ດູແລລູກນ້ອຍເປັນໄຂ້ແນວໃດໃຫ້ຖືກວິທີ

10/07/2021

ໄຂ້ແມ່ນອາການທີ່ອຸນຫະພູມໃນຮ່າງກາຍເພີ່ມຂື້ນຈາກລະດັບປົກກະຕິ. ເມື່ອລູກເປັນໄຂ້, ມີພໍ່ແມ່ຫຼາຍຄົນແກ້ໄຂດ້ວຍວິທີການແບບຊະຊາຍ, ແບບບໍ່ມີປະສົບການ ຫຼື ວ່າມີຄວາມກັງວົນຫຼາຍເກີນໄປ. ດັ່ງນັ້ນ, ການເຂົ້າໃຈໃນວິທີດູແລລູກນ້ອຍໃນເວລາມີໄຂ້ນັ້ນແມ່ນມີຄວາມຈຳເປັນຫຼາຍ

ເດັກນ້ອຍ, ໄຂ້ແມ່ນລະບຸມາຈາກອຸນຫະພູມຂອງຮ່າງກາຍທີ່ສູງກ່ວາລະດັບດັ່ງຕໍ່ໄປນີ້: 38 ອົງສາເຊ, ແທກຢູ່ຮູທະວານ; 37,5 ອົງສາເຊແທກຢູ່ປາກ; 37,2 ອົງສາເຊ ແທກຢູ່ຂີ້ແຮ້. ການສະແດງອອກຂອງອາການຕ່າງໆທີ່ສະແດງໃຫ້ເຫັນວ່າເດັກເປັນໄຂ້ມີດັ່ງນີ້: ລູກແອ່ວຫຼາຍກ່ອນປົກກະຕິ, ຢູ່ຍາກ, ຄີງຮ້ອນ, ເຫື່ອອອກ.
5 ຂັ້ນຕອນໃນການດູແລເດັກເມື່ອເປັນໄຂ້
ເມື່ອລູກເປັນໄຂ້, ພໍ່ແມ່ບໍ່ຄວນກັງວົນເກີນໄປ, ຕ້ອງໄດ້ປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:
ການປ່ຽນເຄື່ອງນຸ່ງ
ໃຫ້ເດັກນຸ່ງເຄື່ອງທີ່ສະບາຍ, ຫຼີກລ້ຽງການໃສ່ເຄື່ອງທີ່ຄັບແລະລະບາຍອາກາດຍາກ. ຖ້າເດັກຍັງໃສ່ແຜ່ນເພີດຄວນເອົາແຜນເພີດອອກແລ້ວໃຫ້ເດັກໃສ່ໂສ້ງແທນ.
ເພີ່ມນ້ຳແລະເກືອແຮ່ໃຫ້ເດັກ
Oresol ແມ່ນນ້ຳທີ່ເພີ່ມເກືອແຮ່ທີ່ດີທີ່ສຸດໃຫ້ກັບເດັກທີ່ເປັນໄຂ້, ຖອກທ້ອງ ຫຼືຮາກ, ແຕ່ວ່ານ້ຳປະເພດນີ້ແມ່ນດື່ມຢາກເຮັດໃຫ້ເດັກມັກຮາກໄດ້ງ່າຍ. ດັ່ງນັ້ນ, ຄວນໃຫ້ເດັກດື່ມທີລະເລັກລະໜ້ອຍແລະກໍ່ພັກປະມານ 5-10ນາທີທຸກຄັ້ງຫຼັງຈາກດື່ມ.
ຄວນເອົາໃຈໃສ່ເມື່ອປະສົມ Oresol: ພໍ່ແມ່ຕ້ອງປະສົມທັງຫໍ່ກັບປະລິມານນ້ຳທີ່ໄດ້ລະບຸໄວ້, ບໍ່ຕ້ອງປະສົມ ½ ຫຼື 1/3 ຖົງເພາະວ່າຈະເຮັດໃຫ້ຄວາມເຂັ້ນຂຸ້ນຂອງທາດເກື່ອແຮ່ທັງໃຫ້ຜົນທີ່ບໍ່ປຮາດຖະໜາເຊັ່ນ: ເດັກຈະມີອາການຊັກ, ເຮັດໃຫ້ສະຕິຮັບຮູ້ເລືອນລາງ
ນອກຈາກນີ້, ຖ້າວ່າເດັກດື່ມ oresol ຍາກ, ພໍ່ແມ່ອາດປ່ຽນດ້ວຍຢ່າງອື່ນແທນເຊັ່ນ: ນ້ຳດື່ມ, ນ້ຳໝາກໄມ້ຫຼືນົມ...
✔️ ໃຫ້ເດັກກີນຢາລົດໄຂ້
ຖ້າວ່າເດັກມີອາການໄຂ້ >= 38,5 C˚ ( >= 38 C˚ ຢູ່ໃນກຸ່ມເດັກທີ່ມີໄຂ້ສູງແລ້ວມີອາການຊັກ) ຕ້ອງໃຫ້ເດັກກີນຢາລົດໄຂ້.
Paracetamol ແມ່ນຢາທີ່ແນະນຳໃຫ້ໃຊ້ເມື່ອຍັງບໍ່ໄດ້ຕັດຄວາມສົງໄສວ່າເດັກເປັນໄຂ້ເລືອດອອກ Dengue ຫຼືບໍ່.
Ibuprofen ຈະໃຊ້ແຕ່ໃນກໍລະນີທີ່ເດັກບໍ່ເປັນໄຂ້ເລືອດອອກ Dengue, ໃຊ້ຕາມຄຳແນະນຳຂອງທ່ານໝໍ.
ແຜ່ນຕິດລົດໄຂ້: ແຜ່ນຕິດລົດໄຂ້ບໍ່ມີຄຸນສົມບັດໃນການລົດໄຂ້ແຕ່ມີຄຸນໂຫຍກໃຫ້ຄວາມຮູ້ສືກເຢັນ, ຢູ່ງ່າຍໃນບ່ອນທີ່ຕິດ.
✔️ຖົງນ້ຳອຸ່ນ
ເມື່ອເດັກເປັນໄຂ້ຄວນໃຊ້ຖົງນ້ຳອຸ່ນນຳເພື່ອລົດໄຂ້. ຖົງນ້ຳອຸ່ນຈະເຮັດໃຫ້ຮູຂຸມຂົມເປີດ, ເປີດຫຼອດເລືອດຢູ່ຊັ້ັນຜິວໜັງ, ເພີ່ມຄວາມສາມາດໃນການຂັບຖ່າຍອຸນຫະພູມ, ນັ້ນເຮັດໃຫ້ໄຂ້ລົດລົງ.
ພໍ່ແມ່ໃຊ້ຜ້າແຊ່ລົງໃນນ່ຳອຸ່ນ( ກວດເບີ່ງນ້ຳອຸ່ນດ້ວຍການໃຊ້ມືສຳຜັດ ແລະ ນ້ຳອຸ່ນຄືກັນກັບນ້ຳທີ່ໃຫ້ເດັກອາບ). ຖ້າວ່ານ້ຳເຢັນຄວນປະສົມນ້ຳຮ້ອນລົງໄປ ຫຼື ດ້ວຍກະບວມນ້ຳອຸ່ນ, ກວດເບີ່ງຄວາມອຸ່ນແລ້ວເຊັດໃຫ້ເດັກ.
ຫຼັງຈາກ 15-30 ນາທີ, ແທກອຸນຫະພູມຂອງເດັກຄືນ, ຢຸດການໃຊ້ຖົງນ້ຳອຸ່ນເມື່ອອຸນຫະພູມຂອງເດັກ < 37,5 C˚.
ເມື່ອໃສ່ຖົງນ້ຳອຸ່ນ, ຕ້ອງເຊັດຄ່ອຍໆ, ຫຼີກລ້ຽງການຖູແຮງເພາະອາດຈະເຮັດໃຫ້ເດັກໜາວ, ອອກຕຸ່ມຜືນແດງ.
✔️ໃຫ້ເດັກກີນ
ເມື່ອມີໄຂ້ເດັກຈະກີນອາຫານບໍ່ໄດ້ດີເທົ່າມື້ປົກກະຕິ, ດັ່ງນັ້ນ, ພໍ່ແມ່ຄວນໃຫ້ລູກກີນເມື່ອລູກຢາກ, ບໍ່ຄວນບັງຄັບລູກກີນເມື່ອລູກບໍ່ຢາກ.
ຄວນພາເດັກໄປພົບທ່ານໝໍເມື່ອມີອາການ 1 ໃນອາການຕໍ່ໄປນີ້:
+ ເດັກທີ່ມີອາຍຸຕ່ຳກ່ວາ 3 ເດືອນມີໄຂ້ >= 38,5 độ C;
+ ເດັກມີອາການອິດເມື່ອຍ;
+ ອອກຜືນຕາມຜິວໜັງ;
+ ຖອກທ້ອງ ຫຼື ຮາກຫຼາຍ;
+ ເດັກມີອາການຂາດນ້ຳ;
+ ມີໄຂ້ຫຼາຍກ່ວາ 3 ມື້;
+ ເດັກທີ່ມີບັນຫານກ່ຽວກັບພະຍາດຊ້ຳເຮື້ອເຊັ່ນ: ພະຍາດຈຸງລັງເລືອດຮ້າຍແຮງ, ພະຍາດຫຼອດເລືອດຫົວໃຈ, ມະເຮັງ ຫຼື Lupus.
ໄຂ້ແມ່ນບໍ່ສາມາດຫຼີກລ້ຽງໄດ້ ແລະ ເດັກຈະກັບມາລື່ນເລີງເມື່ອໝົດໄຂ້, ດັ່ງນັ້ນ, ຄວນຊອກຫາສະຖານທີ່ບໍລິການທາງການແພດເມື່ອຈຳເປັນ.
✔️ແກ້ໄຂອາການຊັກເມື່ອເປັນໄຂ້ຢູ່ເຮືອນ
ການຊັກຍ້ອນໄຂ້ນັ້ນເກີດຂື້ນພຽງແຕ່ 2 - 5% ຂອງເດັກ, ລະດັບອາຍຸທີ່ມັກພົບແມ່ນແຕ່ 6 ເດືອນຫາ 5 ປີ ພິເສດແມ່ນ 12-18 ເດືອນ. ການຊັກຍ້ອນໄຂ້ແມ່ນມັກເກີດຂື້ນໃນມື້ທຳອິດທີ່ເປັນໄຂ້, ແລະເມື່ອອຸນຫະພູມຮ່າງກາຍຂອງເດັກຫຼາຍກ່ວາ 39 C˚. ການຊັກມັກຈະແກ່ຍາວປະມານ 1-2 ນາທີ ແລະ ຈະບໍ່ເຮັດໃຫ້ສະໜອງເສຍຫາຍກໍ່ຄືວິວັດທະນາການດ້ານຄວາມຈຳຂອງເດັກຫຼັງຈາກນີ້.
ມີບາງກໍລະນີການຊັກຈະໃຊ້ເວລາປະມານ 10 ນາທີ, ພິເສດແມ່ຄົນເຈັບທີ່ມີອາການຊັກສະເພາະທີ່ ຫຼື ຄົນເຈັບທີ່ມີການຊັກຫຼາຍກ່ວາ 1 ຄັ້ງໃນ 24 ຊົ່ວໂມງ ມີຄວາມສ່ຽງທີ່ຈະກາຍເປັນ ໂລກລົມຊັກ.
ສວນຫຼາຍການຊັກຍ້ອນໄຂ້ຈະຫາຍໄປເອງຫຼັງຈາກບໍ່ພໍເທົ່າໃດນາທີ. ຖ້າວ່າເດັກຊັກຍ້ອນໄຂ້, ພໍ່ແມ່ຕ້ອງໄດ້ໃຈເຢັນໆແລະປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:
ເອົາລູກນອນຫ່ງຽງໃນພື້ນພຽງ, ຮັບປະກັນວ່າລູກບໍ່ຕົກ. ເລີ່ມຈັບເວລາ, ເອົາເຄື່ອງຫຼືວັດຖຸທີ່ເປັນເຫຼັກແຂງທີ່ຢູ່ໃກ້ລູກອອກໃຫ້ໝົດ. ຖອດໂສ້ງເສື້ອ. ຕິດຕາມອາການຊັກຂອງລູກ. ບໍ່ຕ້ອງເອົາອັນໃດໃສ່ປາກຂອງລູກ. ບໍ່ເຄື່ອນເໜັງລູກຫຼືອູ້ມລູກ.
🗣🗣 ກຽມຄວາມພ້ອມເພື່ອປະເຊີນກັບການຊັກແບບບັງເອີນ
ສາມາດຢັບຢັ້ງສ່ວນທີ່ຈະກໍ່ໃຫ້ເກີດການຊັກດ້ວຍການຕິດຕາມອາການໄຂ້ຂອງເດັກ. ໃຫ້ເດັກກີນຢາລົດໄຂ້ສະນິດ paracetamol ຫຼື ibuprofe ໃນຕອນທີ່ເລີ່ມເປັນໄຂ້ເພື່ອເຮັດໃຫ້ເດັກຮູ້ສືກສະບາຍ, ແລະ ຊ່ວຍລົດໄຂ້. ແຕ່ວ່າ, ການນຳໃຊ້ຢາຈຳພວກນີ້ແມ່ນບໍ່ແນະນຳສຳລັບຄົນເຈັບທີ່ບໍ່ມີໄຂ້.
ສ່ວນຫຼາຍກໍລະນີ, ການກຽມຄວາມພ້ອມປີ່ນປົວຂອງອາການຊັກບໍ່ໄດ້ຮັບການແນະນຳ, ເພາະວ່າຄວາມສ່ຽງທີ່ອາດຈະເກີດຂື້ນໃນການໃຊ້ຢາປ້ອງກັນອາການຊັກທຸກມື້ມີຫຼາຍກ່ວາເມື່ອທຽບກັບຜົນດີຂອງມັນ.
ຄຳແນະນຳຂອງແພດໝໍ
ໄປໂຮງທີ່ໃກ້ທີ່ສຸດຍີ່ງໄວຍີ່ງດີຫຼັງຈາກທີ່ລູກມີອາການຊັກຄັ້ງທຳອິດ, ເຖີງວ່າການຊັກໃຊ້ເວລາພຽງແຕ່ບໍເທົ່າໃດນາທີ. ໂທຫາເບີສຸກເສີນເມື່ອອາການຊັກໃຊ້ເວລາຫຼາຍກ່ວາ 5 ນາທີ, ຫຼື ມີອາການແຊກຊ້ອນດັ່ງຕໍ່ໄປນີ້: ຮາກ, ຕົ້ນຄໍແຂງ, ຫາຍໃຈຜິດປົກກະຕິ, ງວ້ງນອນຜິດປົກກະຕິ.
ແຫຼ່ງຂໍ້ມູນ: ໂຮງໝໍແພດສາດຮ່າໂນ້ຍ

ຂ່າວອື່ນໆ