ພະແນກກະດູກແລະຄໍ່

ແນະນຳ

ປະ​ຈຸ​ບັນ​ນີ້,ກຸ່ມ​ພະ​ຍາດ​ກ່ຽວ​ກັບ​ກະ​ດູກ​ແລະ​ຄໍ່​ໃດ້​ກວມ​ເອົາອັດ​ຕາ​ສ່ວນ​ສູງ,ພົບ​ໃດ້​ໃນ​ທຸກ​ເພ​ດ​ທຸກ​ໄວ,ພີ​ເສດ​ແມ່ນ​ກຸ່ມ​ຜູ້​ສູງ​ອາ​ຍຸ.ກຸ່ມ​ພະ​ຍາດນີ້​ເຖີງວ່າ​ຈະ​ມີ​​ຜູ້​ເສຍ​ຊີ​ວີດ​ຈຳ​ນວນ​ໜ້ອຍກໍ່​ຕາມ​ແຕ່​ມັນ​ກໍ່​ມີ​ຜົນ​ຮ້າຍ​ຕາມ​ມາ​ເຊັ່ນ​ວ່າ:ເຮັດ​ໃຫ້​ຄົນ​ເຈັບ​ເຄື່ອນ​ທີ່ບໍ່​ສະ​ດວກຫຼືບໍ່​ສາ​ມາດ​ເຄື່ອນ​ທີ່​ໃດ້​ເລີຍ​ແລະ​​ບໍ່​ສາ​ມາດ​ເຄື່ອນ​ໄຫວອອກ​ແຮງ​ງານໃດ້.​​ມີບາງພະ​ຍາດ​ທີ່​ມັກ​ພົບ​ເຫັນ​ໃນ​ກະ​ດູ​ກແລະ​ຄໍ່​ຄື:ຄໍ່​ເຊື່ອມ,ກະ​ດູກ​ສັນຫຼັງ​ເຊື່ອມ,ຄໍ່​ອັກ​ເສບ,​ປະ​ດົງ​ຄໍ່,ໂລກ​ກະ​ດູກ​ຜ່ອຍ, gout …

ການບໍລິການທາງການແພດ

ມີຫຼາຍ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ພະ​ຍາດ​ກ່ຽວ​ກັບ​ກະ​ດູກ​ແລະ​ຄໍ່.ສາ​ເຫດ​ຫຼັກໆ​ແມ່ນ​ເກີດ​ຈາກ​ພູມ​ຄຸ້ມ​ກັນ​ໃນ​ຮ່າງ​ກາຍ​ເຊັ່ນ:ໂລກ​ຄໍ່ເຂົ່າ​ເ​ຊື່ອມ​​ໃນ​ໄວ​ລຸ່ນ,ໂລກ​ຄໍ່​ອັກ​ເສບ, lupus ລະ​ບົບ​ສີ​ແດງ,ກະ​ດູກ​ສັນຫຼັງ​ອັກ​ເສບ…ສາ​ເຫດ​​ທີ່ເກີດ​ມາຈາກການ​ເຊື່ອມ​ສະ​ພາບເພາະ​ອາ​ຍຸຫຼາຍ​ຂື້ນຄື:ຄໍ່​ເຊື່ອມ​ສະ​ພາບ,ກະ​ດູກ​ສັນຫຼັງ​ເຊື່ອມ,ເຈັບ​ເສັ້ນ​ປະ​ສາດ,ໂລກ​ກະ​ດູກ​ຜ່ອຍ…ສາ​ເຫດ​ທີ່ເກີດມາ​ຈາກ​ການ​​ຜິດ​ປົກ​ກະ​ຕິ​ຂອງ​ການ​ເຜົາ​​ຜານ​ອາ​ຫານເຊັ່ນ:ໂລກ​ເກົາ​ແລະການ​ຕົກ​ພືກ​ແບບ​ໄຮ​ໂຄ…ສາ​ເຫດ​ມາ​ຈາກ​ການ​ຕິດ​ເຊື້ອ:ຄໍ່​ອັກ​ເສບຫຼື​ກະ​ດູກ​ສັນຫຼັງ​​ອັກ​ເສບ​ອັນເນື່ອງ​​ມາຈາກ​ແບັກ​ຕີ​ເຮຽ,ເນື່ອງ​ຈາ​ກແບັກ​ຕີ​ເ​ຮຽວັນ​ນະ​ໂລກ..ອາ​ການ​ສະ​ແດງ​ອອກ​ຂອງ​ພະ​ຍາດ​ເຫຼົ່າ​ນີ້​ຄື​ຈະ​ເຈັບ​ປວດ​ຢູ່​ຕາມ​ກະ​ດູກ,ບາງ​ທີ​ຈະ​ມີ​ອາ​ການ​ໄຄ່.ເມື່ອ​ມີ​ອາ​ການ​ກ່ຽວ​ກັບ​ຄໍ່,ທາງ​ທີ່​ດີ​ທີ່​ສຸດ​ຄົນ​ເຈັບ​ຄວນ​ຈະ​ໃຫ້​ທ່ານ​ໝໍ​ກວດ​ແລະ​ປີ່ນ​ປົວ​ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​​ຜົນ​ເສຍ​ຫາຍ​ຕາມ​ມາ.

ປະ​ຈຸ​ບັນ​ພະ​ແນກ​ກະ​ດູກ​ແລະ​ຄໍ່,ຂອງ​ໂຮງ​ໝໍ​ຮ່າ​ໂນ້ຍ-ວຽງ​ຈັນ​ໃດ້​ສະ​ໜອງ​ການກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ກ່ຽວ​ກັບ​ກະ​ດູກ​ແລະ​ຄໍ່​ຂອງ​ຜູ້​ໃຫ່​ຍ,​ບາງພະ​ຍາດ​ທີ່​ມັກ​ພົບ​ໃນ​ເດັກ​ນ້ອຍ.ບາງ​ຄັ້ງ​ກໍ່​ຕ້ອງ​ໃດ້​ປະ​ຕິ​ບັດ​​ຕາມຂັ້ນ​ຕອນ,ຜ່າ​ຕັດ​ຮັກ​ສາ​ພະ​ຍາດ​ກ່ຽວ​ກັບ​ກະ​ດູກ​ແລະ​ຄໍ່​​ຄື:ສັກ​ຢາ​ທີ່​ຄໍ່,ດູ​ນ້ຳຄໍ່​ເຂົ່າ,ສ່ອງ​ເບີ່ງ​ຄໍ່,ລ້າງ​ຄໍ່…ເພື່ອ​ເປັນ​ການ​ບົ່ງ​ມະ​ຕິ​ຜົນ​ກວດ​​ໃຫ້ຖືກ​ຕ້ອງ​ແລະ​ປີ່ນ​ປົວ​ໃຫ້​ດີ​ທີ່​ສຸດ,ໂຮງ​ໝໍ​ຮ່າ​ໂນ້ຍ-ວຽງ​ຈັນໃດ້​ປະ​ກອບ​ອຸ​ປະ​ກອນ​ການ​ແພດ​ທີ່​ທັນ​ສະ​ໄໝ​ຄື:ເຄື່ອງວັດ​ແທກ​ຄໍ່​,ເຊື່ອມຄື່ອງ​ສະ​ແກ​ຮນ CT 16 -ແມ່ນ​ໜື່ງ​ໃນ​ລະ​ບົບ CTທີ່​ທັນ​ສະ​ໄໝ​ໃນ​ປັດ​ຈຸ​ບັນ​ນີ້​ທີ່​ໃຫ້​ຮູບ​ພາບຫຼາກຫຼາຍ​ແບບ​ແລະ​ຊັດ​ເຈນ;​ພ້ອມ​ລະ​ບົບ​ການກວດ​ທີ່​ພຽບ​ພ້ອມ,ທັນ​ສະ​ໄໝ​ໃດ້​ມາ​ຕະ​ຖານ​ສາ​ກົນ.

ເມື່ອ​ບັນ​ດາ​ທ່ານ​ມາ​ກວດ​ທີ່​ພະ​ແນກ​ກະ​ດູກ​ແລະ​ຄໍ່​ຂອງ​ໂຮງ​ໝໍ​ຮ່າ​ໂນ້ຍ​-ວຽງ​ຈັນທ່ານ​ຈະ​​ໃດ້​ຮັບ​ການກວດ​ຈາກທ່ານ​ໝໍ​ທີ່​ມີ​ປະ​ສົບ​ການຫຼາຍ,ພ້ອນ​ກັບ​ມີ​ອຸ​ປະ​ກອບ​ການ​ແພດ​ທີ່​ທັນ​ສະ​ໄໝ,ຊ່ວຍ​ໃຫ້​​​ບົ່ງ​ມະ​ຕິ​​ພະ​ຍາດ​ໃດ້​ຢ່າງ​ວ່ອງ​ໄວ​ແລະປີ່ນ​ປົວຢ່າງຖືກ​ວິທີຊ່ວຍ​ໃຫ້​ບັນ​ດາທ່ານ​ມີ​ຄວາມ​ເພີງພໍ​ໃຈ​ກັບ​ຄຸນ​ນະ​ພາບ​ການກວດ​ແລະ​ປີ່ນ​ປົວ​ພະ​ຍາດ​ໃນ​ທີ່ນີ້

ທ່ານໝໍຜູ້ຊ່ຽວຊານສະເພາະ