອາຊີບ. ໂຮງໝໍຮ່າໂນ້ຍ - ວຽງຈັນແມ່ນທາງເລືອກທີ່ດີໃຫ້ກັບປະຊາຊົນຊາວນະຄອນຫຼວງວຽງຈັນກໍ່ຄືປະຊາຊົນລາວທົ່ວປະເທດ

https://www.youtube.com/watch?v=bcSiNrnX_YE