ການບຳລຸງລ້ຽງທີ່ຊ່ວຍເພີ່ມພູມຕ້ານທານ ໃນລະດູການລະບາດຂອງພະຍາດ

10/07/2021

ຮັກສາການດຳລົງຊີວິດໃຫ້ມີສຸຂະພາບແຂງແຮງ, ບຳລຸງລ້ຽງຢ່າງສົມດຸນ ແລະ ເຫມາະສົມ ແມ່ນວິທີການທີ່ສາມາດຊ່ວຍເສີມສ້າງພູມຕ້ານທານ ແລະ ກຽມຄວາມພ້ອມໃນເມື່ອຮ່າງກາຍສຳຜັດກັບເຊື້ອພະຍາດທີ່ເຮົາບໍ່ເພີ່ງປາດຖະໜາ.

ເພີ່ມພູມຕ້ານທານດ້ວຍອາຫານຂອງເຮົາເອງ.
ອາຫານທີ່ອຸດົມໄປດ້ວຍວິຕາມິນ D ມີ: ປະເພດປາ, ອ່ຽນ, ນົມ, ໄຂ່, ຖົ່ວ, ເນີຍ, ທັນຍາພືດ ແລະ ອື່ນໆ.
- ວິຕາມິນ D ມີບົດບາດໃນການກະຕຸ້ນລະບົບພູມຕ້ານທານຂອງຮ່າງກາຍ;
- ການເພີ່່ມເຕີ່ມວິຕາມິນ D ທຸກໆມື້ຈະຊ່ວຍຫຼຸດຄວາມສ່ຽງຈາກການຕິດເຊື້ອທາງເດີນຫາຍໃຈ.
🅰️ ວິຕາມິນ ເອ (ເຮຕິນນໍ ແລະ ເບຕ້າແຄໂຮທີນ) ມີ: ນ້ຳມັນປາ, ຕັບສັດ, ໄຂ່, ແຄລັອດ,ກະລຳປີ, ມັນຕົ້ນ, ຫມາກອຶ, ໝາກຫຸ່ງ, ໝາກອາໂວກາໂດເປັນຕົ້ນ...
- ວິຕາມິນເອຊ່ວຍເຮັດໃຫ້ລະບົບພູມຕ້ານທານແຂງແຮງ;
-ຊ່ວຍສົ່ງເສີມພູມຕ້ານທານສະເພາະ ແລະ ຫຼຸດຜ່ອນອາການ, ຄວາມຮຸນແຮງຂອງພະຍາດ;
- ວິຕາມິນເອທີ່ໃດ້ມາຈາກອາຫານສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການ (ຍົກເວັ້ນແມ່ຍິງທີ່ລ້ຽງລູກດ້ວຍນົມແມ່ ແລະ ເດັກນ້ອຍອາຍຸຕໍ່າກວ່າ 1 ປີ).
⏯ ອາຫານທີ່ອຸໄປດົມດ້ວຍວິຕາມິນ C ມີ: ໝາກເຜັດ, ຫມາກພຸກ, ໝາກຂາມ, ໝາກກີວີ, ໝາກນາວ, ຫມາກສີດາ, ໝາກກ້ຽງ, ໝາກສະຕໍເບີຣີ, ໝາກຫຸ່ງ ແລະ ອື່ນໆ.
- ວິຕາມິນ C ຊ່ວຍເພີ່ມພູມຕ້ານທານ, ລົດອາການອັກເສບ;
- ປະລິມານຂອງວິຕາມິນ C ສູງ (500-1000mg / ມື້) ບໍ່ໄດ້ສົ່ງຜົນກະທົບຕໍ່ສະທິຕິການຕິດເຊື້ອແຕ່ຊ່ວຍຫຼຸດຜ່ອນຄວາມຮຸນແຮງ ແລະ ໄລຍະເວລາຕິດເຊື້ອພະຍາດ.
⏯ ວິຕາມິນ ອີ ມີ: ແກ່ນໝາກກໍ່, ໝາກອາໂວກາໂດ, ແກ່ນໝາກອື, ໝາກກີວີ ແລະ ອື່ນໆ.
ວິຕາມິນອີແມ່ນສານຕ້ານອຸນນະພູມທີ່ມີປະສິດຕິພາບ, ຫຼຸດຜ່ອນການຕິດເຊື້ອທາງເດີນຫາຍໃຈ, ຊ່ວຍສະໜັບສະໜູນ ການເຮັດວຽກຂອງຈຸລັງພູມຕ້ານທານພະຍາດ.
⏯ ອາຫານທີ່ອຸດົມໄປດ້ວຍໂອເມກ້າ -3 ມີ: ປາແຊນມອນ, ປາຊາດີນ, ປາກຸແລ, ປະເພດແກ່ນ, ເມັດພືດທັນຍາຫານເປັນຕົ້ນ.
-ໂອເມກ້າ -3 ແມ່ນກົດໄຂມັນທີຈຳເປັນທີ່ຮູ້ກັນດີສຳລັບປະສິດຕິຜົນຂອງມັນ ໃນການສະກັດກັ້ນການອັກເສບ ແລະ ຮັກສາລະບົບພູມຄຸ້ມກັນ.
- ແນະນຳໃຫ້ໃຊ້ 1000 - 2000 ມກ / ມື້.
⏯ ເບຕ້າ-ກລູແຄນ ມີ: ນ້ຳມັນປາ, ຕັບສັດ, ໄຂ່, ແຄລັອດ, ກະລຳປີ, ມັນຕົ້ນ, ຫມາກອຶ,
ໝາກຫຸ່ງ, ໝາກອາໂວກາໂດເປັນຕົ້ນ...
- ເບຕ້າ-ກລູແຄນ ແມ່ນພູມຕ້ານທານທີ່ມີປະສິດຕິພາບທາງຊີວະພາບທີ່ດີທີ່ສຸດ;
-ລວມທັງການຕອບສະໜອງ ຂອງພູມຄຸ້ມກັນ ແລະ ພູມຕ້ານທານທີ່ເພີ່ມຂື້ນ
ເຄື່ອງເທດທີ່ມີຄຸນສົມບັດຕ້ານເຊື້ອແບັກທີເຣຍມີ: ຜັກທຽມ, ຂີງ, ແລະ ອື່ນໆ...
ສານຕ້ານອະນຸມູນຈາກພຶດ(Phytochemicals) ຊ່ວຍຕ້ານການອັກເສບ ແລະ ເພີ່ມພູມຄຸ້ມກັນຂອງຮ່າງກາຍ.
♻️ ອາຫານທີ່ອຸດົມໄປດ້ວຍທາດເຫລັກມີ: ຫອຍນາງລົມ, ໝາກງາ, ເຫັດກະດ້າງ, ແກ່ນໝາກມ່ວງຫິມະພານ, ນົມຜົງ, ທັນຍາພືດ, ຊີ້ນ, ອາຫານທະເລ ແລະ ອື່ນໆ...
-ທາດເຫລັກມີສ່ວນຮ່ວມໃນການຜະລິດ ແລະ ການເຮັດວຽກຂອງຈຸລັງພູມຕ້ານທານສ່ວນໃຫຍ່.
- ທາດເຫລັກໃນປະລິມານ 5-20mg / ມື້ ຈະຊ່ວຍໃນການຫຼຸດຜ່ອນການຕິດເຊື້ອ, ອາການກຳເລີບ ແລະ ໄລຍະເວລາຂອງການຕິດເຊື້ອທາງເດີນຫາຍໃຈ.
🌲🌲 ຮັກສາຄວາມສະອາດ ແລະ ອາຫານທີ່ປອດໄພ
ການເລືອກອາຫານ
- ຄວນຄິດໄລ່ປະລິມານອາຫານແຕ່ລະອາທິດເພື່ອຫຼຸດຜ່ອນຄວາມຖີ່ໃນການໄປຊື້.
- ເລືອກອາຫານສົດ, ມີຕົ້ນກຳເນີດທີ່ຈະແຈ້ງ;
-ຫລີກລ້ຽງການນຳໃຊ້ອາຫານທີ່ປູກຢູ່ໃກ້ເຂດເກັບມ້ຽນສີ່ງເສດເຫລືອ.
*ການກະກຽມອາຫານ ແລະ ການປຸງແຕ່ງ
- ໃຊ້ມີດ ແລະ ຄ້ຽງຕັດ ແຍກລະຫວ່າງອາຫານດິບ ແລະ ອາຫານສຸກ;
- ຄວນກິນອາຫານທີ່ປຸງແຕ່ງສຸກ - ດື່ມນ້ຳສະອາດ.
👏 ລ້າງມືໃຫ້ສະອາດ
- ປະຕິບັດການລ້າງມືໃສ່ສະບູຕາມ 6 ບາດກ້າວຂອງກະຊວງສາທາລະນະສຸກ.
- ລ້າງມືໃຫ້ສະອາດກ່ອນ ຈັບອາຫານ, - ຫຼັງຈາກຮັບປະທານອາຫານ, ເມື່ອເວລາໄປເຂົ້າຫ້ອງນ້ຳ ຫລື ສຳຜັດກັບພື້ນທີ່ ທີ່ມີຄວາມສ່ຽງສູງເຊັ່ນ: ປະຕູ, ຂັ້ນໄດ, ແລະ ອື່ນໆ.
- ໃຫ້ຄວາມສຳຄັນກັບການລ້າງມືໃສ່ສະບູ. ໃຊ້ນ້ຳຍາຂ້າເຊື່ອ ເມື່ອມີຄວາມສຽງ.
- ຫລີກລ້ຽງບໍ່ໃຫ້ມືໄປສຳພັດກັບ ຕາ - ດັງ - ປາກ.
👨‍🌾👩‍🍳 ການຮັກສາຄວາມສະອາດທົ່ວໄປ
- ບໍ່ຄວນໃຊ້ຖູູ່, ບ່ວງສ່ວນຕົວ ຕັກ ຫລື ຄີບເອົາອາຫານໃນຖ້ວຍ, ຈານອາຫານທີ່ກິນຮ່ວມກັນ.
-ບໍ່ຄວນໃຊ້ຈອກກິນນ້ຳຮ່ວມກັນ, ແລະ ເຄື່ອງໃຊ້ທີ່ເປັນຂອງສ່ວນຕົວກັບຄົນອື່ນ.
- ໃຫ້ຮັກສາຄວາມສະອາດໂຕະ, ຕັ່ງ, ປະຕູ, ເຄື່ອງມືອ້ອມຂ້າງຢ່າງສະຫມ່ຳສະເຫມີ.
⚠️ໝາຍເຫດ: ຄວນໃສ່ເຄື່ອງນຸ່ງປ້ອງກັນໃຫ້ລະອຽດເຊັ່ນ: ຝາປິດປາກ, ຖົງມື... ໃນການຄັດເລືອກ ແລະ ເວລາປຸງແຕ່ງອາຫານ.
📥 ເຄັດລັບດ້ານໂພຊະນາການ
ອາຫານເພື່ອສຸຂະພາບ
- ຄວນເລືອກເອົາອາຫານທີ່ສົດ: ຜັກ 300g, ໝາກໄມ້ 200g ໃນທຸກໆມື້, ທັນຍາພືດ 180g.
- ຫລີກລ້ຽງການນຳໃຊ້ອາຫານທີ່ຜະລິດສຳເລັດຮູບເຊັ່ນ: ອາຫານກະປ໋ອງ, ຮ້ອນດັອກ, ຟິດຊ່າ, ເຂົ້າຫນົມ, ແລະ ອື່ນໆ.
- ຄວນກິນຊີ້ນປາ 160-200g, ຊີ້ນແດງ 1-2 ຄັ້ງ / ອາທິດ, ຊີ້ນຂາວ 2-3 ຄັ້ງ / ມື້.
- ສຳລັບອາຫານຫວ່າງໃຫ້ເລືອກໝາກໄມ້ສົດແທນອາຫານທີ່ມີທາດນ້ຳຕານ, ເກືອ ແລະ ໄຂມັນ.
- ຄວນດື່ມນໍ້າໃຫ້ພຽງພໍ
+ ດື່ມນ້ຳໃຫ້ພຽງພໍ 1.5 - 2 ລິດ / ມື້, ດື່ມນ້ຳອຸ່ນ ແລະ ດື່ມທຸກໆມື້, ຄວນຫລີກລ້ຽງການດື່ມນ້ຳສະເພາະໃນເວລາທີ່ທ່ານຮູ້ສຶກຫິວ.
+ ຄວນດື່ມນ້ຳທີ່ກັ່ນຕອງສະອາດ, ນ້ຳໝາກໄມ້.
+ຫລີກລ້ຽງການດື່ມກາເຟ, ນ້ຳອັດລົມ, ເຄື່ອງດື່ມສູກຳລັງ.
👩‍🍳👩‍🍳 ການປຸງແຕ່ງອາຫານ
- ຄວນໃຊ້ນ້ຳມັນພືດແທນໄຂມັນສັດ: ນ້ຳມັນມະກອກ, ນ້ຳມັນດອກຕາເວັນ, …
- ບໍ່ຄວນປຸງແຕ່ງພືດຜັກຫຼາຍເກີນໄປ;
- ໃຊ້ເກືອໜ້ອຍກວ່າ 5g ໃນທຸກໆມື້;
- ສົ່ງເສີມການນຳໃຊ້ຜັກທຽມເຂົ້າໃນການປຸງແຕ່ງອາຫານ (ກິນດິບ, ຂັ້ນເອົານ້ຳ, ຂົ້ວໃສ່ກັບອາຫານ).
🕵️🕵️ ສຳລັບລະບົບພູມຕ້ານທານທີ່ແຂງແຮງ
- ຄວນເລືອກເອົາໂອເມກ້າ 3 ທີ່ອຸດົມສົມບູນ: ປາທະເລ (ປາກະເດົາ, ປາຊາດີນ, ປາກຸແລ, ປາເຊມອນ ... ), ໄຂ່ໄກ່, ວອນນັດ, …
-ອາຫານທີ່ອຸດົມໄປດ້ວຍວິຕາມິນ C ມີ: ຫມາກເຜັດ, ໝາກພຸກ, ໝາກກີວີ, ໝາກຫຸ່ງ,
ໝາກກ້ຽງ ແລະ ອື່ນໆ.
- ອາຫານທີ່ອຸດົມໄປດ້ວຍທາດເຫລັກມີ: ຫອຍນາງລົມ, ໝາກ ງາ, ເຮັດກະດ້າງ, ມ່ວງຫິມະພານ, ນົມຜົງ, ທັນຍາພືດ, ຊີ້ນ, ອາຫານທະເລ ແລະ ອື່ນໆ
- ກິນນົມສົ້ມທຸກມື້ເພື່ອໃຫ້ມີຈຸລີນຊີໃນລຳໄສ້ທີ່ແຂງແຮງ.
🏂🤸 ສ້າງນິດໃສທີ່ດີ
- ອອກກຳລັງກາຍເປັນປະຈຳທຸກໆມື້ຢູ່ເຮືອນ.
-ຕາກແດດທຸກໆມື້ປະມານ 10-15 ນາທີຈະຊ່ວຍເສີມວິຕາມິນ D ແບບທຳມະຊາດ.

ຂ່າວອື່ນໆ