ສິ່ງທີ່ຄວນຮູ້ກ່ຽວກັບການກວດສູດນາລີເວດ

05/06/2019

ກວດສູດນາລີເວດແມ່ນສິ່ງທີ່ຈຳເປັນສຳລັບເອື້ອຍນ້ອງຍິງທຸກທ່ານ. ແຕ່ມີເອື້ອຍນ້ອງຍິງຫຼາຍໆທ່ານ, ໂດຍສະເພາະແມ່ນໄວລຸ້ນມັກຈະມີນິດໄສຂີ້ອາຍ ມີຄວາມສັບສົນ, ກັງວົນ ບໍ່ຮູ້ວ່າກວດສູດນາລີເວດແມ່ນກວດກ່ຽວກັບຫຍັງ ແລະ ຄວນກວດບໍ່? ກວດສູດນາລີເວດແມ່ນຫຍັງ?

ກວດສູດນາລີເວດແມ່ນສິ່ງທີ່ຈຳເປັນສຳລັບເອື້ອຍນ້ອງຍິງທຸກທ່ານ. ແຕ່ມີເອື້ອຍນ້ອງຍິງຫຼາຍໆທ່ານ, ໂດຍສະເພາະແມ່ນໄວລຸ້ນມັກຈະມີນິດໄສຂີ້ອາຍ ມີຄວາມສັບສົນ, ກັງວົນ ບໍ່ຮູ້ວ່າກວດສູດນາລີເວດແມ່ນກວດກ່ຽວກັບຫຍັງ ແລະ ຄວນກວດບໍ່?
ກວດສູດນາລີເວດແມ່ນຫຍັງ?


ກວດສູດນາລີເວດຊ່ວຍໃຫ້ເຮົາກວດພົບຄວາມຜິດປົກກະຕິໃນອະໄວຍະວະສືບພັນໄດ້ໄວ, ແກ້ໄຂໃຫ້ທ່ວງທັນ ສະກັດກັ້ນບໍ່ໃຫ້ພະຍາດຂະຫຍາຍຕົວເຊິ່ງອາດໃຫ້ເປັນອັນຕະລາຍ. ກວດສູດນາລີເວດຕ້ອງໄດ້ປະຕິບັດທັງກວດ ອາການສາດ ທາງດ້ານນອກຂອງອະໄວຍະວະເພດ ແລະ ກວດຊ່ວຍບົ່ງມະຕິ ດ້ວຍການວິເຄາະເລືອດ, ວິເຄາະນ້ຳປັດສະວະ (ນ້ຳຍ່ຽວ), ເອໂກຜົ້ງທ້ອງ, ເອໂກມົດລູກ ແລະ ວິເຄາະນ້ຳເມືອກຊ່ອງຄອດ... ຂື້ນກັບສະພາບຂອງສຸຂະພາບ, ການກວດແຕ່ລະຄັ້ງທ່ານອາດຈະຕ້ອງໄດ້ກວດຕາມລາຍການທີ່ແຕກຕ່າງກັນ ໂດຍແມ່ນທ່ານໝໍເປັນຜູ້ສັ່ງກວດ.
🎉ກວດພົບບັນດາພະຍາດຕິດຕໍ່ທາງເພດສຳພັນ ເຊັ່ນ: ໂລກຫອນໄກ່, ໜອງໃນ, ຊິຟິລີສ, ເປັນຕຸ່ມໃນອະໄວຍະວະສືບພັນ...
🎉ກວດພົບພະຍາດກ່ຽວກັບການຕິດເຊື້ອອັກເສບຂອງເພດຍິງ (ອັກເສບຊ່ອງຄອດ, ອັກເສບຮູທໍ່ມົດລູກ, ອັກເສບປາກມົດລູກ...)
🎉ກວດພົບຄວາມສ່ຽງໃນການເປັນໝັນ ເພື່ອຊອກຫາວິທີປິ່ນປົວໃຫ້ເໝາະສົມ.
ກວດສູດນາລີເວດແມ່ນຮູບການກວດກາບໍລິເວນຊ່ອງຄອດຂອງຜູ້ຍິງ, ກວດສອບຂະໜາດ, ຕຳແໜ່ງຂອງບັນດາພວກສ່ວນຫຼັກໃນຊ່ອງຄອດ ເຊັ່ນ: ມົດລູກ ແລະ ຮວຍໄຂ່ ເພື່ອກວດພົບເຊື້ອໄວຣັດທີ່ເຮັດໃຫ້ຕິດເຊື້ອ, ພະຍາດທີ່ຕິດຕໍ່ທາງເພດສຳພັນ, ກ້ອນເບົ້າ, ມະເຮັງປາກມົດລູກ...
🎉ເຮົາຄວນກວດພະຍາດຍິງຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ. ອາຍຸແຕ່ 15 ປີ, ເອື້ອຍນ້ອງຍິງຄວນກວດພະຍາດຍິງເພື່ອກວດພົບມະເຮັງໄລຍະເລີ່ມຕົ້ນ (ຖ້າມີ). ສາມປີຫຼັງຈາກການມີເພດສຳພັນຄັ້ງທຳອິດ, ຄວນຈະເຮັດການວິໄຈຈຸລັງມົດລູກ (PAP smear) ເພື່ອກວດພົບຄວາມສ່ຽງໃນການເປັນມະເຮັງມົດລູກໄດ້ໄວ.
ເຫດຜົນທີ່ຄວນກວດສູດນາລີເວດ
ກວດສູດນາລີເວດຄວນກວດເປັນໄລຍະ ແຕ່ 3 – 6 ເດືອນ/ຄັ້ງ; ກວດກາກ່ອນທີ່ຈະແຕ່ງງານ ຫຼື ຈະເອົາລູກ ແລະ ກວດທັນທີເມື່ອມີອາການຜິດປົກກະຕິ ເຊັ່ນ:
🎉ເພດຍິງມີອາການຜິດປົກກະຕິກ່ຽວກັບການລົງຂາວ (ລົງຂາວຫຼາຍ, ຈາງຄືນ້ຳ ຫຼື ຂຸ້ນ, ເປັນກ້ອນ, ສີເຫຼືອງປົນຂຽວ, ມີສີ, ມີກິ່ນເໝັນ), ຄັນບໍລິເວນຊ່ອງຄອດ, ເປັນຕຸ່ມ, ປະຈຳເດືອນມາບໍ່ປົກກະຕິ, ເຈັບທ້ອງຢ່າງຮຸນແຮງໃນເວລາເປັນປະຈຳເດືອນ...
🎉ຫຼັງການມີເພດສຳພັນຢ່າງປົກກະຕິເປັນເວລາຫົກເດືອນໂດຍບໍ່ໃຊ້ວິທີຄຸມກຳເນີດແຕ່ຍັງບໍ່ມີ “ຂ່າວດີ” (ບໍ່ຕັ້ງຄັນ).
🎉ຮັບຮູ້ຢ່າງຖືກຕ້ອງກ່ຽວກັບການກວດສູດນາລີເວດຈະຊ່ວຍໃຫ້ເອື້ອຍນ້ອງຍິງເຂົ້າໃຈຈະແຈ້ງເຖີງຄຸນປະໂຫຍດຂອງການກວດພະຍາດຍິງ ແລະ ຫຼີກລ້ຽງນິດໄສຂີ້ອາຍ. ການກວດພະຍາດຍິງບໍ່ໄດ້ຫຍຸ້ງຍາກ ຫຼື ຮ້າຍແຮງ, ເອື້ອຍນ້ອງຍິງບໍ່ຄວນວ່າຍ້ອນເຫດຜົນໃດໜຶ່ງແລ້ວບໍ່ໄປກວດ. ເພື່ອໃຫ້ຮັບຮູ້ສະພາບສຸຂະພາບຂອງຕົນ ແລະ ມີວິທີການປິ່ນປົວທີ່ເໝາະສົມເຮົາຄວນໄປກວດ 6 ເດືອນ/ຄັ້ງ.

ຂ່າວອື່ນໆ