ພະແນກຍ່ອຍອາຫານ

ແນະນຳ

ພະ​ແນກ​ຍ່ອຍ​ອາ​ຫານ​ຂອງ​ໂຮງ​ໝໍ​ຮ່າ​ໂນ້ຍ-ວຽງ​ຈັນ​ແມ່ນ​ອຸ​ດົມ​ໄປ​ດ້ວຍ​ທີມ​ແພດ​ທີ່​ເກັ່ງ,ມີ​ປະ​ສົບ​ການ​​ມາຫຼາຍ​ປີແລະ​ຍັງ​ເປັນ​ຜູ້ຊ່ຽວ​ຊ​ານ​ລະ​ດັບ​ຕົ້ນໆ​ໃນ​ຄະ​ແໜ່ງ​ການ​ຍ່ອຍ​ອາ​ຫານ,​ມີອຸ​ປະ​ກອນ​ການ​ແພດ​ທີ່​ທັນ​ສະ​ໄໝ,​ບວກ​ກັບສະ​ພາບ​ແວດ​ລ້ອມ​ທາງ​ການ​ແພດ​ທີ່​ດີ​ເພື່ອ​ທີ່​ຈະ​ບົ່ງ​ມະ​ຕິ​ຜົນ​ກວດ​​ໃດ້​ຢ່າງ​ຖືກ​ຕ້ອງ​ແມ່ນ​ຢຳ,ນຳ​ໃຊ້​ວິ​ທີ​ການ​ປີ່ນ​ປົວ​ທີ່​ດີ​ທີ່​ສຸດ​ໃຫ້​ກັບ​ລູກ​ຄ້າ.ຫ້ອງ​ເອ​ໂກ​ຂອງ​ພະ​ແນກ​ຍ່ອຍ​ອາ​ຫານ​ຮູ້​ສືກ​ເປັນ​ກຽດ​ທີ່​​ໃດ້ເຮັດ​ວຽກ​ຮ່ວມ​ກັບ​ບັນ​ດາ​ຜູ້​ຊ່ຽວ​ຊານ​ຈາກ​ປະ​ເທດ​ຍີ່​ປຸ່ນ,​ບົ່ງ​ມະ​ຕິ​ຜົນ​​ກວດແລະ​ປີ່ນ​ປົວ​ສຳ​ເລັດ​ມາຫຼາຍ​​ຕໍ່ຫຼາຍພະ​ຍາດ​ກ່​ຽວ​ກັບ​ການ​ຍ່ອຍ​ອາ​ຫານທີ່​ຊັບ​ຊ້ອນ​ນີ້.

ການບໍລິການທາງການແພດ

ໂຮງ​ໝໍ​ຮ່າ​ໂນ້ຍ-ວຽງ​ຈັນ​ໃດ້​ມີ​ລະ​ບົບ​ການ​ເອ​ໂກ Olympus ດ້ວຍ​ຂະ​ບວນ​ການ​ເອ​ໂກ​ທີ່​ມີ​ຄວາມ​​ປ​ອດ​ໄພ,ລະ​ບົບ​ການເອ​ໂກ​ທີ່​ທັນ​ສະ​ໄໝ,ມີ​ທໍ່​​ອ່ອນ, ຕິດ​ຕາມ​ຜົນກວດ​ດ້ວຍ​ກ້ອງ camera,ໃຫ້​ຮູບ​ພາບ​ທີ່​ຊັດ​ເຈນ​​ເປັນ​ມີ​ລີ​ແມັດ milimet.​ລະ​ບົບ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ,ແພດ​ທີ່​ຊ່ຽວ​ຊານ,ພະ​ແນກ​ຍ່ອຍ​ອາ​ຫານ​ສາ​ມາດບົ່ງ​ມະ​ຕິ​ຜົນ​ກວດ​ພະ​ຍາດ​ກ່ຽວ​ກັບ​ທາງ​ເດີນ​ອາ​ຫານໃດ້​​ຢ່າງ​ຊັດ​ເຈນ​ທີ່​ສຸດ,ທັງ​ຍັງ​ເປັນ​ລະ​ບົບ​ທີ່​ຍາກ​ທີ່​ສຸດ​ຕໍ່​ການ​​ບົ່ງ​ມະ​ຕິ​​ພະ​ຍາດ.ນີ້​ແມ່ນ​ແບບ​ແຜນ​ການກວ​ດ​ພະ​ຍ​າດ​ທີ​ຊ່ວຍ​ໃຫ້​ສາ​ມາດ​ຕິດ​ຕາມ​​ຮູບ​ແບບໂດຍ​ກົງຂອງ​ທໍ່​ຍ່ອຍ​ອາ​ຫານ(ທໍ່​ສົ່ງ​ອາ​ຫານ,ກະ​ເພາະ,ລຳ​ໄສ້​ອ່ອນ,ໄສ້​ອ່ອນ​ສີ​ບົວ,ລຳ​ໄສ້ໃຫຍ່,ປາຍ​ລຳ​ໄສ້​ໃຫຍ່ແລະ​ທໍ່​ທະ​ວານ​ໜັກ) ຜ່ານ​ທາງ​ຮູ​ບ​ພາບ​ທີ່​ຖ່າຍ​ໃດ້…ເພາະ​ເຫດນັ້ນ,ທ່ານ​ໝໍ​ຈື່ງສາ​ມາດ​ບົ່ງ​ມະ​ຕິ​ຜົນ​​ການກວດ​ພະ​ຍາດ​​​ກ່ຽວ​ກັບ​ການ​ຍ່ອຍ​ອາ​ຫານທີ່​ຊັບ​ຊ້ອນໃດ້​​ຢ່າງຖືກ​ຕ້ອງ.

ເພື່ອ​ເປັນ​ການ​ບໍ​ລິ​ການ​ລູ​ແລ​ເອົາ​ໃຈ​ໃສ່​ລູກ​ຄ້າ​ຢ່າງ​​ເປັ​ນລະ​ບົບກໍ່​ຄື​ຊ່ວຍ​ໃຫ້​ບັນ​ດາ​ທ່ານ​ມີ​ຄວາມ​ເພີງ​ພໍ​ໃຈ​ໃນ​ການ​ມາ​ກວດ​ແລະ​ປີ່ນ​ປົວ​ພະ​ຍາດ,ໂຮງ​ໝໍ​ຮ່າ​ໂນ້ຍ​ວຽງ​ຈັນ​ໃດ້​ມີ​ຫ້ອງ​ພັກ​ໂຮງ​ແຮມ​ໃນ​ລັດ​ສະ​ໝີ500m​2​ອ້ອ​ມ​ຂ້າງ​ໂຮງ​ໝໍ​ໃວ້​ຄອຍ​ບໍ​ລິ​ການ​ລູກ​ຄ້າ​​ພ້ອມ​ສະ​ມາ​ຊີກ​ໃນ​ຄອບ​ຄົວທີ່​ມາ​ແຕ່​ຕ່າງ​ແຂວງ,ຖ້າ​ຫາກ​ວ່າ​ບັນ​ດາ​ທ່ານມີ​ຈຸດ​ປະ​ສົງ​​ຢາກພັກ​ເຊົາ​​ເມື່ອ​​ມາ​ກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ທີ່​ໂຮງ​ໝໍ​ຮ່າ​ໂນ້ຍ​-ວຽງ​ຈັນ.

ການກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ກ່ຽວ​ກັບ​ການ​ຍ່ອຍ​ອາ​ຫານ

  • ການກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ກ່ຽວ​ກັບ​ທໍ່​​​ຍ່ອຍສະຫຼາຍ:ຄວາມ​ຜີດ​ປົກ​ກະ​​ຕິຂອງ​ການ​ຍ່ອຍ​ສະຫຼາຍ,​ທໍ່​ສົ່ງອາ​ຫານ,ກະ​ເພາະ,ໄສ້​ອ່ອນ,ລຳ​ໄສ້​ໃຫຍ່​ແລະ​ທະ​ວານ​ໜັກ.
  • ບົ່ງ​ມະ​ຕີ​ເຊື້ອ​ພະຍາດ​ມະ​ເຮັງ​ໄລ​ຍະ​ເລີ່ມ​​ຕົ້ນກ່ຽວ​ກັບທໍ່​​ສົ່ງອາ​ຫານ​ຄື​:ມະ​ເຮັງ​​ທາງ​ເດີນອາ​ຫານ,ມະ​ເຮັງ​ກະ​ເພາະ,ມະ​ເຮັງລຳ​ໄສ້​ໃຫຍ່​ແລະ​ທະ​ວານ​ໜັກ.

 

ການກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ກ່ຽວ​ກັບຕັບ,ບີ.

  • ພະ​ຍາດ​ກ່ຽວ​ກັບ​ຕັບ:ອັກ​ເສບ​ຕັບ​ໄວ​ຮ​ລັດ A, B, C, D;​ໄຂ​ມັນ​​ຫຸ້ມ​ຕັບ,ໂລກ​ຕັບ​ແຂງ,ມະ​ເຮັງ​ຕັບ
  • ພະ​ຍາດ​ກ່ຽວ​ກັບ​ທໍ່​ນ້ຳ​ບີ:ການອັກ​ເສບ​​ຖົງ​​ບີ,ໜີ້ວ​​ຖົງນ້ຳ​ບີ,ມະ​ເຮັງ​ທໍ່​​ສົ່ງນ້ຳ​ບີ…

ການກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ກ່ຽວ​ກັບມ້າມ:​ອັກ​ເສບ​ມ້າມແລະ​​ຊ້ຳ​ເຮື້ອ,​ໜີ້ວ​ມ້າມ​,ມະ​ເຮັງ​​ມ້າ​ມ…

ເພື່ອ​ຊ່ວຍ​ໃນ​ການ​ບົ່ງ​ມະ​ຕິ​ແລະ​ປີ່ນ​ປົວ​ພະ​ຍາດ​ກ່ຽວ​ກັບ​ການ​ຍ່ອຍ​ອາ​ຫານ,​ທາງພະ​ແນກ​ໃດ້​ເຮັດ​ການກວດ​ສຸ​ຂະ​ພາບ​ແລະ​ບົ່ງ​ມະ​ຕິ​ຜົນ​ກວດ​ຄື​ດັ່ງ​ຕໍ່​ໄປ​ນີ້:

ການ-ຊ່ອງ​ກ້ອງ

  • ຊ່ອງ​ທໍ່​ສົ່ງ​ອາ​ຫານ-ກະ​ເພາະ-ລຳ​ໄສ້​ອ່ອນ,ລຳ​ໄສ້ໃຫຍ່ແລະ​ທະ​ວານ​​ໂດຍບໍ່​ມີ​ອາ​ການ​ເຈັບ
  • ຊ່ອງ​ທໍ່​ສົ່ງ​ອາ​ຫານ-ກະ​ເພາະຜ່ານ​ທາງ​ດັງ.
  • ຊ່ອງ​ທໍ່​ສົ່ງ​ອາ​ຫານ-ກະ​ເພາະ-ລຳ​ໄສ້​ອ່ອນ,ລຳ​ໄສ້ໃຫຍ່​ແລະ​ທະ​ວານ​ໂດຍບໍ່​ໃດ້​ໃຊ້​ຍາ​ທຳ​ມືນ.
  • ​​ແຊກ​ແຊງ​ຜ່ານ​ທາງ​ທໍ່

ຂັ້ນ​ຕອນ

  • ຫ້າມ​ເລືອດ,ສັກ​ຍາ​ຫ້າມ​ເລືອດ
  • ​ມັດ​ເສັ້ນ​ເລືອດ
  • ຕັດ polyp
  • ​ເອົາ​ວັດ​ຖຸ​ແປກ​ປອມອອກ​​ຈາກ​ລະ​ບົບ​ຍ່ອຍ​ອາ​ຫານ
  • ​​ຂະ​ຫຍາຍ​ພື້ນ​ທີ່​ແຄບ​ຂອງ​ລະ​ບົບ​ຍ່ອຍ​ອາ​ຫານ
  • ເອົາ​​ໜີ້ວ​ຖົງ​ບີ​ອອກ
  • ຕັ້ງ stent​ເຮັດ​​ໃຫ້​ລ່ວງ​ລະ​ບົບ​ລະ​ລາຍ
  • ​​ມັດລິດສະດວງ,ຕັດລີ​ສີ​ດວງ​ທະ​ວານ​ໃດ້​ຜົນ​ດີ​ດ້ວຍ​ວິ​ທີ​ແບບດັ້ງ​ເດີນ​ແລະ
  • ສ່ອງ​​ຍ້ອມ​ສີ,ແຈ້ງ​ຄົ້ນ​ພົບ​ມະ​ເຮັງ​ໃນ​ໄລ​ຍະ​ເລີ່ມ​ຕົ້ນ

ພວກ​ເຮົາ​ສັນ​ຍາ​ວ່າ​ຈະ​ໃຫ້​ການ​ບໍ​ລິ​ການ​ດູ​ແລ​ສຸ​ຂະ​ພາບ​ທີ່​ດີ​ດ້ວຍ​ຄວ​າ​ມ​ຮັກ​ຢ່າງ​ທົ່ວ​ເຖີງ,ບໍ່​ພຽງ​ແຕ່​ຕອບ​ສະ​ໜອງ​​ພຽງ​ພໍ​ຕໍ່​ຄວາມ​ຕ້ອງ​ການແຕ່​ວ່າ​ຍັງ​ເປັນ​ການ​​ເຕີມ​ເຕັມຄວາມ​ຫວັງ​ໃຫ້​ກັບ​ບັນ​ດາ​ທ່ານ​ອີກ​ດ້ວຍ.

ທ່ານໝໍຜູ້ຊ່ຽວຊານສະເພາະ