ສີ່ງທີ່ຄົນເຈັບຕ້ອງໄດ້ປະຕິບັດເມື່ອມາກວດຢູ່ໂຮງໝໍໃນຊ່ວງທີ່ໄວລັດໂຄວິດ 19 ລະບາດ

12/06/2020

ໄວລັດໂຄວິດ 19 ສະເພາະຢູ່ລາວແມ່ນໄດ້ຮັບການຄວມຄຸມເປັນຢ່າງດີ ແລະ ມາຮອດໃນປະຈຸບັນແມ່ນຖືວ່າບໍ່ມີຜູ້ທີ່ຕິດເຊື້ອແລ້ວ. ແຕ່ວ່າສະຖານນະການຂອງພະຍາດໄວລັດໂຄວິດ 19 ຢູ່ບາງປະເທດໃນໂລກ ແມ່ນຍັງມີຄວາມສັບຊ້ອນຫຼາຍພໍສົມຄວນ. ສະນັ້ນພວກເຮົາຕ້ອງມີສະຕິລະວັງຕົວສູງ, ບໍ່ຄວນຖືເບົາ, ຕ້ອງໄດ້ສືບຕໍ່ປະຕິບັດຕາມວິທີປ້ອງກັນການແຜ່ລະບາດຂອງພະຍາດທີ່ໄດ້ແນະນຳມາແລ້ວ. ເຖີງຢ່າງໃດກໍ່ຕາມການກວດປີ່ນປົວພະຍາດນັ້ນຖືວ່າແມ່ນຄວາມຈຳເປັນສຳລັບປະຊາຊົນ. ໄປຄຽງຄູ່ກັບມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ, ທີ່ທາງໂຮງໝໍຕ່າງໆໄດ້ເອົາໃຈໃສ່ຢ່າງຈີງຈັງ ເພື່ອເປັນການປົກປ້ອງດູແລສຸຂະພາບຂອງຄົນເຈັບ, ບຸກຄະລາກອນການແພດ ໃນຂະບວນການປີ່ນປົວຮັກສາທີ່ຕ້ອງການຄວາມເອົາໃຈໃສ່, ເພື່ອໃຫ້ຄົນເຈັບທຸກຄົນມີສະຕິຮັກສາສຸຂະພາບຂອງຕົນເອງ, ຍາດພີ່ນ້ອງຂອງຄົນເຈັບກໍ່ຕ້ອງໄດ້ປະຕິບັດເພື່ອປ້ອງກັນສຸຂະພາບເມື່ອມາກວດແລະປີ່ນປົວພະຍາດຢູ່ໃນໂຮງໝໍ.

ສຳລັບຄົນເຈັບທີ່ມາກວດພະຍາດ

ໃຫ້ຂໍ້ມູນທີ່ເປັນຄວາມຈິງ ແລະ ວັດແທກອຸນຫະພູມຕາມການແນະນຳຈາກພະນັກງານຂອງໂຮງໝໍ. ແຕ່ວ່າສຳລັບກໍລະນີທີ່ຕິດເຊື້ອໄວລັດໂຄວິດ 19 ທີ່ມີອາການ ແລະ ມູນປະກອບຂອງໄວລັດຢ່າງຊັດເຈນນັ້ນແມ່ນຈະໄດ້ຖືກນຳຕົວໄປທີ່ຫ້ອງແຍກປ່ຽວສຳລັບທ່ານໝໍທີ່ມີຊຸດປ້ອງກັນ; ຈະຖືກກັກຕົວຊົ່ວຄາວໂດຍທັນທີ ແລະຖືກນຳສົ່ງໄປປີ່ນປົວຕາມຫຼັກການປີ່ນປົວໄວລັດໂຄວິດ 19 ຂອງພະແນກສາທານະຄອນຫຼວງ ແລະ ກະຊວງສາທາລະນະສຸກ. ໃຊ້ຜ້າປິດປາກຕະຫຼອດເວລາກວດພະຍາດໃນໂຮງໝໍ, ທຳການຂ້າເຊື້ອທັນທີຫຼັງຈາກທີ່ເຂົ້າຫ້ອງກວດ ແລະ ໄດ້ຮັບການກວດແລ້ວຣັກສາໄລຍະຫ່າງ 1 ແມັດສຳລັບຄົນເຈັບທີ່ມາກວດ ແລະ ບຸກຄະລາກອນການແພດ, ພິເສດແມ່ນຢູ່ໃນຫ້ອງກວດພະຍາດສຸກເສີນ, ບ່ອນຖ້າຜົນກວດ...

ຄົນເຈັບທີ່ຕ້ອງໄດ້ນອນໂຮງໝໍ

  • ສຳລັບຜູ້ເຝົ້າໄຂ້
  • ຕ້ອງໄດ້ວັດແທກອຸນຫະພູມທຸກວັນຕາມການແນະນຳຂອງພະນັກງານການແພດ.
  • ໃຊ້ຜ້າປິດປາກຕະຫຼອດການດູແລຄົນເຈັບ ແລະ ເມື່ອຕ້ອງໄດ້ເຄື່ອນໄຫວໄປຕາມແຕ່ລະພະແນກ, ຫ້ອງກວດຂອງໂຮງໝໍ.
  • ລ້າງມືເລື້ອຍໆດ້ວຍເຈຼວລ້າງມື.
  • ຈຳກັດການອອກໄປນອກບໍລິເວນໂຮງໝໍໃຈຊ່ວງເວລາທີ່ຕ້ອງດູແລຄົນເຈັບ.

ບັນດາວິທີການປ້ອງກັນຂອງໂຮງໝໍຮ່າໂນ້ຍ - ວຽງຈັນ ແມ່ນໄດ້ຮັບການປະຕິບັດເພື່ອປ້ອງສຸຂະພາບຂອງຄົນເຈັບ, ບຸຄະລາກອນທາງການແພດ. ໃນຊ່ວງໄລຍະເວລາທີ່ຜ່ານມາ, ໂຮງໝໍຮ່າໂນ້ຍ - ວຽງຈັນ ຮ່ວມກັບການອົາໃຈໃສ່ຂອງອຳນາດການປົກຄອງໄດ້ສ້າງສະພາບແວດລ້ອມທີ່ປອດໄພໃຫ້ກັບການກວດແລະປີ່ນປົວພະຍາດໃນຊ່ວງໄວລັດໂຄວິດ 19.

ເພື່ອແນ່ໃສ່ຄວບຄຸມການລະບາດຂອງພະຍາດໃນທີ່ສາທາລະນະ, ຮັບປະກັນຄວາມປອດໄພໃຫ້ກັບຄົນເຈັບ ແລະ ບຸກຄະລາກອນທາງການແພດໃນການກວດ, ປີ່ນປົວພະຍາດ, ປະຕິບັດຕາມຄຳແນະນຳຂອງພະແນກສາທາລະນະສຸກນະຄອນຫຼວງ, ໂຮງໝໍໄດ້ປະຕິບັດຢ່າງເຂັ້ມງວດໃນການຕ້ອນຮັບ, ແຍກຕົວ, ແບ່ງເຂດກວດພະຍາດ, ກັກຕົວ, ນຳສົ່ງກໍລະນີທີ່ສົງໃສຕິດໄວລັດໂຄວິດ 19 ທີ່ມາກວດໃນໂຮງໝໍ. 

ສືບຕໍ່ເກັບກຳຂໍ້ມູນການແພດ, ເປັນກັນເອງກັບຄົນເຈັບທີ່ມາກວດ.

ພ້ອມກັນນັ້ນທາງໂຮງຍັງໄດ້ມີການແຍກທາງເດີນສະເພາະ ແລະ ມີຂິດແນະນຳທາງເຂົ້າອອກຢ່າງຈະແຈ້ງຕັ້ງແຕ່ນອກຈົນເຖີງໃນໂຮງໝໍ.

  • ຕັ້ງໂຕະຕ້ອນຮັບຄົນເຈັບ, ທາງໂຮງໄດ້ຊັບຊ້ອນພະນັກງານເພື່ອແນະນຳຄົນທີ່ມາໂຮງໝໍໃຫ້ແຈ້ງຂໍ້ມູນ ແລະ ແທກອຸນຫະພູມ ເພື່ອເພີ່ມການແຍກຕົວ, ແຍກເຂດໃຫ້ກັບກໍລະນີທີ່ສົງໄສຕິດເຊື້ອໄວລັດໂຄວິດ 19. ຄົນເຈັບທີ່ມີອາການອັກເສບທາງເດີນຫາຍໃຈ (ໄອ, ໄຂ້, ນ້ຳມູກໄຫຼ, ເຈັບຄໍ, ເຈັບໜ້າເອີກ, ຫາຍໃຈຍາກ, ເຈັບຕົນໂຕ), ຄົນທີ່ມີຄວາມສ່ຽງແຜ່ເຊື້ອ( ກັບມາຈາກຕ່າງປະເທດ, ເຂດທີ່ພະຍາດລະບາດ, ສຳພັດກັບຜູ້ຕິດເຊື້ອຫຼືມີຄວາມສ່ຽງ...) ຈະໄດ້ຮັບການແນະນຳໃຫ້ແຍກຕົວ ແລະ ກວດໃຫ້ສະເພາະໃນເຂດກັກຕົວ ໂດຍທ່ານໝໍທີ່ມີການໃສ່ຊຸດປ້ອງກັນຄົບຖ້ວຍ, ຫຼີກລ້ຽງການແຜ່ເຊື້ອໃຫ້ກັບຜູ້ອື່ນໃນໂຮງໝໍ.
  • ສ່ວນຜູ້ທີ່ເຝົ້າໄຂ້ແມ່ນຕ້ອງໄດ້ກວດອຸນຫະພູມໃນທຸກວັນ, ຈຳເປັນຕ້ອງໄດ້ໃຊ້ຜ້າປິດປາກເມື່ອເຂົ້າແລະອອກໂຮງໝໍ
  • ສຳລັບຫ້ອງກວດພະຍາດ - ຫ້ອງສຸກເສີນ ແລະ ພະແນກໃນໂຮງໝໍ ແມ່ນຈະມີເຈຼວລ້າງມື. ພະນັກງານຕ້ອນຮັບຈະແນະນຳໃຫ້ຄົນທີ່ມາກວດຮັກສາໄລຍະຫ່າງ 1 ແມັດ.
  • ສ່ວນບ່ອນນັ່ງລໍຖ້າແມ່ນຈະມີປ້າຍແນະນຳໃຫ້ຮັກສາໄລຍະຫ່າງ 1 ແມັດຢູ່ທີ່ຕັ່ງນັ່ງ, ມີປ້າຍແນະນຳ, ວິດີໂອກ່ຽວກັບພະຍາດຢູ່ໃນບ່ອນທີ່ສາມາດເບີ່ງເຫັນໄດ້ງ່າຍ.
  • ເຂດປ້ອງກັນການລະບາດແມ່ນຈະໄດ້ຮັບການຂ້າເຊື້ອເລື້ອຍໆ, ທັງອຸປະກອບແລະໂຕະຕັ່ງ... ພ້ອມດຽວກັນນັ້ນຍັງມີການຊັບຊ້ອນຕັ່ງເພື່ອຮັກສາໄລຍະຫ່າງໄວ້ໃຫ້ຄົນເຈັບເມື່ອມາໃຊ້ບໍລີການກວດຢູ່ໂຮງໝໍ

ຮັບປະກັນຄວາມປອດໄພໃຫ້ກັບຄົນເຈັບຕະຫຼອດການກວດແລະປີ່ນປົວພະຍາດໃນໂຮງໝໍ

ປະຕິບັດຢ່າງເຄັ່ງຄັດຕາມວິທີປ້ອງກັນໄວລັດຕັ້ງແຕ່ຕົ້ນປີ

ການຂ້າເຊື້ອ, ກຳຈັດສານພິດໃນທີ່ສາທາລະນະສຸກແມ່ນເພື່ອແນ່ໃສ່ຮັບຄວາມປອດໄພໃຫກັບຄັນເຈັບ ແລະ ຍາດພີ່ນ້ອງຄົນເຈັບທີ່ມາກວດ ແມ່ນຈະໄດ້ຮັບການປະຕິບັດຢ່າງເຄັ່ງຄັດດ້ວຍຢາຂ້າເຊື້ອ Cloramin ຕາມການແນະນຳຂອງກະຊວງສາທາລະນະສຸກ, ພົ່ນເຊື້ອທັງດ້ານໜ້າ, ພື້ນ, ອຸປະກອນການແພດ, ຫ້ອງນອນຄົນເຈັບ ແລະ ສະຖານທີ່ອ້ອມຂ້າງຫ້ອງກວດພະຍາດ, ຫ້ອງນ້ຳ, ລະບຽງ... ພ້ອມກັນນັ້ນ, ການຂ້າເຊື້ອ, ເຮັດໃຫ້ສະອາດໃນທຸກມື້ດ້ວຍຢາຂ້າເຊື້ອນັ້ນແມ່ນໄດ້ປະຕິບັດໃນທຸກວັນໃນພະແນກ, ຫ້ອງກວດພະຍາດ ແລະ ທັງໂຮງໝໍ.

ດ້ວຍການເຄື່ອນໄຫວຢ່າງຈີງຈັງກັບການປ້ອງກັນໄວລັດອັກເສບປອດກະທັນຫັນອັນເນື່ອງມາຈາກໄວລັດສາຍພັນໃໝ່ ໂຄໂລນາ, ໂຮງໝໍຮ່າໂນ້ຍ - ວຽງຈັນ ແມ່ນຈະພະຍາຍາມຮັບປະກັນຄວາມປອດໃນການກວດພະຍາດ, ຊ່ວຍໃຫ້ຄົນເຈັບຮູ້ສືກໝັ້ນໃຈເມື່ອມີຄວາມຕ້ອງການກວດພະຍາດ ແລະ ປີ່ນປົວຢູ່ໃນໂຮງໝໍ. ຖ້າຫາກວ່າຄົນເຈັບແລະຍາດພີ່ນ້ອງມີຄວາມເອົາໃຈໃສ່ປະຕິບັດຕາມວິທີປ້ອງກັນໄວລັດ ໂຄວິດ 19 ຢູ່ໃນທີ່ສາທາລະນະສຸກນັ້ນກໍ່ຈະສາມາດປະກອບສວ່ນທີ່ສຳຄັນໃນການຮັບປະກັນຄວາມປອດໄພເມື່ອມາກວດແລະປີ່ນປົວພະຍາດ.