ຊ່ອງ-ເອໂກ້:ແມ່ນການກວດທີ່ທັນສະໄໝທີ່ສຸດເພື່ອກວດພົບກ້ອນເນື້ອຫຼືກ້ອນເບົ້າຢູ່ ໃນລະບົບລະລາຍ

22/12/2020

ຊ່ອງ-ເອໂກ້ : ໄດ້ຖືກຕີລາຄາວ່າແມ່ນໜື່ງໃນເຄື່ອງສ່ອງທີ່ດີທີ່ສຸດໃນບັນດາເຄື່ອງກວດລະບົບລະລາຍ, ເຊີ່ງຈຳເປັນຕ້ອງໃຊ້ຄວາມຮູ້ຄວາມສາມາດ ແລະ ປະສົບການສູງຂອງທ່ານໝໍທີ່ຈະນໍາໃຊ້ເຄື່ອງດັ່ງກ່າວ

  • ໂຮງໝໍຮ່າໂນ້ຍ - ວຽງຈັນແມ່ນໜື່ງໃນບັນດາໂຮງໝໍທີ່ທ່ານໝໍມີປະສົບການສູງ, ມີຄວາມຊ່ຽວຊານທາງດ້ານພະແນກສ່ອງລະບົບລະລາຍ ແລະ ເຊີ່ງແມ່ນໂຮງໝໍແຫ່ງທໍາອີດໃນປະເທດລາວທີ່ນໍາເຂົ້າເຄື່ອງສ່ອງເອໂກ້ລະບົບລະລາຍ. EUS ຂອງປະເທດຍີ່ປຸ່ນ. ເຊີ່ງເປັນເຄື່ອງທັນສະໄໝທີ່ສຸດໃນປະເທດລາວໃນປະຈຸບັນນີ້, ການນໍາໃຊ້ເຄື່ອງນີ້ຈະຊ່ວຍໃຫ້ພວກເຮົາບົ່ງມະຕິພະຍາດໄດ້ຊັດເຈນທີ່ສຸດກ່ຽວກັບບັນດາກ້ອນເບົ້າຢູ່ໃນກະເພາະອາຫານ ແລະ ລໍາໄສ້ ຫຼືວ່າ ລະບົບລະລາຍອາຫານຂອງພວກເຮົາ.

  • ສ່ອງ-ເອໂກ້ ແມ່ນການປະສົມປະສານກັນລະຫວ່າງເຄື່ອງສ່ອງ ແລະ ເຄື່ອງເອໂກ້, ເຊີ່ງໃນນັ້ນຫົວຂອງເຄື່ອງເອໂກ້ຈະຖືກຕິດເຂົ້າກັບຫົວຂອງເຄື່ອງສ່ອງ. ເຊີ່ງນີ້ແມ່ນເຄື່ອງມືທີ່ທັນສະໄໝທີ່ສຸດຈະຊ່ວຍໄດ້ດີທີ່ສຸດໃນການບົ່ງມະຕິພະຍາດທີ່ຊັດເຈນໃນລະບົບລາຍອາຫານ, ຖົງນໍ້າບີ, ມ້າມ, ບັນດາກ້ອນເບົ້າຕ່າງໆຕາມກະເພາະລໍາໄສ້ຂອງພວກເຮົາ.ພິເສດແມ່ນເພື່ອກວດພົບມະເຮັງຂັ້ນເລີ່ມຕົ້ນໃນຂະນະທີ່ກ້ອນມະເຮັງນັ້ນຫາກໍ່ເກີດຂື້ນ ແລະ ຍັງນອນຢູ່ໃນຊັ້ນເຍື່ອຂອງລໍາໄສ້. ເຊີ່ງການກວດຈະຊ່ວຍໃຫ້ໄດ້ຮັບຜົນດີທີ່ສຸດໃນການປີ່ນປົວໃຫ້ຫາຍຂາດເຊີ່ງສູງເຖີງ 98% - 100% ຫຼືວ່າ ກ້ອນເບົ້ານັ້ນນ້ອຍໆແຕ່ນອນຢູ່ໃນຜົ້ງທ້ອງຫາກໍ່ລາມພຽງເລັກນ້ອຍເຮົາກໍ່ສາມາດກວດພົບໄດ້.

ຊ່ອງ - ເອໂກ້ ກະເພາະອາຫານແມ່ນຫຍັງ?

  • ສ່ອງກະເພາະແມ່ນການນໍາໃຊ້ທໍ່ອ່ອນໆສີດກ້ອງໃສ່ຫົວຂອງທໍ່ນັ້ນເຂົ້າໄປໃນທໍ່ກະເພາະອາຫານຊ່ວຍໃຫ້ທ່ານໝໍສັງເກດເຫັນບາດແຜໃນກະເພາະອາຫານເພື່ອຕີລາຄາຄວາມໜັກຂອງບາດແຜນັ້ນ. ສະນັ້ນຄໍາຖາມທີ່ວ່າທ່ານໝໍຈະຮູ້ໄດ້ຈັ່ງໃດວ່າທາງໃນຂອງບາດແຜນັ້ນຈະຕ້ອງຮູ້ໄດ້ຈັ່ງໃດວ່າມັນມີທາງໃນຂອງບາດແຜນັ້ນມີບັນຫາຫຍັງບໍ? ຈາກຄໍາຖາມນັ້ນເພີ່ນຈຶ່ງຄິດຄົ້ນເພື່ອຫາວິທີການກວດດ້ວຍເຄື່ອງເອໂກ້ເຂົ້າໃນຫົວຂອງເຄື່ອງສ່ອງທີ່ເຮົາເອີ້ນວ່າເຄື່ອງສ່ອງ-ເອໂກ້ນັ້ນເອງ.
  • ສະນັ້ນເຊິ່ງເປັນການຕີລາຄາຂອງບັນຫາທ່ານໝໍທີ່ຊ່ຽວຊານຕ່າງໆວ່າເຄື່ອງເອໂກ້ແມ່ນເຄື່ອງທີ່ມີຄວາມໝາຍຢ່າງສູງສໍາລັບພະແນກລະບົບລະລາຍໂດຍສະເພາະເຊິ່ງຊ່ວຍເຂົ້າໃນການບົ່ງມະຕິພະຍາດທີ່ຈະກວດພົບມະເຮັງຂັ້ນເລີ່ມຕົ້ນຂອງລະບົບລະລາຍອາຫານໄດ້ດີທີ່ສຸດ.

 

ເມື່ອໃດຈຳເປັນຕອ້ງໃຊ້ເຄື່ອງຊອ່ງເອໂກ

ກ່ອນອື່ນໝົດແມ່ນຈະເລີ່ມຕົ້ນກວດດ້ວຍເຄື່ອງເອໂກ້ທຳມະດາ,ສ່ອງເອໂກ້ຈະໄດ້ສັ່ງກວດໃນເມື່ອເວລາຈຳເປັນຕ້ອງຕີລາຄາຄວາມຜິດປົກກະຕິຂອງຊັ້ນເຍື່ອຫຸ້ມຂອງກະເພາະ-ລຳໄສ້,ໃນບັນດາກໍລະນີທີ່ຈຳເປັນຕ້ອງໃຊ້ເຄື່ອງສ່ອງ-ເອໂກ້ມີດັ່ງນີ້

-ເພື່ອກວດພົບມະເຮັງຂັ້ນເລີ່ມຕົ້ນຂອງກະເພາະລຳໄສ້,ກວດລະອຽດກ້ອນເບົ້າ,ວັດແທກຂະໜາດຂອງກ້ອນເບົ້າໃນລະບົບລະລາຍ

-ຕີລາຄາຂັ້ນຂອງການລາມແລະຂອບເຂດຂອງມະເຮັງ

-ກວດພົບຄວາມຜິດປົກກະຕິຂອງຖົງນຳ້ບີ,ບັນດາພະຍາດກ່ຽວກັບຖົງນຳ້ບີ,ປ້າງ,ມ້າມ,ໜີ້ວຖົງບີ,ອັກເສບມ້າມ...

-ກວດພົບແລະຕີລາຄາລະດັບບາດແຜຂອງກະເພາະອາຫານ

-ກວດລະບົບລະລາຍແລະຂອບເຂດອ້ອມຂ້າງ,ທໍ່ນຳ້ບີລວມ

 

 

   ສ່ອງ-ເອໂກ້ ແມ່ນການກວດທີ່ທັນສະໄໝແລະບັນດາທ່ານໝໍທີ່ນຳໃຊ້ຈຳເປັນຕ້ອງມີປະສົບການແລະຊ່ຽວຊານຫຼາຍເພື່ອບົ່ງມະຕິໄດ້ຊັດເຈນກ່ຽວກັບບັນດາພະຍາດຕ່າງໆຂອງກະເພາະລຳໄສ້ແລະຂອບເຂດໃກ້ຄຽງ,ຄຽງຄູ່ກັນນັ້ນກໍຈຳເປັນຢ່າງຍິ່ງທີ່ຈະມີເຄື່ອງມືທີ່ທັນສະໄໝນີ້ເພື່ອຊ່ວຍເຂົ້າໃນການກວດແລະບົ່ງມະຕິພະຍາດ

    ສະນັ້ນ,ບໍ່ແມ່ນວ່າໂຮງໝໍໃດກໍ່ມີເຄື່ອງມືທີ່ທັນສະໄໝແລະທ່ານໝໍທີ່ມີຄວາມຮູ້ຄວາມສາມາດແລະຊ່ຽວຊານໃນການນຳໃຊເຄື່ອງມືສ່ອງ-ເອໂກ້ທີ່ທັນສະໄໝນີ້

    ໃນປະຈຸບັນນີ້ໃນປະເທດລາວເຮົາເຊິ່ງແມ່ນໂຮງໝໍຮ່າໂນ້ຍ-ວຽງຈັນຂອງພວກເຮົາເປັນແຫ່ງທຳອິດທີ່ນຳເຂົ້າແລະນຳໃຊ້ເຄື່ອງມືທີ່ທັນສະໄໝນີ້ຄຽງຄູ່ກັນນັ້ນບັນດາທ່ານໝໍຂອງພວກເຮົາກໍ່ໄດ້ຮັບການຝຶກອົບຮົມຢ່າງລະອຽດກ່ຽວກັບການນຳໃຊ້ເຄື່ອງດັ່ງກ່າວນີ້

    ການເປີດການນຳໃຊ້ເຄື່ອງສ່ອງ-ເອໂກ້ແມ່ນບາດກ້າວອັນຫຍິ່ງໃຫຍ່ຂອງໂຮງໝໍຮ່າໂນ້ຍ-ວຽງຈັນທີ່ນຳເຂົ້ານຳໃຊ້ໃນໂຮງໝໍຮ່າໂນ້ຍ-ວຽງຈັນເຊິ່ງກໍຄືເຄື່ອງທຳອິດຂອງປະເທດລາວຂອງພວກເຮົາ,ເຊິ່ງຈະຊ່ວຍເພິ່ມເຂົ້າໃນສ່ວນທີ່ຍັງຂາດແລະບ່ວຍໃຫ້ບັນດາຄົນໄຂ້ໄດ້ຮັບການກວດດ້ວຍເຄື່ອງມືທີ່ທັນສະໄໝ,ເຊິ່ງຈະຊ່ວຍໃຫ້ການປິ່ນປົວໄດ້ຮັບໝາກຜົນທີ່ດີ,ຊ່ວຍໃຫ້ຄົນໄຂ້ທີ່ມີປັນຫາກ່ຽວກັບກະເພາະ-ລຳໄສ້ສາມາດບົ່ງມະຕິໄດ້ຊັດເຈນແລະໄດ້ຮັບການປິ່ນປົວໄດ້ທັນເວລາ.

ຂ່າວອື່ນໆ