ພະຍາດຜິວໜັງໂດຍທົ່ວໄປທີ່ມັກພົບເຫັນໃນລະດູຮ້ອນ

10/07/2021

ລະດູຮ້ອນເປັນຊ່ວງທີ່ເປັນໂຣກຜິວຫນັງໄດ້ງ່າຍ.ເຫດຜົນແມ່ນອາກາດຮ້ອນ,ຄວາມຊຸ່ມຊື່ນທາງອາກາດ ບວກກັບຜົນກະທົບດ້ານສິ່ງແວດລ້ອມບາງຢ່າງທີ່ເຮັດໃຫ້ຜິວໜັງລະຄາຍເຄືອງ,ເຊິ່ງກໍ່ໃຫ້ເກີດປະຕິກິລິຍາທາງລົບ,ຜິວໜັງມີອາການຄັນ. ສຳລັບແມ່ຍິງ,ແສງແດດຖືວ່າເປັນສັດຕູຂອງຜິວໜັງ ເພາະມັນເປັນຕົວແທນກໍ່ໃຫ້ເກີດຮອຍຊ້ຳ ແລະ ເພີ່ມບັນຫາທາງຜິວໜັງອື່ນໆອີກ. ເຮົາມາເບິ່ງບາງພະຍາດຜິວໜັງທີ່ມັກພົບເຫັນໃນລະດູຮ້ອນ:

ລະດູຮ້ອນເປັນຊ່ວງທີ່ເປັນໂຣກຜິວຫນັງໄດ້ງ່າຍ.ເຫດຜົນແມ່ນອາກາດຮ້ອນ,ຄວາມຊຸ່ມຊື່ນທາງອາກາດ ບວກກັບຜົນກະທົບດ້ານສິ່ງແວດລ້ອມບາງຢ່າງທີ່ເຮັດໃຫ້ຜິວໜັງລະຄາຍເຄືອງ,ເຊິ່ງກໍ່ໃຫ້ເກີດປະຕິກິລິຍາທາງລົບ,ຜິວໜັງມີອາການຄັນ. ສຳລັບແມ່ຍິງ,ແສງແດດຖືວ່າເປັນສັດຕູຂອງຜິວໜັງ ເພາະມັນເປັນຕົວແທນກໍ່ໃຫ້ເກີດຮອຍຊ້ຳ ແລະ ເພີ່ມບັນຫາທາງຜິວໜັງອື່ນໆອີກ. ເຮົາມາເບິ່ງບາງພະຍາດຜິວໜັງທີ່ມັກພົບເຫັນໃນລະດູຮ້ອນ:
✔ສິວຫົວເຫລື່ອງ
ຄວາມຮ້ອນໃນລະດູຮ້ອນແມ່ນສາເຫດທີ່ເຮັດໃຫ້ຜິວໜັງອອກເຫື່ອຫລາຍ ແລະ ເກີດສິວຊ້ຽນ, ເຮັດໃຫ້ເຊື້ອແບັກທີເຣັຍ P.acne ສາມາດຊືມຜ່ານຜິວຫນັງຊັ້ນນອກໄດ້ງ່າຍ,ເຮັດໃຫ້ຮູຂຸມຂົນອຸດຕັນ ແລະ ສິວກໍ່ຈະເກີດຂື້ນ.
✔ຜື່ນຮ້ອນ
ເປັນທີ່ຮູ້ຈັກກັນທົ່ວໄປແລ້ວວ່າປະກົດການຂອງຜື່ນຮ້ອນ.ຕ່ອມເຫື່ອທີ່ອຸດຕັນເຮັດໃຫ້ເກີດຜື່ນຮ້ອນ ແລະ ມີຕຸ່ມນ້ອຍໆທີ່ເກີດຂື້ນຕາມຜິວຫນັງ,ແລ້ວຄັນ.
ຜື່ນທີ່ພົບເຫັນຫຼາຍທີ່ສຸດໃນເດັກນ້ອຍແມ່ນເປັນຕຸ່ມຜື່ນຮ້ອນຕາມຜິວໜັງຂອງເດັກ.ຕຸ່ມນ້ຳໃສ່,ບາງເທື່ອກໍ່ມີຕຸ່ມນ້ຳຫນອງປົນຢູ່ນຳ.ຕຸ່ມຜື່ນຮ້ອນມັກຈະປະກົດຂື້ນໃນບໍລິເວນທີ່ມີເຫື່ອອອກເຊັ່ນ: ໜ້າເອິກ,ຫລັງ,ໜ້າຜາກ,ໜ້າ ແລະ ຄໍ,...
✔ ຮູຂຸມຂົນອັກເສບ
ຮູຂຸມຂົນອັກເສບແມ່ນການອັກເສບຂອງຮາກຮູຂຸມຂົນ, ເຊິ່ງກໍ່ໃຫ້ເກີດອາການທີ່ບໍ່ດີ ສຳລັບຄົນເຈັບເຊັ່ນ: ອາການຄັນຕາມຜິວຫນັງອັກເສບ,ມີເລືອດຊືມອອກຕາມຮູຂົນ,ເປັນຕຸ່ມນ້ຳຫນອງ, ເປັນຮອຍຂີດ.
ການລຸກລາມຂອງຮູຂຸມຂົນອັກເສບມັກເກີດຂື້ນຍ່າງຕໍ່ເນື່ອງ, ຫລືມີອາການກັບມາເປັນຊ້ຳອີກ ເນື່ອງຈາກປັດໃຈທີ່ເອຶ້ອອຳນວຍເຊັ່ນ: ສະພາບແວດລ້ອມທີ່ເປັນພິດ, ອາກາດທີ່ຮ້ອນ ແລະ ຊຸ່ມ. ຖ້າທ່ານບໍ່ຮັກສາຄວາມສະອາດຜິວໜັງຂອງທ່ານຢ່າງລະມັດລະວັງ, ຮູຂຸມຂົນອາດສາມາດອຸດຕັນ ແລະ ຕິດເຊື້ອໄດ້.
✔ ຂີ້ກ້ຽນ
ຂີ້ກ້ຽນເກີດຈາກເຊື້ອຣາເປັນການຕິດເຊື້ຶອທີ່ຜິວຫນັງ ສ່ວນຫລາຍເກີດຈາກສະພາບອາກາດຮ້ອນຂື້ນ ຫລື ການບົວລະບັດຮັກສາຜິວທີ່່ບໍ່ສະອາດ.
✔ ຕຸ່ມເປື່ອຍ
ການຕິດເຊື້ອແບບທົ່ວໆໄປຂອງຜິວໜັງ,ມີລັກສະນະເປັນຕຸ່ມຫນອງ, ຕຸ່ມນ້ຳ ແລະ ເຂົ້າເກັດເປັນສີນ້ຳເຜີ້ງ. ເດັກນ້ອຍສ່ວນໃຫຍ່ເປັນໂລກຕຸ່ມເປື່ອຍໃນໄວອະນຸບານ ແລະ ໂຮງຮຽນອານຸບານ, ຈຳນວນຄົນເຈັບເດັກນ້ອຍເພີ່ມຂື້ນຫລາຍໃນລະດູຮ້ອນ.
✔ ເປັນຫລື່ນ
ອາການຂອງການເປັນຫລື່ນອັກເສບຕາມຈຸດພັບຂອງຮ່າງກາຍປົກກະຕິແລ້ວຈະຄັນ, ເປັນຮອຍແດງຕາມຜິວຫນັງ, ເຈັບປວດຕາມບໍລິເວນພັບຂອງຮ່າງກາຍ,ເປັນຮອຍ ແລະ ມັກເກີດຂື້ນໃນທີ່ຊຸ່ມ,ຫນັງລອກອອກ. ມັນສາມາດເຫັນໄດ້ໃນຄົນທີ່ມີເຫື່ອອອກຫຼາຍ,ຄົນທີ່ເປັນໂລກອ້ວນ, ໂລກເບົາຫວານ,ສຸຂະອະນາໄມບໍ່ສະອາດ, ຜູ້ສູງອາຍຸ ...
✔ ແດດໄຫມ້, ຫນັງເປັນຈຸດດ້າງດຳ,ຫນັງເຂົ້້າຝ້າ.
ເກີດຂື້ນໃນເວລາທີ່ຖືກແສງແດດເລື້ອຍໆໂດຍບໍ່ມີການປ້ອງກັນຜິວຢ່າງລະມັດລະວັງ.ຖ້າວ່າແສງແດດແຮງກ້າ, ທ່ານຈະໄຫມ້ແດດ ແລະ ເພີ່ມຄວາມສ່ຽງຂອງທ່ານໃນການເປັນໂຣກມະເຮັງຜິວໜັງ.ຫນັງເປັນຈຸດດ້າງດຳແຜ່ລາມອອກກ້ວາງ, ມັນຈະດຳກ່ວາເກົ່າໃນມື້ທີ່ແດດຮ້ອນ ຖ້າວ່າທ່ານບໍ່ໃຊ້ຄີມກັນແດດ ຫລື ໃຊ້ຄີມກັນແດດແບບບໍ່ຖືກຕ້ອງ.
✔ ຮູຫູອັກເສບ
ຖ້າວ່າທ່ານລອຍນ້ຳເປັນປະຈຳໃນລະດູຮ້ອນ, ທ່ານຈະມີຄວາມສ່ຽງສູງໃນການເຈັບຫູ. ນໍ້າເຂົ້າຫູຂອງທ່ານຫຼາຍເກີນໄປ ແລະ ເຊັດບໍ່ແຫ້ງອາດເຮັດໃຫ້ເກີດການອັກເສບຮູຫູ, ເຊິ່ງກໍ່ໃຫ້ເກີດການລະຄາຍເຄືອງຢູ່ເລື້ອຍໆ.ລະດູຮ້ອນກຳລັງຈະມາເຖິ່ງ, ແດດຮ້ອນແລ້ວ,ທ່ານຄວນຮັກສາຜິວຂອງທ່ານໃຫ້ສະອາດ,ດື່ມນ້ຳໃຫ້ພຽງພໍ ແລະ ຢ່າລືມ“ໃຊ້”ຜະລິດຕະພັນຄີມກັນແດດທີ່ປອດໄພສຳຫລັບຕົວຂອງທ່ານເອງ.
ແລະ, ເພື່ອຜົນການປິ່ນປົວທີ່ດີທີ່ສຸດທີ່ທ່ານຕ້ອງການ:
ຫລີກລ້ຽງການນອນເດິກ: ເຂົ້ານອນໃຫ້ໄວເພື່ອເຮັດໃຫ້ຮ່າງກາຍຂອງທ່ານລະບາຍສານພິດອອກ.
ບໍ່ຄວນດື່ມສີ່ງຂອງມືນເມົາ: ສີ່ງຂອງມືນເມົາ ຫລື ສານກະຕຸ້ນ ເຮັດໃຫ້ລະບົບຕ່ອມໄຮ້ທໍຖືກຍັບຍັ້ງເຊີ່ງກໍ່ໃຫ້ເກີດ "ສິວສ້ຽນ" ທີ່ເປັນຕາຍ້ານ.
ດື່ມນ້ຳຫຼາຍໆ: ດື່ມນ້ຳ 2-3 ລິດຕໍ່ມື້ເພື່ອຂັບຖ່າຍຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍ“ ເຢັນລົງ”.
ກິນຫມາກໄຫມ້ທີ່ອຸດົມສົມບູນໄປດ້ວຍວິຕາມີນຊີ: ປະລິມານວິຕາມີນຊີຊ້ວຍເຮັດໃຫ້ຜິວຂາວໃສ່, ຂັບຖ່າຍສານຜິດໃນຮ່າງກາຍ,ເຮັດໃຫ້ຕັບເຍັນລົງ, ປ້ອງກັນການເກີດສິວ.
ຈຳກັດຂອງຫວານ: ເພາະວ່າຮ່າງກາຍດູດຊຶມທາດນ້ຳຕານຫລາຍເກີນໄປ, ມັນຈະເຮັດໃຫ້ຜິວພັນເກີດມີຕຸ່ມງ່າຍຂື້ນ.
ຮັກສາຜິວຂອງທ່ານໃຫ້ສະອາດ: ຢ່າລືມລ້າງໜ້າໃຫ້ສະອາດ 2 ຄັ້ງຕໍ່ມື້ເພື່ອເຮັດໃຫ້ຜິວຂອງທ່ານສົດໃສ່ແລະສະອາດ.
ແຫຼ່ງຂໍ້ມູນ: ໂຮງໝໍແພດສາດຮ່າໂນ້ຍ

ຂ່າວອື່ນໆ