7 ສາເຫດທີ່ພາໃຫ້ຍຸງກັດ

17/06/2019

ເຈົ້າຮູ້ສືກແປກໃຈບໍເວລາທີ່ຖືກຍຸງກັດ, ແຕ່ໃນຊ່ວງເວລາດຽວກັນຄົນທີ່ຢູ່ຂ້າງເຈົ້າກັບມີທ່າທາງເສີຍຄ້າຍຄືວ່າບໍ່ມີຫຍັງເກີດຂື້ນ? ຍຸງບໍ່ໄດ້ສະຫຼາດພໍທີ່ຈະຮັກຄົນນີ້ຊັງຄົນນັ້ນ ແຕ່ວ່າມີເຫດຜົນບາງຢ່າງທີ່ເຮັດໃຫ້ເຈົ້າຖືກຄຸກຄານ. ຖ້າວ່າປົກກະຕິແລ້ວເຈົ້າມັກຖືກຍຸງກັດ, ນັ້ນໝາຍຄວາມວ່າເຈົ້າບໍ່ແມ່ນຄົນດຽວທີ່ເປັນເພາະ ໂດຍສະເລ່ຍແລ້ວຈະມີເຖີງ 20% ຂອງຄົນທີ່ດືງດູດຍຸງເປັນປະຈຳ. ຕໍ່ໄປນີ້ແມ່ນເຫດຜົນ 7 ຂໍ້ທີ່ນັກວິທະຍາສາດໄດ້ເປີດເຜີຍອອກມາເພື່ອອະທິບາຍວ່າເປັນຫຍັງບາງຄົນຈື່ງຖືກຍຸງກັດຫຼາຍກ່ວາຄົນອື່ນ.

 

1. ຍຸງກັດເພາະການແຕ່ງຕົວ

ທີ່ຈີງແລ້ວຍຸງກໍ່ໃຊ້ຕາເພື່ອເບີ່ງເປົ້າໝາຍກ່ອນທີ່ມັນຈະກັດ. ຫຼາຍບົດຄົ້ນຄົ້ວບອກວ່າສາຍຕາຂອງຍຸງນັ້ນມີຄວາມໄວ, ພິເສດແມ່ນໃນໄລຍະເວລາຕອນແລງ. ນອກຈາກນັ້ນ, ວິທີທຳອິດທີ່ມັນໃຊ້ໃນກາຍຊອກເປົ້າໝາຍຂອງມັນກໍ່ແມ່ນສາຍຕານັ້ນເອງ

ຖ້າວ່າເຈົ້າໃສ່ເຄື່ອງສີເຂັ້ມຫຼືສີດຳ, ສີຟ້າທະເລເຂັ້ມຫຼືສີແດງ ແມ່ນຍຸງຈະສາມາດເບີ່ງເຫັນໄດ້ຊັດເຈນແລະເຈົ້າກໍ່ຈະດືງດູດຍຸງມາກັດເຈົ້າໄດ້ຫຼາຍກ່ວາ.

2. ຍຸງກັດເພາະກູຮບເລືອດ

ຍຸງຈະສາມາດມີຊີວິດຢູ່ໄດ້ເພາະອາໄສນ້ຳຫົວຈາກເກສອນດອກໄມ້ເພື່ອບຳລຸງ, ແຕ່ວ່າຍຸງກໍ່ຕ້ອງການໂປຮຕີນ protein ໃນເລືອດຂອງຄົນເພື່ອຜະລິດໄຂ່, ດັ່ງນັ້ນມີເລືອດບາງກູຮບທີ່ເປັນເປົ້າໝາຍຈຸດໝາຍທີ່ຍຸງຈະດູດເລືອດ 

 ຫຼາຍການຄົ້ນຄົ້ວໃຫ້ເຫັນວ່າຜູ້ທີ່ມີກູຮບເລືອດໂອ O ຈະຖືກຍຸງກັດຫຼາຍກ່ວາສອງເທື່ອເມື່ອທຽບກັນກັບຜູ້ທີ່ມີກູຮບເລືອດ A. ໃນນັ້ນກູຮບເລືອດ B ແມ່ນຈະຢູ່ລະຫວ່າງກາງຂອງລະດັບການດືງດູດຄວາມສົນໃຈຂອງຍຸງ

3. ຍຸງກັດເພາະລົມຫາຍໃຈ

ຍຸງສາມາດສຳພັດລົມຫາຍໃຈຈາກໂອໂຊນ CO2 (carbon dioxide) ໃນໄລຍະຫ່າງປະມານ 500 ແມັດ. ນັ້ນພຽງແຕ່ລົມຫາຍໃຈຂອງເຈົ້າກໍ່ກາຍເປັນຈຸດດືງດູດຍຸງໄດ້. ສີ່ງທີ່ໜ້າສົນໃຈແມ່າຜູ້ທີ່ຫາຍໃຈແຮງກໍ່ຈະຖືກຍຸງກັດຫຼາຍກ່ວາ

ຄົນເຮົາຈະຂັບຖ່າຍໂອໂຊນ ຜ່ານທາງປາກແລະດັງ. ດັ່ງນັ້ນ ບໍລິເວນຈະດືງດູດຍຸງຈະແມ່ນເທີງຫົວ.  ເມື່ອນັ້ນທ່ານຈະຮູ້ສືກວ່າຍຸງຈະມາວົນວຽນຢູ່ເທີງຫົວຂອງເຈົ້າ.

4. ຍຸງກັດຍ້ອນຖືພາ

ຜູ້ຍີງທີ່ຢູ່ໃນຊ່ວງເວລາທີ່ກ່ຳລັງຖືພານັ້ນປົກກະຕິແລ້ວຈະເປັນເປົ້າໝາຍໃຫ້ຍຸງກັດຫຼາຍກ່ວາຄົນປົກກະຕິ. ຕາມການຄົ້ນຄົ້ວຢູ່ອາຟິຮກາໃຫ້ເຫັນວ່າຜູ້ຍີງຖືພາຈະມີຄວາສສ່ຽງໃນການຕິດເຊື້ອໄຂ້ເລືອດອອກເພີ່ມເປັນສອງເທື່ອເມື່ອທຽບໃສ່ຜູ້ຍີງທີ່ບໍ່ໄດ້ຖືພາ

ນັກວິທະຍາສາດໄດ້ອະທິບາຍເຫດຜົນທີ່ວ່າແມ່ຍີງຖືພານັ້ນຈະຖືກຍຸງກັດຫຼາຍກ່ວານັ້ນເນື່ອງມາຈາກການເພີ່ມປະລິມານໂອໂຊນ CO2

 ຜູ້ຍີງທີ່ຢູ່ໃນຊ່ວງໄລຍະເວລາຖືພາຫາຍໃຈເອົາໂອໂຊນອອກ CO2 ຫຼາຍກ່ວາ ປົກກະຕິ 21% ແລະອຸນຫະພູມຂອງຮ່າງກາຍກໍ່ເພີ່ມຂື້ນ ດັ່ງນັ້ນຈື່ງມີຄວາມສ່ຽງຖືກຍຸງກັດສູງກ່ວາ

5. ຍຸງກັດຍ້ອນອຸນຫະພູມ

ນອກຈາກທາດໂອໂຊນ CO2 ຍຸງນັ້ນຖືໄດ້ວ່າມີກະແສສຳພັດໄວຕໍ່ກີ່ນເຊັ່ນ axit lactic, axit uric ຫຼາຍທາດໃນນ້ຳເຫື່ອ. ໄປຄຽງຄູ່ກັນນັ້ນ, ຍຸງນັ້ນມັກຄົນທີ່ມີອຸນໃນຮ່າງກາຍສູງ

 ເຈົ້າຈະເປັນທີ່ສົນໃຈຂອງຍຸງຫຼາຍຫຼັງຈາກທີ່ອອກກ່ຳລັງກາຍ ຍ້ອນຮ່າງກາຍຈະເພີ່ມ axit lactic ແລະອຸຫະພູມກໍ່ເພີ່ມສູງຂື້ນ

ນອກຈາກນັ້ນ, ບັນດາພາກສ່ວນທີ່ກ່ຽວຂ້ອງກັບ gene ມີຜົນກະທົບເຖີງປະລິມານ axit uric ຈະເຮັດໃຫ້ບາງຄົນເປັນທີ່ສົນໃຈຂອງຍຸງຫຼາຍກ່ວາຄົນອື່ນ

6. ຍຸງກັດເພາະແບັກຄີເລຍ

ບາງບົດຄົ້ນຄົ້ວໄດ້ໃຫ້ເຫັນປະເພດໜັງແລະປະລິມານແບັກຄີເລຍ ທີ່ຢູ່ໃນໜັງກໍ່ອາດຈະກາຍເປັນເຫດຜົນທີ່ເຮັດໃຫ້ເຈົ້າກາຍເປັນທີ່ດືງດູດຍຸງຫຼາຍກ່ວາ.  ໜັງແມ່ນເຂດຢູ່ອາໄສຂອງແບັກຄີເລຍແລະ ມັນກໍ່ແມ່ນສ່ວນຊ່ວຍສ້າງກີ່ນຫອມພິເສດຢູ່ໃນຕົວຂອງທຸກຄົນ

ໃນການຄົ້ນຄົ້ວສະບັບໝື່ງ, ແບ່ງຊາຍອອກເປັນສອງກຸມ, ກຸ່ມໜື່ງແມ່ນກຸ່ມທີ່ດືງດູດຍຸງໄດ້ງ່າຍແລະອີກກຸ່ມແມ່ນບໍ່ດືງດູດ

ຜົນສະຫຼູບຂອງການຄົ້ນຕົ້ວປະກົດໃຫ້ເຫັນວ່າ ກຸ່ມທີ່ຖືກຍຸງສົນໃຈນັ້ນມີທາດແບັກຄີເລຍບາງສະນິດຢູ່ໃນໜັງ. ເລື່ອງນີ້ສາມາດເຮັດໃຫ້ອະທິບາຍໄດ້ວ່າເປັນຫຍັງຍຸງບາງສະນິດຈືງມັກກັດແຖວຝາຕີນ, ເຂດພິເສດທີ່ມີແບັກຄີເລຍອາໄສຢູ່ຈຳນວນຫຼາຍຫຼາຍ

      7. ຍຸງກັດຍ້ອນດື່ມເບຍ

ການຄົ້ນຄົ້ວໃຫ້ເຫັນວ່າຍຸງຈະປະກົດຕົວຫຼາຍເມື່ອຫຼັງຈາກທີ່ທ່ານດື່ມເບຍ, ສາເຫດທີ່ຖືກນຳອອກມານັ້ນອາດເປັນເພາະການເພີ່ມຂື້ນຂອງ ethanol ທີ່ເພີ່ມອຸນຫະພູມຂອງເຫື່ອແລະອຸນຫະພູມໃນຮ່າງກາຍກໍ່ເພີ່ມຂື້ນ.

ສະພາບຂອງຮ່າງກາຍຫຼັງຈາກກີນເບຍກໍ່ອາດຈະຄືກຍຸງກັດຫຼາຍກ່ວາຄົນອື່ນ

ຍຸງອາດຈະບໍ່ແມ່ນແມງໄມ້ທີ່ສະນິດດຽວ, ທີ່ສາມາດເຮັດໃຫ້ເຈົ້າຄັນຕາມຕົນໂຕໜ່ຳຊ້າຍັງເປັນສາເຫດທີ່ພາໃຫ້ເກີດຫຼາຍພະຍາດທີ່ອັນຕະລາຍເຊັ່ນ ໄຂ່ໜາວ, ໄຂ້ເລືອດອອກ, ໄຂ້ຜີວເຫຼືອງ... ດັ່ງນັ້ນ, ຈົ່ງເຮັດອານາໄມບໍລິເວນອອ້ມຂ້າງແລະ ນຳໃຊ້ວິທິປ້ອງກັນບໍ່ໃຫ້ຍຸງກັດເພື່ອຮັກສາສຸຂະພາບ

ຂ່າວອື່ນໆ