ກວດພະຍາດອອນໄລຣກັບຜູ້ຊ່ຽວຊານສະເພາະທາງຈາກ ສສ ຫວຽດນາມ

08/12/2020

ກວດພະຍາດແບບຊ່ຽວຊານກັບສາດສະດາຈານ, ດຣ, ຜູ້ຊ່ຽວຊານຈາກຂະແໜງການແພດ ສສ ຫວຽດນາມແຕ່ບໍ່ຕ້ອງເດີນທາງໄປຫວຽດນາມ

ກວດພະຍາດແບບຊ່ຽວຊານກັບສາດສະດາຈານ, ດຣ, ຜູ້ຊ່ຽວຊານຈາກຂະແໜງການແພດ ສສ ຫວຽດນາມແຕ່ບໍ່ຕ້ອງເດີນທາງໄປຫວຽດນາມ🌟🌟
                                 ຮູບທີ່1: ຫ້ອງກວດພະຍາດອອນໄລຣ ໂຮງໝໍແພດສາດຮ່າໂນ້ຍ
ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນ
ການກວດ ແລະ ປີ່ນປົວພະຍາດຂອງລູກຄ້າທີ່ນັບມື້ນັບສູງ, ທັງຍັງເປັນການຊ່ວຍຫຼຸດຜ່ອນເວລາການລໍຖ້າແລະຄ່າໃຊ້ຈ່າຍໃນການເດີນທາງໄປມາ, ເພື່ອວ່າບັນດາທ່ານຈະໄດ້ຊັບຊ້ອນເວລາອັນມີຄ່າຂອງຕົນເອງເຂົ້າໃນການກວດ, ປີ່ນປົວພະຍາດ, ພິເສດແມ່ນພະຍາດທີ່ຕ້ອງໄດ້ກວດຢ່າງຊ່ຽວຊານ. ໂຮງໝໍຮ່າໂນ້ຍ - ວຽງຈັນ ໄດ້ມີການຕິດຕັ້ງແລະເປີດນຳໃຊ້ລະບົບເທັກໂນໂລຢີເຊື່ອມຕໍ່ກັບອຸປະກອນການແພດຂອງໂຮງໝໍແພດສາດຮ່າໂນ້ຍ ເພື່ອຫວັງໃຫ້ຄົນເຈັບໄດ້ຮັບການກວດພະຍາດຢ່າງຊ່ຽວຊານກັບສາດສະດາຈານ, ດຣ, ຊ່ຽວຊານຂອງຂະແໜງການແພດລະດັບຕັ້ນໆຂອງ ສສ ຫວຽດນາມ ທີ່ທ່ານບໍ່ຈຳເປັນຕ້ອງເດີນທາງໄປຫວຽດນາມ.
ຮູບທີ່ 2: ກວດພະຍາດກ່ຽວກັບໂລກຫຼອດເລືອດຫົວໃຈ
⏸ເລີ່ມແຕ່ວັນທີ່ 23/11/2020 – 04/12/2020 ແມ່ນຈະໄດ້ເປີດອອນໄລຣເປັນທາງການ 5 ພະແນກ:
+ ຫຼອດເລືອດຫົວໃຈ
+ ລະບົບຫາຍໃຈ
+ ພາຍໃນ
+ ການກະທົບ - ພາຍນອກ
+ ການຕິດເຊື້ອ
ຮູບທີ່ 3: ກວດພະຍາດກ່ຽວກັບລະບົບຫາຍໃຈ
🕐ເວລາກວດ: ເລີ່ມແຕ່ ວັນຈັນ - ວັນສຸກໃນທຸກໆອາທິດ
+ ຕອນເຊົ້າແຕ່ 07ໂມງ30 ຫາ 11ໂມງ30
+ ຕອນແລງແຕ່ 14ໂມງ00 ຫາ 16ໂມງ00
👩‍🔬👩‍🔬ລະບົບການລົງທະບຽນກວດພະຍາດແບບຊ່ຽວຊານກັບສາດສະດາຈານ, ດຣ, ຜູ້ຊ່ຽວຊານຈາກຂະແໜງການແພດຈາກ ສສ ຫວຽດນາມ ທີ່ໂຮງໝໍຮ່າໂນ້ຍ - ວຽງຈັນ ດ້ວຍຈຸດປະສົງແລະຄະຕິປະຈຳໃຈທີ່ວ່າ:
• ກຽມພ້ອມຮັບໃຊ້ບັນດາທ່ານຕະຫຼອດ 24/7;
• ຄຸນນະພາບການບໍລິການດ້ານການແພດລະດັບສາກົນ;
• ວ່ອງໄວ, ສະດວກສະບາຍ;
• ຫຼຸດເວລາໃນການລໍຖ້າ;
• ປະຫຍັດຄ່າໃຊ້ຈ່າຍຂອງທ່ານ.
🏥ໂຮງໝໍຮ່າໂນ້ຍ - ວຽງຈັນບໍ່ພຽງແຕ່ລົງທືນໃສ່ວັດຖຸອຸປະກອນການແພດທີ່ທັນສະໄໝ, ສາດສະດາຈານ, ທ່ານໝໍທີ່ມີຄວາມຮູ້ຄວາມສາມາດເທົ່ານັ້ນ, ພວກເຮົາຍັງໄດ້ຊຸກຍູ້ວຽກງານດ້ານການບໍລິການດູແລລູກຄ້າ, ເພື່ອຈຸດປະສົງນຳເອົາຄວາມສະດວກສະບາຍ, ແລະ ຄຸນນະພາບໃນການກວດແລະປີ່ນປົວພະຍາດມາໃຫ້ແກ່ບັນດາທ່ານ...
☎️☎️☎️ນີ້ກໍ່ແມ່ນສາເຫດຫຼັກທີ່ວ່າເປັນຍ້ອນຫຍັງຈື່ງຄວນ "ລົງທະບຽນກວດອອນໄລຣ" ຜ່ານເວບໄຊຣ: http://www.hvhospital.com ຫຼືຜ່າທາງເບີ 030 9966999 ແລະ 030 568 9999 ຫຼືລົງທະບຽນຜ່ານທາງຂໍ້ຄວາມເພຈ faecnook ໂຮງໝໍຮ່າໂນ້ຍ - ວຽງຈັນ ເພື່ອລົງທະບຽນກວດ.
ທ່ານສາມາດສອບຖາມຂໍ້ມູນໄດ້ຕະຫຼອດ 24 ຊົ່ວໂມງ. ຂໍຂອບໃຈ

ຂ່າວອື່ນໆ