ອາການແລະວິທີປ້ອງກັນໄຂ້ເລືອດອອກ

17/06/2019

ໄຂ້ເລືອດອອກແມ່ນໂລກຕິດຕໍ່ອັນຕະລາຍສະນິດໝື່ງທີ່ເກີດຈາກການແຜເຊື້ອຂອງຍຸງລາຍ. ພະຍາດສະນິດນີ້ມັກເກີດໃນຊ່ວງລະດູຝົນຢູ່ເຂດທີ່ມີສະພາບແວດລ້ອມທີ່ບໍ່ສະອາດ, ມີບໍ່ນ້ຳຄ້າງຫຼາຍ. ນີ້ແມ່ນສະພາບແວດລ້ອມທີ່ເໝາະສົມແກ່ການເພາະພັນແລະດູດເລືອດຄົນຂອງຍຸງ, ກໍ່ໃຫ້ເກີດການຕິດເຊື້ອໄວລັດ virus Dengue. ບາງອາການຂອງໄຂເລືອດອອກທີ່ສາມາດຮູ້ໄດ້ເບື້ອງຕົ້ນແມ່ນ: ມີໄຂ້ສູງ 40,5 ອົງສາ, ປວດຫົວ, ຈາມ, ເປັນຜື່ນ. ກ່ອນໜ້ານີ້ພະຍາດໄຂ້ເລືອດອອກແມ່ນມັກພົບຢູ່ໃນເດັກນ້ອຍ; ແຕ່ວ່າປະຈຸບັນນີ້, ມີຜູ້ໃຫຍ່ຫຼາຍຄົນທີ່ຕິດເຊື້ອພະຍາດນີ້ແລະມີສະຖິຕິການເສຍຊີວິດສູງ, ປະຈຸບັນແມ່ນຍັງບໍ່ທັນມີຢາປີ່ນປົວພິເສດ, ແຕ່ວ່າອາການໝັກການປີ່ນປົວແມ່ນພຽງແຕ່ລົດໄຂ້, ສົ່ງນ້ຳແລະປ້ອງກັນອາການຊ໋ອກ. ແຕ່ວ່າກໍລະນີທີ່ເປັນໄຂ້ທຳມະດາແມ່ນສາມາດຫາຍຂາດໄດ້ໃນໄລຍະເວລາໜື່ງອາທິດ

ເຮັດຄວາມເຂົ້າໃຈກ່ຽວກັບພະຍາດໄຂ້ເລືອດອອກ

ພະຍາດໄຂ້ເລືອດອອກແມ່ນພະຍາດຫຍັງ?

ໄຂ້ເລືອດອອກແມ່ນພະຍາດຕິດຕໍ່ທີ່ຮຸນແຮງອັນເກີດມາຈາກເຊື້ອໄວລັດ virus Dengue. ສາເຫດຂອງການແຜ່ກະຈາຍເຊື້ອແມ່ນມາຈາກຍຸງລາຍທີ່ນຳໄວລັດ virus Dengue ຈາກຜູ້ທີ່ຕິດພະຍາດມາສູ່ຜູ້ແຂງແຮງ.ພະຍາດໄຂ້ເລືອດອອກບາງຄັ້ງກໍ່ໃຫ້ເກີດອາການປວດເມືອຍຢ່າງຮຸນແຮງຕາມຊີ້ນແລະຄໍ່.

 ໄຂ້ເລືອດອອກລະດັບທຳມະດາແມ່ນຈະມີໄຂ້ສູງ, ເປັນຜື່ນ, ເຈັບຕົນໂຕແລະຄໍ່. ສ່ວນໄຂ້ເລືອດອອກປະເພດໜັກແມ່ນຈະມີເລືອດໄຫຼອອກ, ຄວາມດັນເລືອດຫຼຸດລົງຢ່າງກະທັນຫັນ( ຊ໋ອກ) ແລະເສຍຊີວິດ

ອາການແລະເຄື່ອງໝາຍຂອງໄຂ້ເລືອດອອກ

ບັນດາອາການແລະເຄື່ອງໝາຍຂອງໄຂ້ເລືອດອອກ

ໄຂ້ເລືອດອອກແບ່ງອອກເປັນ 3 ປະເພດຄື: ໄຂ້ເລືອດອອກທຳມະດາ ( ລະດັບເບົງບາງ), ໄຂ້ເລືອດອອກມີເລືອດໄຫຼ ແລະ ໄຂ້ເລືອດອອກ dengue ( ອາການຊ໋ອກ dengue)

ອາການຂອງໄຂ້ເລືອດອອກທຳມະດາ(ເບົາບາງ)

ສ່ວນຫຼາຍຜູ້ທີ່ຕິດເຊື້ອພະຍາດສະນິດນີ້ເປັນຄັ້ງແລກນັ້ນເປັນເພາະພວກເຂົາຍັງບໍ່ທັນມີພູມຄຸ້ນກັນພະຍາດ, ນີ້ແມ່ນການສະແດງເຖີງອາການຕົ້ນຕໍ ແລະບໍ່ມີການຜັນປ່ຽນເປັນລາຍໃໝ່. ປົກກະຕິແລ້ວພະຍາດສະນິດນີ້ຈະເລີ່ມຈາກອາການມີໄຂ້ ແລະ ຈະແກ່ຍາວແຕ່ 4 – 7 ວັນນັບຕັ້ງແຕ່ໄດ້ຮັບເຊື້ອຈາກຍຸງ.

  • ໄຂ້ສູງເຖີງ 40,5oC
  • ເຈັບຫົວຢ່າງກະທັນຫັນ
  • ເຈັບເບື້ອງຫຼັງຂອງດວງຕາ
  • ເຈັບຕານຄໍ່ແລະກ້ານຊີ້ນ
  • ປວດຮາກແລະຈາມ
  • ເປັນຜື່ນ

ອາການຂອງໄຂ້ເລືອດອອກອາດຈະເກີດຂື້ນກັບຮ່າງກາຍ 2 – 3 ວັນຫຼັງຈາກມີອາການໄຂ້ ແລະ ຫຼັງຈາກນັ້ນໄຂ້ຈະຫຼົດລົງອີກ 1 – 2 ວັນ. ເຈົ້າອາດຈະມີອາການຄືເກົ່າໄດ້ອີກໃນມື້ທີ່ຖັດໄປ.

ອາການໄຂ້ເລືອດອອກມີເລືຶດໄຫຼ

ບັນດາເຄື່ອງໝາຍຂອງໄຂ້ເລືອດອອກປະເພດນີ້ປະກອບດ້ວຍອາການທັງໝົດຂອງໄຂ້ເລືອດອອກປະເພດທຳມະດາລວນທັງຄວາມເສຍຫາຍຂອງຫຼອດເລືອດແລະ ນ້ຳຢາງເຫຼືອງ, ມີນ້ຳຢາງເຫຼືອງໄຫຼອອກມາ, ເລືອດອອກໃນຜົກຍ່ຽວຫຼືກະເພາະ, ເຮັດໃຫ້ເກີດບາດແຜໃນການເຕັ້ນຂອງຫົວໃຈ. ຍ້ອນແນວນັ້ນພະຍາດສະນິດນີ້ກໍ່ອາດຈະສາມາດເຮັດໃຫ້ເສຍຊີວິດໄດ້.

ອາການຂອງໄຂ້ເລືອດອອກ dengue(ອາການຊ໋ອກ dengue)

  ພະຍາດປະເພດນີ້ແມ່ນປະເພດທີ່ຮຸນແຮງທີ່ສຸດຂອງໄຂ້ເລືອດອອກ, ເຊີ່ງມັນລວມທັງອາການຂອງໄຂ້ທຳມະດາແລະປະເພດໄຂ້ອອກເລືອດ, ປະກອບດ້ວຍອາການພາຮສະມຮາທີ່ອອກມາຈາກຫຼອດເລືອດ, ເລືອດອອກທັງໃນແລະນອກຮ່າງກາຍ, ຊ໋ອກ( ຄວາມດັນເລືອດຕ່ຳ)

ໄຂ້ເລືອກອອກປະເພດນີ້ປົກກະຕິແລ້ວມັກເກີດຂື້ນຫຼັງຈາກທີ່ຕິດເຊື້ອ, ເມື່ອເຮົາມີພູມຄຸ້ນກັນທີ່ໃຊ້ງານແລ້ວ( ຍ້ອນວ່າເຄີຍຕິດພະຍາດ) ຫຼື ທ່າຮັບ( ຍ້ອນເກີດມາຈາກເຊື້ອກຳມະພັນ) ໂດຍສະເພາະແມ່ນໄວລັດ. ພະຍາດຈະສະແດງອາການຮຸນແຮງຫຼັງຈາກ 2 ຫາ ວັນ( ໄລຍະລົດໄຂ້). ຮູບແບບນີ້ແມ່ນມັກເກີດກັບເດັກນ້ອຍ( ບາງຄັ້ງກໍ່ເກີດກັບຜູ້ໃຫຍ່). ອາການພະຍາດປະເພດນີ້ອາດເຮັດໃຫ້ເສຍຊີວິດໄດ້, ພີເສດແມ່ນເດັກນ້ອຍແລະໄວລຸ່ນ.

ອາການຂອງໄຂ້ເລືອດອອກໃນເດັກນ້ອຍ

ເດັກນ້ອຍມີມີອາການຕິດເຊື້ອພະຍາດໄຂ້ເລືອດອອກແມ່ນຈະມີໄຂ້ສູງ, ປົກກະຕິຈະເຮັດໃຫ້ພໍ່ແມ່ນຫຼົງເຊື່ອວ່າລູກເປັນຫວັດຫຼືຕິດເຊື້ອແບັກຄີເລຍໃນການຫາຍໃຈ. ນອກຈາກນີ້ແລ້ວອາດຈະພົບອາການແຊກຊ້ອນອື່ນໆຕື່ນອີກ, ຖ້າທ່ານມີຄວາມຂ້ອງໃຈກ່ຽວກັບອາການຂອງພະຍາດແມ່ນຄວນໄປປືກສາທ່ານໝໍ

ເມື່ອໃດທ່ານຄວນໄປພົບທ່ານໝໍ

ຖ້າທ່ານຮູ້ສືກວ່າມີອາການໃດເກີດຂື້ນຕາມທີ່ກ່າວມາເບື້ອງເທີງຫຼືມີຄຳຖາມໃດໆ, ແມ່ນທ່ານຄວນທີ່ຈະໄປພົບແພດເພື່ອຂໍຄຳປືກສາ, ຖ້າວ່າໃນໄລຍະເວລາທີ່ຜ່ານມາໃກ້ນີ້ທ່ານໄດ້ເຂົ້າໄປໃນເຂດທີ່ມີເຊື້ອ ແລະມີໄຂ້ເລືອດອອກລະບາດແມ່ນຄວນຈະໄປກວດໂດຍທັນທີ. ຄວນທີ່ຈະປືກສາທ່ານໝໍເພື່ອເລືອກວິທີການທີ່ເໝາະສົມໃນການປ້ອງກັນແລະປີ່ນປົວ

ສາເຫດທີ່ພາໃຫ້ເກີດພະຍາດໄຂ້ເລືອດອອກ

ໄຂ້ເລືອດອອກທີ່ເກີດຈາກເຊື້ອໄວລັດສະນິດໜື່ງນັ້ນອາດເກີດມາຈາກຍຸງກັດ. ມີໄວລັດໄຂ້ເລືອກອອກຢູ່ 4 ປະເພດ, ທີ່ເອີ້ນຊື່ວ່າ virus DEN-1, DEN-2, DEN-3 và DEN-4. ສະນິດຍຸງທີ່ນຳສົ່ງເຊື້ອນັ້ນມີຊືີ່ວ່າ Aedes aegypti ຫຼືຍຸງ Aedes albopictus, ພວກມັນສາມາດນຳໄວລັດທີ່ເກີດເຊື້ອເຂົ້າເລືອດຂອງຄົນເຈັບດ້ວຍວິທີການເຈາະຄົນເຈັບ

  ຍຸງ Aedes aegypti ເຄື່ອນໄຫວໃນຕອນກາງເວັນ, ພີເສດແມ່ນຈະມີແຕ່ຍຸງພຽງສະນິດດຽວນີ້ທີ່ສາມາດເຈາະແລະ ແຜເຊື້ອ. ພະຍາດໄຂ້ເລືອດອອກຈະຢູ່ໃນທ້ອງຂອງຍຸງປະມານ 8 ຫາ 11 ວັນ. ເມື່ອເຈົ້າຖືກເຈາະໄວລັດຈະສະສົມໃນເລືອດປະມານ 2 ຫາ 7 ວັນ, ໃນຊ່ວງໄລຍະເວລານີ້ຖ້າວ່າຍຸງ Aedes aegypti ດູດເລືອດຂອງທ່ານແລ້ວເຊື້ອໄວລັດກໍ່ຈະເຄື່ອນໄປກັບຍຸງ.

  ຖ້າທ່ານໄດ້ຟື້ນຟູຮ່າງກາຍ, ຈະເຮັດໃຫ້ເກີດພູມຕ້ານທານຕໍ່ພະຍາດ, ແຕ່ວ່າທ່ານອາດຈະພຽງແຕ່ຕ້ານໄວລັດເທົ່ານັ້ນ. ໃນຊ່ວງເວລາດຽວກັນມັນມີໄວລັດເຖີງ 4 ສະນິດທີ່ແຕກຕ່າງກັນ, ມີຄວາມເປັນໄປໄດ້ວ່າທ່ານອາດຈະຕິດເຊື້ອໄວລັດອື່ນກໍ່ເປັນໄປໄດ້

ຄວາມອັນຕະລາຍຂອງການຕິດເຊື້ອພະຍາດໄຂ້ເລືອດອອກ

ພະຍາດໄຂ້ເລືອດອອກກໍ່ມັກພົບເຫັນເລື້ອຍໆບໍ?

ພະຍາດໄຂ້ເລືອດອອກເປັນພະຍາດທີ່ພົບຫຼາຍທີ່ສຸດຢູ່ໃນຄົນ ແລະ ມີຜູ້ຕິດເຊື້ອຫຼາຍລ້ານຄົນໃນແຕ່ລະປີ ແລະ ມີຜົນສະທ້ອນເຖີງທຸກກຸ່ມອາຍຸ. ພະຍາດໄຂ້ເລືອດອອກປົກກະຕິຈະປະກົດເຫັນໃນຊ່ວງລະດູຝົນ ແລະ ຫຼັງຈາກສີ້ນລະດູຝົນຢູ່ໃນເຂດຮ້ອນແລະເຂດຮ້ອນຊຸ່ມຄື: ອາຟິຮກາ, ອາຊີຕາເວັນອອກສ່ຽງໃຕ້, ຈີນ, ອີນເດຍ, ພາກຕາເວັນອອກກາງ, ເຂດກາລິບຽນ, ອາເມລິກາກາງ, ອາເມລິກາໃຕ້, ປາຊີຟີກຕາເວັນອອກສ່ຽງໃຕ້.

ມູນພາກໃດທີ່ເຮັດໃຫ້ໄຂ້ເລືອດອອກເພີ່ມຄວາມຮຸນແຮງ?

ມູນພາກຕໍ່ໄປນີ້ທີ່ເຮັດໃຫ້ຄວາມສາມາດໃນການຕິດເຊື້ອໄຂ້ເລືອດອອກອາການຮຸນແຮງ:

  • ດຳລົງຊີວິດຫຼືໄປທ່ອງທ່ຽວຢູ່ບັນດາເຂດທີ່ມີອາກາດຮ້ອນ ແລະຮ້ອນຊຸ່ມ ຈະເຮັດໃຫ້ເພີ່ນຄວາມສ່ຽງໃນການຕິດເຊື້ອໄວລັດທີ່ພາໃຫ້ເກີດໄຂ້ເລືອດອອກ. ພິເສດແມ່ນເຂດທີ່ມີຄວາມສ່ຽງສູງເຊັ່ນວ່າ: ອາຊີຕາເວັນອອກສ່ຽງໃຕ້, ບັນດາເກາະໃນມະຫາສະໝຸດອາຊີຕາເວັນອອກສ່ຽງໃຕ້, ອາເມລິກາລາຕິນ,ແລະເຂດຄາລີບຽນ. ( ປະເທດທີ່ກ່ຳລັງພັດທະນາມີຄວາມສ່ຽງທີ່ຈະເກີດໄຂ້ເລືອດອອກຫຼາຍກ່ວາປະເທດທີ່ພັດທະນາແລ້ວ.
  • ຖ້າວ່າກ່ອນໜ້ານີ້ທ່ານເຄີຍຕິດເຊື້ອໄຂ້ເລືອດອອກມາກ່ອນແລ້ວຖ້າມາຕິດອີກຈະເຮັດໃຫ້ອາການຮຸນແຮງແລະອັນຕະລາຍກ່ວາເກົ່າ.
  • ເດັກອາຍຸຕ່ຳກ່ວາ 12 ປີ.
  • ຜູ້ຍີງແລະຄົນທີ່ມີຜິວໜັງຂາວ.

ບັນດາເຕັກນີກດ້ານການແພດທີ່ເຮັດໃຫ້ສາມາດບົ່ງມະຕິພະຍາດໄຂ້ເລືອດອອກ

ການບົ່ງມະຕີພະຍາດໄຂ້ເລືອດອອກນັ້ນອາດມີຄວາມຫຍຸ້ງຍາກ, ເພາະວ່າອາການຂອງພະຍາດນັ້ນມັກຫຼົງກັນກັບພະຍາດອື່ນເຊັ່ນ: ໄຂ້ໜາວ, ໄຂ້ leptospira, ໄຂ້ typhoid fever

 ຖ້າວ່າໃນຊ່ວງເວລາອັນໃກ້ນີ້ທ່ານໄດ້ໄປທ່ອງທ່ຽວ, ທ່ານຄວນທີ່ຈະອະທິບາຍໃຫ້ທ່ານໝໍຟັງວ່າທ່ານໄປ່ທ່ຽວຮອດໃສ, ຢູ່ນັ້ນໃນຊ່ວງເວລາໃດ, ຢູ່ທີ່ນັ້ນທ່ານກໍ່ຖືກຍຸງກັດບໍ

 ການວິເຄາະບາງຢ່າງທີ່ສາມາດວັດລະດັບປະລິມານຂອງພະຍາດໄຂ້ເລືອດອອກປະກອບດ້ວຍ:

  • ລະດັບອີເລັກໄທຮ(Electrolytes)
  • ກາຮໃນເລືອດ
  • ການແຂງຕົວຂອງເລືອດ
  • ຕັບອ່ອນເພຍ
  • ສ່ອງລັງສີປອດເພື່ອຮັບຮູ້ການກະຈາຍນ້ຳເມືອກໃນປອດ

ບໍ່ມີວິທີປີ່ນປົວສະເພາະສຳລັບໄຂ້ເລືອດອອກ, ສ່ວນຫຼາຍໄຂ້ຈະດີຂື້ນໃນຊ່ວງ 2 ອາທິດ. ສີ່ງທີ່ສຳຄັນແມ່ນທ່ານໝໍຈະປີ່ນປົວເພື່ອຫຼີກລ້ຽງອາການໜັກທີ່ເກີດຂື້ນກັບເຈົ້າ, ສ່ວນທ່ານໝໍຈະເເນະນຳໃຫ້ທ່ານນອນພັກຜ່ອນ, ກີນນ້ຳຫຼາຍ, ທ່ານໝໍອາດຈະໃຫ້ຢາບາງຊະນີດຄື paracetamol (Tylenol®, Panadol®) ໃນເວລາດຽວກັນຢາສະນິດນີ້ມີສ່ວນຊ່ວຍໃນການລົດຄວາມເຈັບປວດຂອງກ້າມເນື້ອ.

 ທ່ານຄວນຫຼີກລ້ຽງຢາລົດຄວາມເຈັບທີ່ສາມາດຜັນປ່ຽນອາການເລືອດອອກເຊັ່ນວ່າ aspirin, ibuprofen ແລະ naproxen sodium.

 ສະເພາະອາການກໍລະນີທີ່ໜັກກ່ວານັ້ນ, ໄຂ້ເລືອດອອກອາດຈະເຮັດໃຫ້ເກີດອາການຊ໋ອກ ແລະ ເລືອດອອກ, ເຖີງເວລານີ້ແມ່ນທ່ານຄວນທີ່ຈະໄປໂຮງໝໍທັນທີ

ການກີນດື່ມທີ່ເໝາະສົມກັບຜູ້ທີ່ຕິດພະຍາດໄຂ້ເລືອດອອກ

ການດຳລົງຊີວີດແບບໃດທີ່ເປັນເງື່ອນໄຂຈຳກັດທີ່ນຳໄປສູ່ການຕິດເຊື້ອໄຂ້ເລືອດອອກ

ສະເພາະໄຂ້ເລືອດອອກລະດັບເບົາແມ່ນທ່ານສາມາດປີ່ນປົວຢູ່ເຮືອນກພໄດ້ໂດຍບໍ່ຕ້ອງໄປໂຮງໝໍ, ຈົ່ງກີນນ້ຳໃຫ້ຫຼາຍ, ກີນຢາລົດໄຂ້ຫຼືບັນເທົາຄວາມເຈັບປວດຕາມຄຳເນາະນຳຂອງທ່ານໝໍ.

ວີທີປ້ອງກັນແມ່ນ, ເວລາທີ່ໄປເຂດທີ່ມີໄຂ້ເລືອດອອກກ່ຳລັງແຜ່ຂະຫຍາຍແມ່ນໃຫ້ກຽມພ້ອມປ້ອງກັນ ຕໍ່ໄປນີ້ແມ່ນວິທີປ້ອງກັນ

  • ຄວນນອນໃນຫ້ອງທີ່ຊຸ່ມຊື່ນ, ສະອາດເພື່ອຫຼີກລ້ຽງບໍ່ໃຫ້ຍຸງເຂົ້າ
  • ຫຼີກລ້ຽງອອກໄປນອກເວລາໃກ້ຄ້ອຍແລງ, ໃກ້ຄ່ຳ, ກາງຄືນ ເພາະໃນຊ່ວງນີ້ຈະມີຍຸງຫຼາຍ
  • ນຸ່ງເຄື່ອງໂສ້ງເສື້ອປິດ, ເມື່ອຕ້ອງໄປເຂດທີ່ມີການແຜ່ເຊື້ອ, ທ່ານຕ້ອງໃສ່ເສື້ອແຂວນຍສວ, ໂສ້ງແຂວນຍາວ,
  • ທາຢາໄລ່ຍຸງຢູ່ສ່ວນທີ່ບໍ່ມີເຄື່ອງປິດ, ເຊັ່ນວ່າມື, ຕີນ, ໃບໜ້າແລະຄໍ

ຍຸງທີ່ນຳເຊື້ອໄວລັດໄຂ້ເລືອດອອກແມ່ນອາໄສຢູ່ໃນເຮືອນແລະນອກເຮືອນ, ພວກມັນມັກອາໃສຢູ່ຕາມບວກນ້ຳຄ້າງ, ເຊັ່ນວ່າ ໂອ, ຖັງ...ຈົ່ງເຮັດຄວາມສະອາດບໍລິເວນອ້ອມຂ້າງເພື່ອບໍໃຫ້ເປັນບ່ອນເພາະພັນຂອງຍຸງລາຍ, ຄວນປີດແອັ່ງນ້ຳໃຫ້ແຈບ, ທຳລາຍອຸປະກອນທີ່ອາດຈະມີນ້ຳຝົນຕົກຄ້າງ ( ຕົວຢ່າງເຊັ່ນ ກົງລົດເກົ່າ, ຖ້ວນບ່ວງ, ຊາມເກົ່າ....) ທ່ານສາມາດນຳໃຊ້ສານເຄມີທຳລາຍໄຂ່ຂອງຍຸງ. ຫຼືອາດຈະສະເໝີໄປຫ້ອງການສາທາລະນະສຸກເພື່ອມາພົ່ນຢາຂ້າຍຸງໃນເຂດຂອງທ່ານ

  ໄຂ້ເລືອດອອກເປັນພະຍາດທີ່ອັນຕະລາຍ, ບໍ່ວ່າໃຜກໍ່ສາມາດຕິດຕໍ່ໄດ້, ທຸກຄັ້ງທີ່ມີການແພລະມາດແມ່ນເຮັດໃຫ້ມີການເສຍຊີວິດແລະເສຍຄ່າຮັກສາຢ່າງຫຼວງຫຼາຍ. ສະນັ້ນພວກເຮົາທຸກຄົນຄວນມີຈິດສຳນືກໃນການປ້ອງພະຍາດ, ຈົ່ງຄິດສະເໝີວ່າບໍ່ມີຍຸງກະບໍ່ມີໄຂ້ເລືອດອອກ. ຈົ່ງພ້ອນກັນຮັກສາຄວາມສະອາດໃນສະຖານທີ່ຕົນກ່ຳລັງດຳລົງຊີວິດ, ທຳລາຍແຫຼ່ງເພາະພັນຂອງຍຸງລາຍ. ຄວນນອນໃນຍຸງບໍ່ວ່າກາງເວັນຫຼືກາງຄືນໃນເຂດທີ່ມີພະຍາດລະບາດ, ຖ້າມີອາການໃດຜິດປົກກະຕິແມ່ນທ່ານຄວນໄປພົບແພດເພື່ອຈະໄດ້ຫາວິທີປ້ອງກັນພັນກັບເວລາ.

ຂ່າວອື່ນໆ