ບັນດາພະຍາດທາງລະບົບຫາຍໃຈທີ່ມັກພົບເມື່ອປ່ຽນລະດູ

03/03/2020

ເມື່ອເຖີງເວລາປ່ຽນລະດູ, ສະພາບແວດລ້ອມແລະຄວາມອົບອຸ່ມຂອງອາກາດໄດ້ປ່ຽນແປງເຮັດໃຫ້ຮ່າງກາຍປັບຕົວນຳບໍ່ທັນ, ນີ້ແມ່ນສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ກັບໄວລັດ, ແບັກຄີເຮຍທີ່ກໍ່ໃຫ້ເກີດພະຍາດທາງລະບົບຫາຍໃຈ, ພ້ອມກັນນັ້ນຍັງແມ່ນຊ່ວງເວລາທີ່ພາໃຫ້ຫຼາຍພະຍາດກ່ຽວກັບລະບົບຫາຍໃຈລະບາດ, ພິເສດແມ່ນຜູ້ທີ່ມີພູມຄຸ້ມກັນຕ່ຳເຊັ່ນ: ເດັກນ້ອຍແລະຜູ້ສູງອາຍຸ ບັນດາພະຍາດທີ່ມັກພົບເມື່ອປ່ຽນລະດູເຊັ່ນ: ຫວັດ, ອັກເສບດັງຄໍ, ອັກເສບດັງ, ອັກເສບຫຼອດລົມ ແລະ ພະຍາດຊ້ຳເຮື້ອທີ່ມັກເກີດຂື້ນເຊັ່ນ: ຫືດ, ຫຼອດລົມແຫບ, ພະຍາດປອດຊ້ຳເຮື້ອ(COPD)... ຈະມີຊ່ວງທີ່ເກີດຂື້ນແລ້ວກັບໝັກຂື້ນເມື່ອມີເງື່ອນໄຂທີ່ເໝາະສົມ

ບັນດາພະຍາດທາງລະບົບຫາຍໃຈທີ່ມັກພົບເມື່ອປ່ຽນລະດູ

ເມື່ອເຖີງເວລາປ່ຽນລະດູ, ສະພາບແວດລ້ອມແລະຄວາມອົບອຸ່ມຂອງອາກາດໄດ້ປ່ຽນແປງເຮັດໃຫ້ຮ່າງກາຍປັບຕົວນຳບໍ່ທັນ, ນີ້ແມ່ນສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ກັບໄວລັດ, ແບັກຄີເຮຍທີ່ກໍ່ໃຫ້ເກີດພະຍາດທາງລະບົບຫາຍໃຈ, ພ້ອມກັນນັ້ນຍັງແມ່ນຊ່ວງເວລາທີ່ພາໃຫ້ຫຼາຍພະຍາດກ່ຽວກັບລະບົບຫາຍໃຈລະບາດ, ພິເສດແມ່ນຜູ້ທີ່ມີພູມຄຸ້ມກັນຕ່ຳເຊັ່ນ: ເດັກນ້ອຍແລະຜູ້ສູງອາຍຸ

 ບັນດາພະຍາດທີ່ມັກພົບເມື່ອປ່ຽນລະດູເຊັ່ນ: ຫວັດ, ອັກເສບດັງຄໍ, ອັກເສບດັງ, ອັກເສບຫຼອດລົມ ແລະ ພະຍາດຊ້ຳເຮື້ອທີ່ມັກເກີດຂື້ນເຊັ່ນ: ຫືດ, ຫຼອດລົມແຫບ, ພະຍາດປອດຊ້ຳເຮື້ອ(COPD)... ຈະມີຊ່ວງທີ່ເກີດຂື້ນແລ້ວກັບໝັກຂື້ນເມື່ອມີເງື່ອນໄຂທີ່ເໝາະສົມ

  1. ເປັນຍ້ອນຫຍັງພະຍາດທາງລະບົບຫາຍໃຈຈື່ງມັກພົບເຫັນເມື່ອປ່ຽນລະດູການ?
  • ປ່ຽນແປງສະພາບອາກາດໃນຊ່ວງທີ່ປ່ຽນລະດູການເຮັດໃຫ້ພູມອາກາດປ່ຽນແປງ, ຈາກທີ່ຮ້ອນກາຍເປັນໜາວ, ຈາກທີ່ມີແດດກາຍເປັນມີຝົນພາຍໃນໜື່ງມື້. ເມື່ອສະພາບອາກາດມີການປ່ຽນແປງໄປໄວຈະເຮັດໃຫ້ພູມຄຸ້ມກັນຂອງຄົນເຮົາອ່ອນເພຍ. ຂ້າງຄູ່ກັນນັ້ນບັນດາໄວລັດ ທີ່ກໍ່ໃຫ້ເກີດອາການໜາວສັ່ນຂະຫຍາຍຕົວແລະຕິດຕໍ່ໄດ້ດີກ່ວາໃນອາກາດທີ່ໜາວ, ອົບອຸ່ນ. ລະບົບຫາຍໃຈແມ່ນສະຖານທີ່ພາໃຫ້ເກີດຫຼາຍພະຍາດຕິດຕໍ່ໄດ້ຢ່າງງ່າຍດາຍເມື່ອພວກເຮົາຫາຍໃຈ. ດັ່ງນັ້ນອາການທີ່ໄອແລະຄັນແມ່ນມີທົ່ວໆໄປເມືອສະພາບອາກາດປ່ຽນແປງ.
  • ໄວລັດທີ່ກໍ່ໃຫ້ເກີດພະຍາດລະບົບຫາຍໃຈ ຕົວຢ່າງຄືໄວລັດຫວັດຈະຂະຫຍາຍຕົວໄດ້ໄວໃນສະພາບອາການໜາວຫຼາຍກ່ວາອາກາດຮ້ອນ
  • ສະພາບອາກາດທີ່ງ່າຍຕໍ່ການປ່ຽນແປງ, ລວມທັງມີການໜູນວຽນເນື່ອງຈາກລະດູໜາວເຮັດໃຫ້ຫຼາຍຄົນມີອາການເດີນທາງໜ້ອຍແຕ່ຈະຢູ່ເຮືອນຫຼາຍກ່ວາ, ປິດປະຕູເມື່ອຫຼີກລ້ຽງຈາກສະພາບອາການໜາວພັດເຂົ້າ. ນື້ແມ່ນເງື່ອນໄຂທີ່ເໝາສົມເຮັດໃຫ້ເຊື້ອໂລກທີ່ມີຄວາມທານທາຕໍ່ສະພາບແວດລ້ອມມີໂອກາດຂະຫຍາຍຕົວຫຼາຍຂື້ນ.
  • ໃນຊ່ວງລະດູໜາວ, ຕອນກາງເວັນສັ້ນກາງຄືນຈະຍາວ, ຊ່ວງຊົ່ວໂມງທີ່ມີແສງແດດໃນຕອນທ່ຽງກໍ່ຫຼຸດລົງ. ພິເສດແມ່ນຢູ່ພາກເໜືອມີຫຼາຍມື້ທີ່ບໍ່ເຫັນດວງຕາເວັນ. ແສງຕາເວັນຈະມີລັງສີມ່ວງນັ້ນແມ່ນສາເຫດສຳຄັນທີ່ສາມາດຈ້າໄວລັດ. ໃນລະດູໜາວແສງແດງຈາກດວງຕາເວັນມີໜ້ອຍກໍ່ແມ່ນສາເຫດທີພາໃຫ້ສີ່ງທີ່ມີຊີວິດຂະຫຍສຍຕົວໄວກ່ວາ.
  1. ບາງພະຍາດທີ່ມັກພົບໃນການປ່ຽນລະດູ

ການຕິດເຊື້ອທາງລະບົບຫາຍໃຈແມ່ນການຕີິດເຊື້ອທີ່ເກີດຢູ່ປອດ, ໜ້າເອີກ, ໂຜ້ງດັງ, ດັງແລະຄໍ. ການຕີດເຊື້ອຊ້ຳເຮື້ອແມ່ພະຍາດທີ່ເກີດຂື້ນຊ້ຳໄປຊ້ຳມາຕາມໄລຍະເວລາ, ພິເສດແມ່ນການປ່ຽນລະດູການຈາກລະດູຮ້ອນໄປຫາລະດູໜາວເມື່ອທຸກຄົນໃຊ້ເວລາຫຼາຍຢູ່ກັບເຮືອນແລະລວມຕົວກັນເປັນກຸ່ນ. ເນື່ອງຈາກປະລິມານເຊື້ອເພີ່ມຂື້ນແລະທຸກຄົນມີການສຳຜັດກັນເຮັດໃຫ້ເຊື້ອພະຍາດລະບາດແລະຕິດຕໍ່ໄດ້ໄວຂື້ນ.

 ປະຈຸບັນນີ້ມີຫຼາຍການຕິດຕໍ່ທາງລະບົບຫາຍໃຈອາດຈະຕິດຈາກຄົນນີ້ໄປຫາຄົນນັ້ນດ້ວຍການຫາຍໃຈເອົາລະອອງນ້ຳລາຍຈາກຄົນເຈັບເວລາໄອຫຼືຈາມຫຼືສຳຜັດກັບດັງ, ປາກ ຫຼືໃບໜ້າຫຼືສຳຜັດກັບຄົນທີ່ຕິດເຊື້ອລະບົບຫາຍໃຈຫຼືສຳຜັດກັບໄວລັດທີກໍ່ໃຫ້ເກີດພະຍາດ.

ສາເຫດທີ່ພາໃຫ້ເກີດການຕິດເຊື້ອທາງລະບົບຫາຍໃຈປົກກະຕິແມ່ນມາຈາກແບັກຄີເຮຍຫຼືໄວລັດ. ຕິດເຊື້ອທາງລະບົບຫາຍໃຈເນື້ອງຈາກແບັກຄີເຮຍແມ່ນສາມາດປີ່ນປົວດ້ວຍຢາຕ້ານເຊື້ອແລະວ່າໄວລັດແມ່ບໍ່ສາມາດປີ່ນປົວດ້ວຍຢາຕ້ານເຊືອ. ເຖີງຢາຕ້ານໄວລັດອາດຈະໃຊ້ໃນບາງກໍລະນີ. ສະເພາະຄົນເຈັບທີ່ຕິດເຊື້ອທາງລະບົບຫາຍໃຈຊ້ຳເຮືອທີ່ທ່ານໝໍລະບຸອາການທີ່ຄົນເຈັບກ່ຳລັງເປັນເພື່ອບົ່ງມະຕິແລະປີ່ນປົວ.

 ບັນດາພະຍາດທີ່ປ່ຽນຜັນໄປຈາກການຕິດເຊືອທາງລະບົບຫາຍໃຈເຊັ່ນ: ໄຂ້ໜາວທົ່ວໄປ, ອັກເສບປອດ, ອັກເສບໂຜ້ງດັງຊ້ຳເຮື້ອ, ອັກເສບຫຼອດລົມ, ອັກເສບດັງ, ອັກເສບຄໍແລະເປັນຫວັດ.

 

2.2 ພະຍາດຫອບຫືດ

 ຊ່ວງໄລຍະເວລາທີ່ເດັກນ້ອຍໄປໂຮງຮຽນກໍ່ແມ່ນຊ່ວງທີ່ໄວລັດລະບາດ, ເລື່ອງນີ້ຖາວ່າເດັກນ້ອຍຫອບຫືດ, ພະຍາດອາດຈະໜັກໜ່ວງໃນເມື່ອພົບກັບຊ່ວງຜັນປ່ຽນລະດູ, ຕາມຜູ້ຊ່ຽວຊານ, ໄລຍະເວລາໃຫ້ການປ່ຽນລະດູຈາກລະດູຮ້ອນໄປລະດູໜາວແມ່ນໍຊ່ວງເວລາທີ່ຮ້າຍແຮງທີ່ສຸດສຳລັບເດັກນ້ອຍທີ່ເປັນໂລກຫອບຫືດ.ໂລກຫອບຫືດປົກກະຕິຈະເກີດຂື້ນໃນທ້າຍເດືອນ 8 ແລະເດືອນ 9 ຍ້ອນສອງສາເຫດຫຼັກ:

  • ຕິດໄວລັດມີສະຖິຕິສູງໃນທີ່ສາທາລະນະ, ພິເສດແມ່ນລະດູຮ້ອຍແລະລະດູໜາວ
  • ເດັກນ້ອຍເປີດເທີມແລະຢູ່ໃນສະພາບແວດລ້ອມທີ່ຢູ່ກັບນັກຮຽນທີ່ຕິດເຊືອໄວລັດ.

ໃນຕະຫຼອດການປ່ຽຍແປງຂອງລະດູ, ເດັກນ້ອຍທີ່ຫອບຫືດອາດຈະເປັນພູມແພ້ທີ່ແຕກຕ່າງກັນ, ສືບເນື່ອງລະອອງແລະເກສອນຂອງດອກໄມ້ແລະຫຍ້າທີ່ຕ່າງກັນ. ພູມແພ້ທີ່ສະແດງອອກຫຼືລວມທັງສະພາບແວດລ້ອມທີ່ຕ່າງກັນເຊັ່ນ: ໄວລັດ, ມົນລະພິດໃນເຮືອນແລະຂ້າງນອກ... ແມ່ນສາມາດແຜ່ລະບາດຫອບຫືດ.

 

  1. ປ້ອງກັນໂລກທາງລະບົບຫາຍໃຈເມື່ອປ່ຽນລະດູການ.

ຫຼີກລ້ຽງການນ້ຳເຢັນທີມີນຳແຂງໃນການປ້ອງກັນໂລກ.

  • ເມື່ອຕ້ອງເດີນທາງຫຼືປ່ຽນແປງສະພາບອາກາດ, ຕ້ອງເອົາໃຈໃສ່ບາງເລື່ອງຄືດັ່ງຕໍໄປນີ້ເພື່ອປ້ອງແລະປີ່ນປົວພະຍາດທາງລະບົບຫາຍໃຈ:
  • ຮັກສາຮ່າງກາຍໃຫ້ອົບອຸ່ນເມື່ອອາກາດເຢັນ, ສະເພາະແມ່ນຄໍ, ໜ້າເອີກ, ຝາມື;
  • ອາບນ້ຳອຸ່ນໃນຫ້ອງທີ່ບໍ່ມຮລົມຜ່ານ, ອາບແລ້ງຕ້ອງເຊັດໂຕໃຫ້ແຫ້ງແລະນຸ່ງເຄື່ອງທີ່ສະອາດ
  • ຫຼີກລ້ຽງການໃຊ້ພັດລົມ, ແອ, ບໍ່ນອນເດີກ, ກີນດື່ມແລະອອກກ່ຳລັງກາຍສະໝ່ຳສະເໝີ
  • ເຮັດຄວາມສະອາດຄໍ, ປາກເຊັ່ນວ່າຖູແຂ້ວຫຼັງຈາກຮັບປະທານອາຫານ, ກ່ອນແລະຫຼັງເຂົ້ານອນ.
  • ບໍ່ຄວນສູບຢາ, ຫຼີກລ້ຽງການສູບຢາ, ດື່ມສີ່ງມືດເມົາ, ມີນ້ຳກ້ອນ, ເພີ່ມຜັກສີຂຽວແລະດື່ມນ້ຳໝາກໄມ້ໃຫ້ຫຼາຍ.
  • ປະຈຸບັນນີ້ຍັງມີປະຊາຊົນສ່ວນຫຼາຍທີ່ມັກຊື້ຢາມາກີນເອງ, ໃນນັ້ນລວມມີທັງຢາຕ້ານເຊື້ອເພື່ອປີ່ນປົວໂລກທາງເດີນຫາຍໃຈ. ມັນເປັນອັນຕະລາຍຫຼາຍກ່ວານັ້ນແມ່ນຫຼາຍຄົນຍັງໃຊ້ບີນຢາເກົ່າ, ເຖີງວ່າຈະບໍ່ມີໃບບີນຈາກທ່ານໝໍໃຫ້ກີນ, ເລື່ອງນີ້ແມ່ນມີຄວາມສ່ຽງຫຼາຍ. ເລື່ອງນີ້ເຮັດໃຫ້ເພີ່ມຄວາມສາມາດແບັກຄີເລຍຕ້ານຢາ, ເຮັດໃຫ້ຜູ້ຟໂຊກຮ້ານຕິດພະຍາດຈະເຮັດໃຫ້ພົບຄວາມຫຍຸ້ງຍາກໃນເວລາປີ່ນປົວ. ດັ່ງນັ້ນເມື່ອມີອາການຂອງພະຍາດ, ຄົນເຈັບບໍ່ຄວນໃຊ້ຢາຕ້ານເຊື້ອດ້ວຍຕົນເອງ, ແຕ່ຕ້ອງໄປກວດແລະໃຫ້ທ່ານໝໍວາງຢາໃຫ້. ການເຮັດແນວນັ້ນຍີ່ງຈະເຮັດໃຫ້ພະຍາດໜັກຂື້ນ, ຊ້ຳບໍ່ໜ່ຳຢຸດການແຜ່ເຊື້ອໄປຫາຜູ້ອື່ນອ້ອມຂ້າງ.
  • ສັກຢາກັນຫວັດ ໃນຕົ້ນລະດູໜາວ, ສັກຢາປ້ອງກັນໃຫ້ກັບກຸ່ມທີ່ມີຄວາມສ່ຽງເພື່ອຊ່ວຍເພີ່ມພູມຄຸ້ມກັນໃຫ້ກັບຮ່າງກາຍ, ເພື່ອປ້ອງຄວາມສ່ຽງການຕິດເຊື້ອທາງລະບົບຫາຍໃຈ, ຖ້າວ່າມີການຕິດເຊືອແມ່ນເຊື້ອຈະບໍ່ຮຸນແຮງ, ເວລາໃນການນອນໂຮງໝໍຈະໜ້ອຍກ່ວາ

 

ສັກຢາກັນຫວັດ ໃນຕົ້ນລະດູໜາວ, ສັກຢາປ້ອງກັນໃຫ້ກັບກຸ່ມທີ່ມີຄວາມສ່ຽງເພື່ອຊ່ວຍເພີ່ມພູມຄຸ້ມກັນໃຫ້ກັບຮ່າງກາຍ

  • ລ້າງດັງແລະບ້ວນປາກດ້ວຍນ້ຳເກືອແຮ່ 0,9% ຂ້າແບັກຄີເຮຍທີ່ອາດຈະກໍ່ໃຫ້ເກີດພະຍາດແລະເຮັດໃຫ້ປາກດັງສະອາດ. ລ້າງມືດ້ວຍສະບູແມ່ນວິທີທີ່ໄດ້ຮັບຜົນດີທີ່ສຸດເພື່ອຫຼຸດການຈະຈາຍເຊື້ອທີ່ກໍ່ໃຫ້ເກີດພະຍາດຈາກຄົນໜື່ງໄປຍັງອີກຄົນໜື່ງ

ຂ່າວອື່ນໆ