ສີ່ງທີ່ຄວນຮູ້ກ່ອນສັກຢາວັກຊີນປ້ອງກັນພະຍາດໂຄວິດ -19

20/08/2021

ສີ່ງທີ່ຄວນຮູ້ກ່ອນສັກຢາວັກຊີນປ້ອງກັນພະຍາດໂຄວິດ -19

  1. ການກະກຽມກ່ອນໄປສັກຢາ
  • ຜູ້ເຂົ້າຮ່ວມສັກຢາປ້ອງກັນພະຍາດຈຳເປັນຕ້ອງມີການກະກຽມຕົວກ່ອນຄືຕ້ອງຮູ້ຕີລາຄາຄວາມສ່ຽງຂອງຕົວເອງ,ຖ້າຫາກທ່ານມີຄວາມສ່ຽງຕິດໂຄວິດ -19 ຕ້ອງໄດ້ຮັບການກວດກ່ອນເພື່ອຮັບປະກັນວ່າທ່ານບໍ່ໄດ້ຕິດເຊື້ອໄວຣັດ. ຫາກທ່ານມີອາການຜິດປົກກະຕິຄືໄຂ້ຫຼືມີອາການຕິດເຊື້ອຕ້ອງເເຈ້ງໃຫ້ບຸກຄະລະກອນທາງການເເພດຮັບຮູ້ເເລະຢຸດບໍ່ເຂົ້າຮ່ວມການສັກຢາ.
  • ເອກະສານທີ່ຈຳເປັນ: ບັດປະຈຳຕົວ ຫຼື ບັດປະກັນສັງຄົມເພື່ອເປັນຫຼັກຖານຂໍ້ມູນສວ່ນຕົວຂອງທ່ານ; ປື້ມຕິດຕາມສຸຂະພາບ, ໃບອອກໂຮງໝໍ, ບີນຢາ, ບັດສັກຢາວັກຊີນອື່ນໆ. ທີ່ທ່ານໄດ້ນຳໃຊ້ໃນຊ່ວງໄລຍະເວລາໃກ້ໆນີ້(ຖ້າມີ).
  • ໃສ່ຜ້າປິດປາກ,ປະຕິບັດຖືກຕ້ອງຕາມເເຈ້ງການ 5K ຫລັກການປ້ອງກັນພະຍາດກ່ອນທ່ານເຂົ້າຮ່ວມຮັບສັກຢາ(ໃສ່ຜ້າປິດປາກ, ຂ້າເຊື້ອ, ຮັກສາໄລຍະຫ່າງ, ບໍ່ຊຸມນຸ່ມ, ເເຈ້ງຂໍ້ມູນໃຫ້ທາງການເເພດ).
  • ທ່ານຕ້ອງກີນອາຫານໃຫ້ພຽງພໍກ່ອນເຂົ້າຮ່ວມຮັບການສັກຢາປ້ອງກັນພະຍາດ.
  1. ໃນເວລາເຂົ້າຮວ່ມຮັບສັກຢາ
  • ຜູ້ເຂົ້າຮ່ວມຮັບສັກຢາປ້ອງກັນພະຍາດຈຳເປັນຕ້ອງເອົາໃຈໃສ່ໃຫ້ຂໍ້ມູນກັບບຸກຄະລະກອນທາງການເເພດຢ່າງຈະເເຈ້ງກ່ຽວກັບສຸຂະພາບຂອງທ່ານຄື:
  • ສະຖານະສຸຂະພາບປະຈຸບັນຄື: ກຳລັງມີໄຂ້ ຫຼື ຕິດພະຍາດຮຸນເເຮງ...
  • ໄດ້ຕິດບັນດາພະຍາດຊຳເຮື້ອຫຼືກຳລັງປິ່ນປົວ
  • ຢາ, ການປິ່ນປົວໃນປະຈຸບັນຫຼືທີ່ໄດ້ນຳໃຊ້ບໍ່ດົນມານີ້; ປະຫວັດພູມແພ້ຫຼືອາການແພ້ກັບສີ່ງໃດໜຶ່ງທີ່ຜ່ານມາ;
  • ຖ້າຫາກຮັບການສັກຢາຄັ້ງທີສອງ, ທ່ານຕ້ອງໄດ້ແຈ້ງໃຫ້ບຸຄະລະກອນທາງການແພດຮັບຮູ້ກ່ຽວກັບປະຕິກິລິຍາຫຼັງຈາກຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ -19 ທີ່ຜ່ານມາ.
  • ສະຖານະການຕິດເຊື້ອໄວຣັດ SARS-CoV-2 ຫຼື Covid-19 (ຖ້າມີ);
  • ບັນດາຢາວັກຊີນທີ່ໄດ້ສັກຫຼືກິນພາຍໃນ14ວັນທີ່ຜ່ານມາ;
  • ກໍາລັງຖືພາຫຼືໃຫ້ນົມລູກນ້ອຍ (ຖ້າເຈົ້າເປັນເພດຍິງໃນໄວກ່ຽມສ້າງຄອບຄົວ)
  • ຊອກຫາຂໍ້ມູນແລະສອບຖາມບຸຄະລະຄອນທາງການແພດກ່ຽວກັບຢາວັກຊີນເຊັ່ນ:
  • ປະເພດຂອງວັກຊີນCovid-19 ທີ່ທ່ານໄດ້ຮັບສັກແລະກໍານົດເວລາການສັກຢາຄັ້ງຕໍ່ໄປ;
  • ອາການທີ່ອາດຈະປະກົດຂຶ້ນຫຼັງຈາກການສັກຢາປ້ອງກັນພະຍາດແລະວິທີການຮັບມື;
  • ສະຖານທີ່ປິ່ນປົວແລະເບີໂທລະສັບເພື່ອຕິດຕໍ່ໃນກໍລະນີສຸກເສີນ.
  1. ຫຼັງຈາກຮັບສັກຢາວັກຊີນ
  • ເມື່ອຮັບສັກຢາວັກຊີນສຳເລັດແລ້ວ, ທ່ານຈຳເປັນຕ້ອງພັກຜ່ອນຢູ່ບ່ອນສັກຢາຢ່າງນ້ອຍ30ນາທີ, ເພື່ອໃຫ້ບຸຄະລະກອນທາງການແພດຕິດຕາມອາການເເລະກວດພົບເຫັນທັນທີກຽ່ວກັບປະຕິກິລິຍາຫຼັງການສັກຢາກັນພະຍາດ;
  • ເມື່ອກັບຢູ່ບ້ານຫຼືບ່ອນເຮັດວຽກ: ທ່ານຕ້ອງຕິດຕາມສຸຂະພາບຂອງຕົນເອງພາຍໃນສາມອາທິດຫຼັງຈາກສັກຢາ;
  • ທ່ານອາດຈະມີບາງອາການຜິດປົກກະຕິຫຼັງຈາກໄດ້ຮັບສັກຢາວັກຊີນປ້ອງກັນພະຍາດໂຄວິດ -19 ເຊັ່ນ: ໄຂ້; ອິດເມື່ອຍ; ເຈັບຫົວ; ໜາວສັ່ນ; ເຈັບກ້າມຊີ້ນ; ເຈັບປວດຕາມຂໍ້ກະດູກ; ຄວາມຮູ້ສຶກເຈັບປວດເພີ່ມຂຶ້ນ; ຄັນ; ໃຄ່ບວມ, ແດງ, ເຈັບຢູ່ບ່ອນສັກຢາ; ຮ້ອນຮົນໃຈ…ເຫຼົ່ານີ້ແມ່ນປະຕິກິລິຍາທົ່ວໄປຫຼັງຈາກການສັກຢາ, ສະແດງໃຫ້ເຫັນວ່າຮ່າງກາຍກໍາລັງສ້າງພູມຕ້ານທານເພື່ອປ້ອງກັນພະຍາດໂຄວິດ -
  • ບັນດາປະຕິກິລິຍາຮ້າຍແຮງຫຼັງຈາກໄດ້ຮັບຢາວັກຊີນປ້ອງກັນໂຄວິດ -19 ແມ່ນບໍ່ຄ່ອຍພົບເຫັນ, ໂດຍປົກກະຕິແລ້ວຈະເກີດຂຶ້ນພາຍໃນສອງສາມຊົ່ວໂມງຫຼືມື້ທໍາອິດຫຼັງຈາກການສັກຢາວັກຊີນເຊັ່ນ:
  • ປາກ: ມີອາການມືນຊາບໍລິເວນຮີມສົບແລະລີ້ນ ...
  • ຜິວໜັງ: ອອກຕຸ່ມ; ຜື່ນແດງ, ຜິວໜັງກ່ຳ; ເເດງ...
  • ຄໍ: ມີອາການຄັນ, ເຄັ່ງຕືງ, ເເໜ້ນຄ້າງຄໍ, ສຽງເເຫບ...
  • ລະບົບຍ່ອຍອາຫານ: ຮາກ, ຖອກທ້ອງ, ເຈັບປັ່ນທ້ອງ...
  • ລະບົບຫາຍໃຈ: ຫາຍໃຈໄວ, ຫາຍໃຈຫອບ, ຫາຍໃຈສຽງດັງ, ຫາຍໃຈສັ້ນ, ຮູ້ສຶກຫາຍໃຈບໍ່ອອກ, ໄອ...
  • ຮ່າງກາຍ: ກຳມະຈອນອ່ອນ, ເມົາຫົວ, ລາຍຕາ, ວິນຫົວ, ຮູ້ສຶກຢາກຊິລົ້ມ...
  • ສັນຍານບົ່ງບອກເຖີງອາການຈະຮ້າຍແຮງຂຶ້ນເຊັ່ນ: ມີໄຂ້ສູງ ≥ 39 C; ໄຄ່ບວມເເລະແດງຂະຫຍາຍເປັນວົງກວ້າງຢູ່ຈຸດທີ່ສັກຢາ; ຄວາມດັນເລືອດຂື້ນສູງ, ຄວາມດັນເລືອດຕົກຕ່ຳ; ຄວາມດັນເດືອນຕິດຄັດ, ເຈັບກ້າມເນື້ອຢ່າງຮຸນແຮງ…

ຖ້າທ່ານປະສົບກັບອາການຮ້າຍແຮງຫຼືຜິດປົກກະຕິຂ້າງເທິງໃດໜຶ່ງ, ໃຫ້ໄປຫາສະຖານທີ່ທາງການແພດທັນທີເພື່ອກວດ, ບົ່ງມັດຕິພະຍາດແລະຮັບການປິ່ນປົວໃຫ້ທັນເວລາ.

  1. ສິ່ງທີ່ທ່ານຄວນເອົາໃຈໃສ່
  • ເກັບຮັກສາໃບຢັ້ງຢືນການສັກຢາປ້ອງກັນພະຍາດໂຄວິດ -19.
  • ແຈ້ງໃຫ້ບຸກຄະລະກອນທາງການແພດແລະອັບເດດອາການໃນປື້ມສຸຂະພາບເອເລັກໂຕຣນິກກ່ຽວກັບປະຕິກິລິຍາທີ່ພົບຫຼັງການສັກຢາ.
  • ຫ້າມທາ, ປະຂົບສິ່ງໃດໃສ່ບ່ອນສັກຢາ.
  • ຫ້າມຂັບຂີ່ພາຫະນະສ່ວນຕົວເມື່ອຮູ້ສຶກບໍ່ສະບາຍຫຼັງຈາກໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ -19.
  • ຈົດຈື່ຊື່, ທີ່ຢູ່, ເບີໂທລະສັບຂອງທ່ານໝໍແລະສະຖານທີ່ທາງການເເພດເພື່ອຕິດຕໍ່ໃນກໍລະນີສຸກເສີນ.
  1. ຄຳເເນະນຳ
  • ເພື່ອຮັບປະກັນປະສິດທິພາບສູງສຸດຂອງວັກຊີນ, ແຕ່ລະຄົນຕ້ອງໄດ້ຮັບການສັກຢາວັກຊີນຄົບ 2 ເຂັ້ມແລະອັດຕາການປົກຄຸມຂອງການສັກຢາວັກຊີນປ້ອງກັນຕ້ອງບັນລຸ 70% - 85% ເພື່ອໃຫ້ມີພູມຄຸ້ມກັນໃຫ້ເເກ່ຊຸມຊົນຕໍ່ການລະບາດຂອງພະຍາດໂຄວິດ -
  • ໃນເວລາດຽວກັນ, ຫຼັງຈາກການສັກຢາກັນພະຍາດແລ້ວທ່ານຍັງຄົງຈໍາເປັນທີ່ຈະຕ້ອງໃຊ້ມາດຕະການເພື່ອປ້ອງກັນການລະບາດຂອງພະຍາດ(ເເຈ້ງການ 5K) ເພື່ອຮັບປະກັນຄວາມປອດໄພຂອງຕົນທ່ານເອງ, ຄອບຄົວແລະຊຸມຊົນກ່ອນການລະບາດຂອງພະຍາດໂຄວິດ -
  • ການສັກຢາປ້ອງກັນພະຍາດໂຄວິດ -19 ແມ່ນສິດຂອງຕົວທ່ານເອງ, ເປັນຄວາມຮັບຜິດຊອບຂອງຊຸມຊົນ. ເມື່ອຮອດຜຽນທ່ານຄວນໄປຫາສະຖານທີ່ບໍລິການສຸຂະພາບເພື່ອສັກຢາວັກຊີນປ້ອງກັນພະຍາດແລະຕິດຕາມສຸຂະພາບຂອງທ່ານ.

ແຫຼ່ງຂໍ້ມູນ: ສູນຄວບຄຸມພະຍາດດານັງ

ຂ່າວອື່ນໆ