ປາດ ອາມີດານ ຄວນ ຫຼື ບໍ່ ຄວນ

08/12/2020

ອັກເສບອາມີດານແມ່ນພະຍາດ ຫູ ດັງຄໍ ທີ່ມັກພົບໃນທງເດັກນ້ອຍ ແລະ ຜູ້ໃຫຍ່ ເມື່ອອາມີດານອັກເສບ ຄົນເຈັບຄວນມາໂຮງໝໍ ເພື່ອໃຫ້ທ່ານໝໍຊ່ຽວຊານ ແນະນຳວິທີປິ່ນປົວ ຫຼືມີໃບສັ່ັ່ງປາດອາມີດານຖ້າຈຳເປັນ

ປາດອາມີດານແມ່ນໜຶ່ງການຜ່າຕັດ ເອົາອາມີດານອອກຈາກບໍລິເວນຄໍ ນີ້ແມ່ນໜຶ່ງໃນບັນຫາທີ່ມັກພົບເລື້ອຍໆ, ມັກຖືກແນະນຳຈາກຄົນໄຂ້ເມື່ອໄປພົບແພດເຊັ່ນ:

+ຂ້ອຍມັກເຈັບຄໍເລື້ອຍໆ ຂ້ອຍມາກວດເພື່ອຢາກປາດອາມີດານ

+ຂ້ອຍມັກມີອາການໄອ ຂ້ອຍຢາກປາດອາມີດານ

+ຂ້ອຍເກືອນນ້ຳລາຍຍາກ ຂ້ອຍຢາກຂໍຄຳເຫັນເພື່ອໄຫ້ຂ້ອຍໄປປາດອາມີດານ

 ດັ່ງນັ້ນຄວນປາດອາມີດານຫຼືບໍ່

ປາດອາມີດານມີຜົນດີ ຫຍັງແລະຄວນຈະເຮັດເມື່ອໄດ?

 

 

-ຫຼຸດຄວາມຖີ່ຂອງການອັກເສບຄໍ ປາດອາມີດານແມ່ນຈະໄດ້ເຮັດເມື່ອຄວາມຖີ່ການອັກເສບຄໍພ້ອມກັບການມີໄຂ້ຫຼາຍກວ່າ 7ຄັ້ງ/ ປີ ຫຼື ຫຼາຍກວ່າ5ຄັ້ງ/2ປີ ຕິດກັນ

-ໝົດກິ່ນເໝັນຖ້າກິ່ນເໝັນເກີດຈາກ pus beancurd ,ແບັກທີເຣຍຈຳນວນໜຶ່ງທີ່ມີກິ່ນເໝັນ

ພະຍາດອາມີດານ ເນື້ອງອກອາມີດານທີ່ບໍ່ມີພິດ ມະເຮັງອາມີດານ

ອາມີດານໃຫຍ່ຫຼາຍ ເຮັດໃຫ້ການຫາຍໃຈລຳບາກ ກືນນ້ຳລາຍຍາກ ເຮັດໄຫ້ນອນໂກນ ມີຜົນກະທົບຕໍ່ການພັດທະນາຮ່າງກາຍ

ຄວາມຊ່ຽງເມື່ອປາດອາມີດານ

ປາດອາມີດານແມ່ນໜຶ່ງການແຊກແຊງຜ່າຕັດ ເພາະສະນັ້ນກໍ່ຈະມີປັດໄຈຊ່ຽງຄືກັບການຜ່າຕັດເວົ້າລວມ

+ຊ໋ອກຢາກ່ອນນອນຫຼັບ ,ຢານອນຫຼັບ

+ເຫຼືອດໄຫຼໃນເວລາປາດ ,ຫຼັງປາດ..

+ເສຍຊີວິດ :ຍ້ອນຄວາມເສຍຫາຍຂອງເສັ້ນເລືອດແດງໃຫຍ່(carotid), ຊ໋ອກຍ້ອນຢາ

ຍ້ອນອ້ອມອາມີດານມີເສັ້ນເລືອດຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນ ເສ້ນເລືອດແດງ carotid. ຄົນເຈັບທີ່ເປັນຝີອາມີດານ ດ້ານໃນອາມີດານເຂົ້າມາໃກ້ກັບເສັ້ນເລືອດແດງcarotid,ຫຼືບັນດາຄວາມຜິດປົກະກຕິຂອງ carotid ຝີໃກ້ທາງດ້ານໃນອາມີດານ ໃນກໍລະນີເສັ້ນເລືອດເສຍຫາຍໃນເວລາປາດງ່າຍທີ່ຄົນເຈັບຈະເສຍຊີວິດຍ້ອນຂາດເລືອດກະທັນຫັນ ເພາະສະນັ້ນປາດອາມີດານຊ່ວຍແກ້ໄໄຂການນຳສະເໜີຂອງຄົນເຈັບ ແລະຄວາມູາດຫວັງຂອງການສູນເສຍຫຼັງການຜ່າຕັດ

 

ຕ້ອງແນ່ໃຈວ່າອາການຂອງຄົນເຈັບແມ່ນເກີດຈາກອາມີດານຫຼືບໍ ?ຖ້າຖືກຕາມອາການຂອງຄົນເຈັບບໍ່ສະບາຍແມ່ນຍ້ອນອາການເອັກເສບອາມີດານຊຳເຮື້ອ ແມ່ນຫຼັງຈາກປາດອາມີດານອາການບໍ່ສະບາຍຂອງຄົນເຈັບທຽບໃສ່ຕອນກ່ອນຜ່າຕັດຈະສະແດງອອກດັ່ງນີ້:

+80%ອາການຈະໝົດໄປ

+15%ຍັງບໍ່ປ່ຽນແປງ

+5%ໜັກຂຶ້ນຍ້ອນໝົດຮົ້ວປ້ອງກັນຂອງບໍລີເວນຄໍ

ປາດອາມີດານໄດ້ຖືກດຳເນີນໄປແບບໃດ

ອາມີດານຈະໄດ້ຖືກເອັາອອກຈາກບໍລິເວນຄໍດ້ວຍອຸປະກອນທີ່ຕ່າງກັນ:

+Slude-Angle

+ມີດໄຟຟ້າໜຶ່ງຂົ້ວ- ສອງຂົ້ວ

+ມີດPlasma, ມີດLaser,complator

ຄົນເຈັບຄວນເອົາໃຈໃສ່ຫຼັງປາດອາມີດານ:

-ກິນຢາໃຫ້ຄົບຕາມໃບສັ່ງຂອງທ່ານໝໍ

-ພັກຜ່ອນໃຫ້ເໝາະສົມ ນອນໝອນສູງ

-ຄວນກິນອາຫານທີ່ອ່ອນ ຂັບຖ່າຍສະດວກ ດື່ມນ້ຳຫຼາຍ

-ບໍ່ຄວນກິນອາຫານທີ່ເຜັດ ຮ້ອນ ແຂງ ເພາະສາມາດເຮັດໃຫ້ແຜຜ່າຕັດຈີກຂາດແລະມີເລືອດອອກ

-ຄວນໄປພົບແພດເພື່ອກວດຄືນຫຼືມີປັນຫາຜິດປົກກະຕິ ໄຂ້ ເລືອດອອກຫຼາຍ

ປາດອາມີດານແມ່ນໜຶ່ງໃນການຜ່າຕັດສາມັນ ແລະບໍ່ຫຍຸ້ງຍາກ ເຖິງຢ່າງໄດກໍ່ຕາມເພື່ອຮັບປະກັນຄວາມປອດໄພ ຄົນເຈບຄວນເລືອກສະຖານທີ່ທາງການແພດທີ່ມີເງືອນໄຂດ້ານວິຊາຊີບຢ່າງເຕັມທີ່ ,ໜ້າເຊື່ອຖື.

ຂ່າວອື່ນໆ

ສີ່ງທີ່ຄົນເຈັບຕ້ອງໄດ້ປະຕິບັດເມື່ອມາກວດຢູ່ໂຮງໝໍໃນຊ່ວງທີ່ໄວລັດໂຄວິດ...

ໄວລັດໂຄວິດ 19 ສະເພາະຢູ່ລາວແມ່ນໄດ້ຮັບການຄວມຄຸມເປັນຢ່າງດີ ແລະ ມາຮອດໃນປະຈຸບັນແມ່ນຖືວ່າບໍ່ມີຜູ້ທີ່ຕິດເຊື້ອແລ້ວ. ແຕ່ວ່າສະຖານນະການຂອງພະຍາດໄວລັດໂຄວິດ 19...