ແມ່ບ້ານ - ພະນັກງານຮັກສາຄວາມປອດໄພ

ແມ່ນບ້ານ

ຂອບເຂດກຳນົດສົ່ງເອກະສານ: 04/06/2019

ໜ້າທີ່ຮັບຜິດຊອບ
- ຮັກສາຄວາມສະອາດ ງາມຕາ, ຄວາມເປັນລະບຽບຮຽບຮ້ອຍໃນຫ້ອງນອນຄົນເຈັບ, ຫ້ອງຜ່າຕັດ, ຫ້ອງອາບ, ຫ້ອງນ້ຳ, ລະບຽງ, ຂັ້ນໄດ, ຫ້ອງເຮັດວຽກ
- ບໍລິການຄົນເຈັບ: ປ່ຽນຜ້າປູໃຫ້ກັບຄົນເຈັບຕາມການກຳນົດ, ຖີ້ມຂອງເສດ, ທາດເສດເຫຼືອ, ກຳຈັດສີ່ງເປື້ອນເປິ ແລະ ອຸປະກອນທີ່ໃຊ້ກັບຄົນເຈັບ ຕ້ອງຮັບປະກັນໃຫ້ແຫ້ງ ແລະ ສະອາດ
- ຊ່ວຍເຫຼືອພະຍາບານດູແລຄົນເຈັບໃນກໍລະນິທີ່ຈຳເປັນ
- ເກັບມ້ຽນ, ທາດເສດເຫຼືອ: ຕັ້ງຖັງຂີ້ເຫຍື້ອໃຫ້ຖືກຕາມທີ່ກຳນົດໃຫ້ຂອງແຕ່ລະພະແນກ, ແຍກຊະນິດຂື້ເຫຍື້ອຈາກຫ້ອງນອນຄົນເຈັບ, ຫ້ອງຜ່າຕັດ, ຫ້ອງວິເຄາະ. ໃນເວລາເກັບມ້ຽນແມ່ນພະຍາຍາມຫຼີກລ້ຽງການຕົກເຮ່ຍທີ່ອາດຈະສົ່ງຜົນສະທ້ອນຕໍ່ສະພາບແວດລ້ອມອ້ອມຂ້າງ
- ປົກປັກຮັກສາຊັບສີນໃນເຂດຮັບຜິດຊອບ: ຮັກສາອຸປະກອນອະນາໄມ
- ວຽກງານອື່ນໆອີກຕາມການມອບໝາຍຂອງຜູ້ບໍລິຫານ
- ເງີນເດືອນແມ່ນຕາມການຕົກລົງຂອງສອງຝ່າຍ
ເງື່ອນໄຂສະໝັກ
- ຈົບໂຮງຮຽນສາມັນ
- ມີປະສົບການໃນຕ່ຳແໜ່ງທີ່ໃກ້ຄຽງ
- ວ່ອງໄວ, ດຸໝັ່ນ, ມີຂຸຂະພາບແຂງແຮງ
- ມີຄວາມຮັບຜິດຊອບໃນໜ້າທີ່ 
- ພົວພັນກັບລູກຄ້າດ້ວຍຄວານສຸພາບ, ໃຫ້ຄວາມເຄົາລົບແລະໃສ່ໃຈ
----------------------------------------------------------
ທ່ານ​ໃດ​ສົນ​ໃຈ​ສາ​ມາດ​ຢືນ​ເອ​ກະ​ສານ​ໃດ້​ທີ່​ຫ້ອງ​ບໍ​ລິ​ຫານ​ຂອງ​ໂຮງ​ໝໍ​ສະ​ຖານ​ທີ່​​ຕັ້ງ​ຢູ່ ຫຼັກ 5 ​ບ້ານ​ຈອມ​ມະ​ນີ,ຖະ​ໜົນ​ໄກ​ສອນ​ພົນວິ​ຫານ,ເມືອງ​ໄຊ​ເສກ​ຖາ,ກົງ​ກັນ​ຂ້າມ​ກັບ​ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ເສດ​ຖາ​ບໍ​ລິ​ຫານ​ຖຸ​ລະ​ກີດ
ທ່ານ​ສາ​ມາດ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ​ໃດ້​ທີ່​ເບີ 020 99793315 & 020 97122367

ຂໍ້ມູນການສັນຫາບຸກຄະລາກອນອື່ນໆ