ຫົວໜ່ວຍການບົ່ງມະຕິພະຍາດຈາກຮູບພາບ

ຫົວໜ່ວຍການບົ່ງມະຕິພະຍາດຈາກຮູບພາບ

ແນະນຳ

ການ​​ບົ່ງ​ມະ​ຕິພະຍາດຈາກ​ຮູບ​ພາບ​ນັ້ນ​ເປັນ​ສ່ວນ​ປະ​ກອບ​ສຳ​ຄັນ​ໃນ​ຂະ​ແໜງ​ການ​ແພດ,​ເປັນ​ພາ​ຫະ​ນະ​ທີ່​ທັນ​ສະ​ໄໝ​​ໃນ​ປັດ​ຈຸ​ບັນນີ້​,ທັງ​ຍັງ​ຊ່ວຍ​ໃຫ້​ພວກ​ເຮົາ​ສາ​ມາດ​ທີ່​ຈະ​ຮູ້​ຜົນ​ຂອງ​ພະ​ຍາດ​ໄວ​ແລະ​ຖືກ​ຕ້ອງ,ນອກຈາກນັ້​ນ​ຍັງ​ເປັນ​ການຈຳກັດ​ຂອບ​ເຂດ​ວິທີ​ການ​ປີ່ນ​ປົວ​ທີ່ບໍ່​ຈຳ​ເປັນ.ດ້ວຍ​ວິ​ທີນັ້ນ,ການ​ບົ່ງ​ມະ​ຕິ​ພະ​ຍາດຈາກ​ຮູບ​ພາບ​ຍັງ​ເປັນ​ສ່ວນ​ໜື່ງ​ໃນ​ຂະ​ບວນ​ການ​ດູ​ແລ​​ຮັກສຸ​ຂະ​ພາບ​ຂອງ​ທ່ານ.

ການບໍລິການທາງການແພດ

ໃນ​ເມື່ອ​ເຂົ້າ​ໃຈ​ແຈ້ງ​ເຖີງ​ຄວາມ​ສຳ​ຄັນ​ຂອງ​ການ​​ບົ່ງ​ມະ​ຕິ​​ພະ​ຍາດ​ຈາກ​ຮູບ​ພາບ​ທີ່​ຊ່ວຍ​ໃຫ້​​​ຮູ້​ເຖີງ​ພະ​ຍາດໃນ​ໄລະ​ຍະ​ເລີ່ມ​ຕົ້ນ​ແລະ​ຍັງ​ເປັນ​ການບົ່ງ​ມະ​ຕິ​ພະ​ຍາດ​​ທີ່ຖືກ​ຕ້ອງ,ດັ່ງ​ນັ້ນໂຮງ​ໝໍ​ຮ່າ​ໂນ້ຍ​-ວຽງ​ຈັນ​ຈື່ງ​ໃດ້​ລົງ​ທືນ​ໃສ່​ການ​ຊື້​ວັດ​ຖຸ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ,ໃນ​ນັ້ນ​ລວມ​ມີທັງ​ເຄືອງສະແກນ  CT scan GE ຂອງ​ອາ​ເມ​ລີ​ກາ,ສ່ອງ​ເລືອດ Hitachi 4D,ລະ​ບົບ​ການ​ສ່ອງ,ເຄື່ອງ​ແທກ​ຄື້ນ​ຫົວ​ໃຈ​,​ເຄື່ອງ​ສ່ອງ​​ລັງ​ສີ, Mamography…ແລະ​​ອຸ​ປະ​ກອນ​ອີກຫຼາຍໆ​ຢ່າງ​ຂອງ​ຍີ່​ປຸ່ນ

ເຄື່ອງ CT ໃດ້ຖືກນຳ​ໃຊ້​ເຂົ້າ​ໃນ​ການ​ທົດ​ສອບ​ເພື່ອ​ບົ່ງ​ມະ​ຕິເຊື້ອ​ມະ​ເຮັງ​ໃນໄລຍະເລີ່ມຕົ້ນ,ບົ່ງມະຕິ​ໂລກ​ຫົວ​ໃຈ,ບົ່ງມະຕິ​​ພະ​ຍາດ​ໃດ້ຢ່າງ​ຖືກ​ຕ້ອງ​ແລະ​ຕີດ​ຕາມ​ຕີ​ລາ​ຄາ​ການ​ຜົນການກວດ,ແຈ້ງ​ແຕ່​ລະ​ໄລ​ຍະເລີ່ມ​ຕົ້ນ​ແລະຫຼັງ​ຈາກ​ທີ່​ໃດ້​ນຳ​ໃຊ້​ວີ​ທີ​ປີ່ນ​ປົວ​ໂລກ​ມະ​ເຮັງ.ເຄື່ອງ CT scan G ຂອງ​ອາ​ເມ​ລີ​ການ​ແມ່​ນ​ໜື່ງ​ໃນ​ລະ​ບົບ​ເຄື່ອງ CT ທີ່​ກ້​າວ​ໜ້າ​ທີ່​ສຸດ​ໃນ​ໂລກ,ສາ​ມາດ​ບັນ​ທືກ​ໃດ້ຫຼາຍ​ພາບ​ໃນ​ການ​ຖ່າຍ​ພຽງ​ແຕ່​ຄັ້ງ​ດຽວ.ລະ​ບົບ CT ນີ້​ຍັງ​ສາ​ມາດນຳ​ໃຊ້​ໃດ້​ໃນ​ການກວດ​ທົ່ວ​ໄປ​ເຊັ່ນ:ຫົວ​ໃຈ,ປອດ,ອາ​ການ​ບາດ​ເຈັບ​ຕ່າງໆແລະ​ບົ່ງມະຕິ​ຜົນກວດພະຍາດ​ຂອງເດັນ​ນ້ອຍ.

ເຫດ​ຜົນ​ຕົ້ນ​ຂອງ​ການ​ເລືອກ​ເຄື່ອງສະແກນ CT scan GE ຂອງ​ອາ​ເມ​ລີ​ກາ

  • ຮູບ​ພາບ​ຊັດ​ເຈນ​ແລະ​ຍັງ​ສາ​ມາດ​ເລືອກ​ໃດ້​ວ່າ​ຈະ​ໃຫ້​ປະ​ກົດ​ເປັນ​ແຜ່ນ​ແລະ​ແບບ 3 ມີ​ຕີ(3D) ຊ່ວຍ​ໃຫ້​ສາ​ມາດ​ເບີ່ງ​ເຫັນ​ຄວາມ​ຜີດ​ປົກ​ກະ​ຕີ​ໃນຫຼາຍ​ມູມ​ທີ່​ຕ່າງ​ກັນ.
  • ເວ​ລາ​ໃນ​ການ​ບັນ​ທືກ​​ພາບ​ໄວ​ທັງ​ຍັງ​ສາມ​າດ​ຖ່າຍ​​ພາບ​ອະ​ໄວ​ຍະ​ວະ​ທີ່​ເຄື່ອນ​ທີ່​ເຊັ່ນ:ຫົວ​ໃຈ​ແລະ​ບັນດາເສັ້ນເລືອດ.
  • ການ​ເອ​ໂກ​ແມ່ນ​ເຕັກ​ນີກ​ການ​ໃຊ້​ແສງ​ໄຟ​ຟ້າ​ເພືຶ່​ອຖ່າຍ​ແລະ​ຄົ້ນ​ຄົ້ວ​ບັນ​ດາ​ໂຄງ​ສ້າງ​ໃນລະບົບຮ່າງ​ກາຍ​ຂອງ​ຄົນ​ເຈັບ.ແສງ​ເອ​ໂກ​ທີ່​ສົ່ງ​ອອກ​ຈະ​ເຄື່ອນ​ທີ່​ຢ່າງ​ຄ່ອງ​ແຄ້ວ​ແລະ​ຈະ​ຖື​ຫັກ​ຫ້າມ​ດ້ວຍ​ອາ​ກາດ,ກະ​ດູກ​ແລະ​ເນື້ອ​ເຍື່ອ​ຂອງ​ຮ່າງ​ກາຍ​ຄົນ​ເຈັບ.ບັນ​ດາ​ສັນ​ຍານ​ຕອນ​ຮັບ​ເຊີງ​ລົບ​ຈະ​ຖືກ​ບັນ​ທືກ​ແລະ​ຖ່າຍ​ອອກ​ມາ​ເປັບ​ພາບ​​ສະ​ແດງ​ເທີງ​ໜ້າ​ຈໍຂອງ​ລະບົບ​ເອ​ໂກ.ການ​ປະ​ກົດ​ຕົວ​ຂອງ​ເຕັກ​ນີກ​ສ່ອງ​ໄຟ​ຟ້າ4Dເຮັດ​ໃຫ້​ການ​ສ່ອງ​ເອໂກໃດ້​ກາຍ​ເປັນ​ຄວາມ​ທັນ​ສະ​ໄໝ,ປ່ຽນ​ຈາກ​ຮູບ​ພາບ​ທີ່​ມືດ​ດຳ​ບໍ່​ຈະ​ແຈ້ງ​ໃຫ້ກາຍ​ເປັນ​ພາບ​ມີ​ສີ​ມີ​ຊົງແລະ​ຖືກ​ຕ້ອງ​ຍິ່ງ​ຂື້ນ.

  • ເພື່ອ​ຊ່ວຍ​ໃຫ້​ຄົນ​ເຈັບຫຼຸດ​ພົ້ນ​ຈາກ​​ຄວາມ​ຮູ້​ສືກ​ຢູ່​ຍາກ​ແລະ​​ປວດ​ຮາກເຊີ່ງ​ມັນ​ກະ​ຕຸ້ນ​ໃຫ້​ລຳ​ໄສ້​ຫົດ​ຕົວ​ໃນ​ການ​ສ່ອງ​ໄຟ​ຟ້າ,​ໂຮງ​ໝໍ​ຮ່າ​ໂນ້ຍ-ວຽງ​ຈັນ​ໃດ້​ປະ​ກອບ​ລະ​ບົບ​ການ​ສ່ອງ​ໄຟ​ຟ້າ​ແບບ​ບໍ່​ຮູ້​ສືກ​ຕົວ​ດ້ວຍ​ວີ​ທີ​ການ​ສ່ອງ​ທີ່​ຄ່ອຍໆ​,ເປັນ​ກັນ​ເອງ,ຊ່ວຍ​ໃຫ້​ຄົນ​ເຈັບ​ບໍ່​ມີ​ຄວາມ​ຮູ້​ສືກ​ເຈັບ,ຢູ່​ຍາກແລະ​ບໍ່​ຍ້ານ​ໃນ​ເວ​ລາ​ສ່ອງ​ໄຟ​ຟ້າ.ນອກ​ຈານນັ້ນ,ຍັງ​ອາ​ໃສ​ການ​ຫົດ​ຕົວ​ຂອງ​ລຳ​ໄສ​ເພື່ອ​ໃຫ້​ທ່ານ​ໝໍ​ສາ​ມາດ​ຕິດ​ຕາມ​ອາການໃດ້​ລະ​ອຽດຍີ່ງຂື້ນ​,ປາ​ສະ​ຈາກ​ຄວາມ​ເສຍ​ຫາຍ​ເລັກ​ໆໜ້ອຍ​ໆທີ່ອາຈະເກີດຂື້ນ​ໃນ​ສ່ວນ​ທີ່​ປີດ​ລັບຂອງຮ່າງກາຍ.

ທ່ານໝໍຜູ້ຊ່ຽວຊານສະເພາະ