ພະແນກຫູ,ດັງ,ຄໍ

ແນະນຳ

ພາຍໃຕ້ຄຳຂວັນທີ່ວ່າ“​ດູແລສຸຂະພາບແບບຄົບວົງຈອນ”,ໂຮງໝໍຮ່າໂນ້-ວຽງຈັນ​ໄດ້ຍົກສູງຄຸນນະພາບຂອງການບໍລິການ,ຄວາມເພີງພໍໃຈຂອງບັນດາທ່ານມາກ່ອນທຸກຢ່າງ,ໃສ່ໃຈດູແລລູກຄ້າດ້ວຍຄວາມຮັກແລະຄວາມຮັບຜີດຊອບ.

ຫ້ອງກວດ​ຫູ,ດັງ,ຄໍ​ຂອງໂຮງ​ໝໍ​ຮ່າ​ໂນ້​ຍ-ວຽງ​ຈັນ​ແມ່ນ​ສະ​ຖານ​ທີ່​ໆມີ​ທ່ານ​ໝໍ​ຄຸນນະພາບ,ຄວາມ​ສາ​ມາດ​ດ້ານ​ການ​ແພດ​ສູງ,ມີ​ປະ​ສົບ​ການຫຼາຍ,ຫ້ອງກວດປະ​ກອບ​ດ້ວນ​ເຄືອງ​ມື​ທີ່​ທັນ​ສະ​ໄໝ​ລະ​ດັບຕົ້ນໆ​ທີ່​ຊ່ວຍ​ໃນ​ການ​ບົ່ງມະຕິ​ຜົນກວດ​ໃດ້​ຢ່າງ​ຖືກ​ຕ້ອງ​,ວ່ອງ​ໄວ​ກັນອາການພະ​ຍາດ​ຂອງ​ທ່ານ.

ສະ​ພາບ​ອາ​ກາດ​ທີ່​ເປັນ​ພິດ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ພະ​ຍາດ​ກ່ຽວ​ກັບ​ຫູ,ດັງ,ຄໍ​ນັບ​ມື້​ຍີ່ງ​ແຜ່​ຂະ​ຫຍາຍ​ແລະ​ມີ​ຜົນ​ກະ​ທົບ​ບໍ່​ໜ້ອຍ​ຕໍ່​ສຸ​ຂະ​ພາບ,ການ​ດຳ​ລົງ​ຊີ​ວີດ​ຂອງ​ພວກ​ເຮົາ.ຖ້າ​ຫາກວ່າ​ທ່ານມີ​ຄວາມ​ຜີດ​ປົກ​ກະ​ຕິ​ທີ່​ຫູ,ດັງ,ຄໍ,ທ່ານ​ຄວນ​ທີ່​ຈະ​ໄປ​ກວດ​ໃຫ້​ໄວ,ເພື່ອ​ປີ່ນ​ປົ​ວ​ໃຫ້​ຫາຍ​ຂາດ,ຫຼີກ​ລ້ຽງ​ອາ​ການ​ຊ້ຳ​ເຮື້ອ​ແລະ​ຜົນ​ເສຍ​ຫາຍ​ທີ່ບໍ່​ເພີ່ງ​ປະ​ສົງ.

ການບໍລິການທາງການແພດ

ພະ​ແນກ​ຫູ,ດັງ​,ຄໍ​ຂອງໂຮງ​ໝໍ​ຮ່າ​ໂນ້​ຍ-ວຽງ​ຈັນແມ່ນກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ຄືດັ່ງ​ຕໍ່​ໄປ​ນີ້:

  • ພະ​ຍາດ​ກ່ຽວ​ກັບ​ຫູ:​ອັກ​ເສບຫູກາງ​,ອັກ​ເສບຫູນອກ​,ຄວາມຜິດປົກກະຕິ​ໃນ​ຊ່ອງ​ຫູ,ອັກເສບກະ​ດູ​ກຫູ​ແລະຫູ
  • ພະ​ຍາດ​ກ່ຽວ​ກັບ​ດັງ:ອັກ​ເສບ​ດັງ​ເພາະ​ພູມ​ແພ້,ອັກ​ເສບ​ໄຂ​ມັນ​ຂອງ​ດັງ, polyp ດັງ,ເລືອດ​​ດັງອອກ,ດັງ​ໄຄ່,​ຕັນ​ດັນ.
  • ພະ​ຍາດ​ກ່ຽວ​ກັບຄໍ-ລຳ​ຄໍ:ອັກ​ເສບອາມີດານ amidan,ອັກ​ເສບ​ຄໍ,ອັກ​ເສບ VA,ອັກ​ເສບ​ລຳ​ຄໍ,ເສັ້ນ​ໃຍ​ກ່ອງ​ສຽງ, polyp ກ່ອງ​ສຽງ
  • ​ການ​ຜ່າ​ຕັດ​ກ່ຽວ​ກັບ​ຄໍ:ຜ່າ​ຕັດໄຂ​ສັນ​ຫຼັງ,ຜ່າ​ຕັດອາມີດານ amidan ,ໄອ VA,ຜ່າ​ຕັດ​ກ່ອງ​ສຽງ,ຜ່າ​ຕັດ​ດັງ,ຜ່າ​ຕັດ polyp ດັງ.
  • ວີ​ທີ​ການ​ປີ່ນ​ປົວ​ອື່ນໆ:ອາ​ນາ​ໄມຫຼອດ​ຫູ,ການ​ສີກ​ຂ​ອງ​ຕົ້ນ​ຄໍ,ຫຍີບ​ດັງ,ດັງ​ຫັກ

ແນ່​ໃສ່​ການ​ບໍ​ລິ​ການ​ທີ່​ດີ​ທີ່​ສຸດ​ໃນ​ການກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ໃຫ້ກັບລູກ​ຄ້າ,ຫ້ອງກວດ​ຫູ,ດັງ,ຄໍ-ໂຮງ​ໝໍ​ຮ່າ​ໂນ້​ຍ-ວຽງ​ຈັນໃດ້​ລົງ​ທືນ​ໃສ່​ກັບ​ການ​ຊື້​ອຸ​ປະ​ກອນ​ການ​ແພດ​ທີ່​ທັນ​ສະ​ໄໝ​ຄື:ເຄື່ອງ​ສ່ອງ​ຫູ,ດັງ​,ຄໍ​ທີ່​ມີ​ການ​ເຊື່ອມ​ຕໍ່​ກັບ​ໜ້າ​ຈໍ,ແວ່ນກວ​ດ​ຫູ,ເຄຶ່ອງ​ສ່ອງ​ຫູ,ເຄື່ອງ​ແທກ​ການ​ໃດ້​ຫຍີນ,ເຄື່ອງ VA.

ທ່ານໝໍຜູ້ຊ່ຽວຊານສະເພາະ