ເພື່ອປ້ອງກັນພະຍາດ Covid-19 ຕ້ອງຮູ້ປົກປ້ອງດັງເເລະຄໍໃຫ້ຖືກວິທີ

17/08/2021

ອີງຕາມການສືກສາຄົ້ນຄ້ວາ, ທາງເຂົ້າໜື່ງດຽວຂອງເຊື້ອພະຍາດ SARS- CoV-2 ທີ່ກໍ່ໃຫ້ເກີດພະຍາດ Covid-19 ເເມ່ນບັນດາຈຸລັງເນື້ອເຫຍື່ອດັງຄໍ, ເພາະສະນັ້ນ,ຖ້າຫາກເຮົາຮູ້ປົກປ້ອງດັງເເລະຄໍທຸກໆມື້, ກໍ່ຈະສາມາດຊ່ວຍປ້ອງກັນ Covid -19 ໄດ້.

ເຫດຜົນຫຍັງທີ່ຈຳຕ້ອງປົກປ້ອງດັງເເລະຄໍຫາກເມຶ່ອມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ Covid-19?

ເຊື້ອພະຍາດ Covid-19 ຈະເຂົ້າໄປທຳລາຍປອດ, ຫົວໃຈເເລະລະບົບເສັ້ນເລືອດໃນຮ່າງກາຍຂອງຄົນ,​ ເຮັດໃຫ້ອາການພະຍາດຮ້າຍເເຮງຂື້ນເເລະເຖີງກັບເສຍຊີວິດເພາະການໝູນວຽນຂອງເລືອດເເລະລະບົບຫາຍໃຈຖືກທຳລາຍ,ນັກວິທະຍາຫຼາຍກຸ່ມໄດ້ວິໄຈເເລະຄົ້ນຄວ້າຫາວິທີການຍັບຢັ້ງການຂະຫຍາຍໂຕຂອງເຊື້ອພະຍາດ SARS -​CoV-2​ໃນດັງເເລະຄໍ. ການວິໄຈໄດ້ສະເເດງໃຫ້ຮູ້ວ່າໃນດັງຂອງຄົນເຮົາ(ຈຸດທີ່ມີບັນດາເສັ້ນປະສາດການຮັບກີ່ນ)​ເເລະພາກສ່ວນດັງຄໍ(ຈຸດເອົານ້ຳເມືອກເພື່ອກວດຊອກຫາເຊື້ອພະຍາດ SARS​- CoV-2) ເຊີ່ງມີບາງຊະນິດຂອງປະໂຣຕີນຊື່ວ່າ ACE2 ເເມ່ນຈຸດເຊື້ອໄວຮັດເຂົ້າໄປທຳລາຍເເລະແຜ່ເຊື້ອຂອງພະຍາດ.​

ຈາກຜົນກວດທາງການເເພດໃຫ້ຮູ້ວ່າ 30% ອາການຂອງຄົນເຈັບຕິດເຊື້ອພະຍາດ Covid-19 ກໍໃຫ້ເກີດສູນເສຍການຮັບຮູ້ກີ່ນເເລະລົດຊາດ.​ ເພື່ອປ້ອງກັນເຊື້້ອພະຍາດ SARS​- CoV-2 ​ໃນດັງເເລະຄໍ,ວິທີເເກ້ໄຂ້ທີ່ບັນດາທ່ານໝໍໄດ້ເເນະນຳຄົນເຈັບຕ້ອງປະຕິບັດຕາມຫຼັກການດັ່ງນີ້:

  • ຮັກສາຄວາມສະອາດດັງເເລະຄໍ,​ ຫຼຸດຜ່ອນປະລິມານແອນຕີເຈນທີ່ເຂົ້າສູ່ຮ່າງກາຍ ໃນນັ້ນລວມທັງບັນດາຈຳພວກເຊື້ອໄວຮັດ
  • ທຳລາຍຊັ້ນປ້ອງກັນພາຍນອກ ເເລະ ຢຸດການຂະຫຍາຍໂຕຂອງເຊື້ອໄວຮັດ
  • ນຳໃຊ້ຫຼັກສູດການຂ້າເຊື້ອ, ພ້ອມກັບການກຳຈັດເຊື້ອເເບັກທີເຮຍ,​ ເຊື້ອໄວຮັດດ້ວຍວິທີລ້າງມືດ້ວຍສະບູ

ວີທີນຳໃຊ້ຢາປ້ອງກັນດັງເເລະຄໍຄືເເນວໃດ?

ມີຫຼາຍຊະນິດຢາລ້າງດັງ, ສີດດັງ, ບ້ວນປາກ, ສີດຄໍໄດ້ຜະລິດຂື້ນຕາມຫລັກການຂ້າງເທີງ. ​ເພາະສະນັ້ນ,​ສ່ວນປະກອບຂອງຢາສີດດັງ,​ບ້ວນປາກເເມ່ນບັນດາຢາຕ້ານອັກເສບ,​ ຂ້າເຊື້ອ, ທຳຄວາມສະອາດເເລະອື່ນ ກັບຄວາມເຂັ້ມຂຸ້ນທີ່ເຫມາະສົມກັບສະພາບເເວດລ້ອມເນື້ອເຫຍື່ອດັງເເລະຄໍ. ຕົວຢ່າງ​: ນ້ຳເກືອ 0,9%, ປະສົມກັບອີອົດກໍສາມາດນຳໃຊ້ເພື່ອຢອດດັງເເລະບ້ວນປາກ,​ອົມມື້ລະ 2 - 3 ຄັ້ງໃນ5ນາທີ.​ ບັນດາສວ່ນປະກອບເພື່ືອຕ້ານການອັກເສບເເລະຂ້າເຊື້ອປົກກະຕິໄດ້ນຳໃຊ້ໃນຢາສີດດັງ ເເລະບ້ວນປາກເເມ່ນ: Sodium bicarbonate, Sodiumborate, Sodium benzoat, menthol, nano bạc, nano nghe... ບັນດາທາດສ່ວນປະກອບນີ້ຍັງສາມາດທຳຄວາມສະອາດ, ​ເເກ້ອັກເສບ, ທັງຊ່ວຍຮັກສາບາດເເຜ່ເນື້ອເຫຍື່ອດັງເເລະຄໍທີ່ເກີດມາຈາກເຊື້ອໄວຣັດ ເເລະເເບັກທີເຣຍ.ຍ້ອນເເນວນີ້ຈະເຮັດໃຫ້ພວກເຊື້ອເເບັກທີເຣຍຍາກທີ່ຈະເຂົ້າມາສູ່ໃນຈຸລັງເນື້ອເຫຍື່ອດັງເເລະຄໍ, ຫຼີກລ້ຽງ​ກໍໃຫ້ເກີດພະຍາດຫຼືເເຜ່ເຊື້ອຂອງພະຍາດ. ເພື່ອນຳໃຊ້ຢາສີດດັງເເລະບ້ວນປາກໃຫ້ມີປະສິດທິຜົນສູງສຸດ,ເຮົາຕ້ອງນຳໃຊ້ຢາໃຫ້ຖືກວິິທີດັ່ງນີ້໋:

  • ຢາສີດດັງ

ທ່ານບໍຄວນດືງຢາທີ່ຢູ່ໃນຖົງ, ກ້ອງເເລ້ວສີດທັນທີເພາະຢາສີດດັງທຸກຊະນິດລ້ວນເເຕ່ມີວິທີນຳໃຊ້ຍ່າງເຄັ່ງຄັດ. ບາງຈຸດລຸ່ມນີ້ທີ່ທ່ານຄວນຕ້ອງເອົາໃຈໃສ່ເພື່ອໃຫ້ຢາໄດ້ຮັບປະສິດຕິຜົນສູງສຸດ:

  • ກະກຽມ​ກ່ອນສີດຢາ
  • ລ້າງມືໃຫ້ສະອາດດ້ວຍສະບູ
  • ສັ່ນກ່ອງຢາເລັກນ້ອຍ
  • ປະຕິບັດວິທີການສີດ
  • ຕັ້ງກ່ອງຢາເເລະຫັນຫົວສີດກ່ອງຢາຂື້ນເທີງ
  • ປິດດັງອີກຂ້າງກ່ອນສີດຢາ
  • ຄ່ອຍໆ​ສີດຢາເຂົ້າໃນດັງອີກຂ້າງ
  • ສີດຢາພ້ອມກັບຫາຍໃຈໄປເລິກໆເພື່ອໃຫ້ຢາເຂົ້າໄປໃນເນື້ອເຫຍື່ອຂອງດັງ
  • ປ່ຽນລ້າງອີກຂ້າງເເລ້ວປະຕິບັດຄືນຕາມຄຳເເນະນຳຂອງທ່ານຫມໍ, ທຸກໆຄັ້ງຫ່າງກັນປະມານ10 ວິນາທີ
  • ຂໍ້ຄວນປະຕິບັດຫຼັງສີດຢາ
  • ປິດຝາກ່ອງຢາໃຫ້ມິດສິດ
  • ລ້າງມືໃຫ້ສະອາດເພື່ອກຳຈັດເສດຢາທີ່ຕົກຄ້າງ
  • ເກັບຮັກສາກ່ອງຢາຕາມການເເນະນຳຂອງການເເພດ
  • ຢາບ້ວນປາກ

ຢາບ້ວນປາກຕ້ອງນຳໃຊ້ 2 -​3 ຄັ້ງຕໍ່ມື້,​ ຄັ້ງທຳອິດຕ້ອງບ້ວນລຳຄໍສະອາດທີ່ສຸດ,​ ຈາກນັ້ນອົມນ້ຳຢາ 5 -10 ນາທີເເລ້ວຖົ່ມອອກ,​ ທ່ານບໍຄວນກືນຢາຢ່າງເດັດຂາດ. ຢາບ້ວນປາກກໍມີຜົນກະທົບທາງລົບ,​ ສະນັ້ນຂໍ້ຫ້າມໃຊ້ ເເລະ ຄວນນຳໃຊ້ຕ້ອງໄດ້ຮັບການເເນະນຳຍ່າງເຫມາະສົມ, ຕົວຢ່າງ: eludril ມີເເຕ່ນຳໃຊ້ສຳລັບຜູ້ໃຫ່ຍ ເເລະເດັກອາຍຸເກີນ6ປີ, ​betadine ນຳໃຊ້ສຳລັບເດັກນ້ອຍອາຍຸເກີນ30ເດືອນ ເເລະ ຄົນເຈັບທີ່ບໍເຄີຍມີພະຍາດກ່ຽວຄໍໜ່ຽງ. Chlorhexidine ອາດຈະເຮັດໃຫ້ສີເເຂ້ວປ່ຽນເເປງ ກໍໃຫ້ເກີດມີບາດເເຜ, ປາກເເຫ້ງ ເເລະເສຍການຮັບລົດຊາດ, ຍີ່ງໄປກວ່ານັ້ນກໍພາໃຫ້ເກີດມີອາການເເພ້, ຕອບໂຕ້ຍ່າງຮຸ່ນເເຮງ. ຖ້າຫາກນຳໃຊ້ຢາບໍຖືກວິທີ,ອາດເຮັດໃຫ້ເກີດມີການສະຫມັກໃນຄົນອາຍຸສູງ,​ ນຳໄປສູ່ອັກເສບປອດຍ້ອນທາດເຄມີເປັນສາເຫດໃຫ້ເສຍຊີວິດ. ຖ້າເດັກນ້ອຍ( ນ້ຳຫນັກຕ່ຳ10kg)​ກືນ 30 -​60 ml chlorhexidine gluconate ກໍໃຫ້ເກີດມີບັນຫາທາງເດີນອາຫານ,​ ປວກຮາກເເລະເເພ້ຜິດເເອວກໍຮໍ...

ຢາບ້ວນປາກບໍ່ຄວນນຳໃຊ້ກັບບັນດາຄົນເຈັບເເພ້ກັບທຸກສ່ວນປະກອບຂອງຢາ.​ຖ້າວ່າພົບອາການໃດຫາກຜູ້ນຳໃຊ້ສະເເດງອອກຜິດປົກກະຕິ,​ຕ້ອງຢຸດການນຳໃຊ້ຢາຢ່າງທັນທີເເລະບອກທ່ານຫມໍຮັບຮູ້ເພື່ອເເກ້ໄຂ້ໃຫ້ທັນເວລາ

ນຳໃຊ້ຢາບ້ວນປາກສຳລັບເເມ່ຍິງກຳລັງຖືພາ ຫລື ໃຫ້ນົມລູກຈະໄດ້ຮັບຜົນດີ ເເລະ ຄວາມປອດໄຟສູງ.​ ທ່ານຄວນເອົາໃຈໃສ່ ເມື່ອນຳໃຊ້ຢາບ້ວນປາກ, ມີບາງອັດຕາສ່ວນນ້ອຍທີ່ຮັບຊືມເຂົ້າໄປໃນກະເເສ່ເລືອດ,​ ເຂົ້າໄປສູ່ຮ່າງກາຍຂອງລູກນ້ອຍ,​ ຜ່ານທາງສາຍເເຮ່ ຫລື ເດັກທີ່ພວມດູດນົມເເມ່,​ ດັ່ງຈຳຕ້ອງປະຕິບັດຢ່າງຄັ່ງຄັດຕາມຄຳເເນະນຳຂອງເເພດຫມໍ.

 ຢາບ້ວນປາກຄວນນຳໃຊ້ບໍເກີນ10ມື້,​ ຍົກເວັ້ນວ່າເເມ່ນນ້ຳເກືອ.​ ຖ້າຫາກນຳໃຊ້ເປັນເວລາດົນກໍໃຫ້ເກີດເສຍຄວາມສົມດຸນຂອງເຊື້ອເເບັກທີເຣຍ, ເຊື້ອໄວຣັດໃນຄໍ,ພາໃຫ້ສູນເສຍພູມຕ້ານທານເເລະເຮັດໃຫ້ມີໂອກາດຕິດເຊື້ອພະຍາດເເຕ່ທາງນອກເຂົ້າມາໄດ້ງ່າຍ

ຂ່າວອື່ນໆ