ບໍ່ຄວນຖືເບົາຖ້າມີອາການສຽງແຫບຊ້ຳເຮື້ອອາດເປັນສາເຫດຂອງໂລກມະເຮັງຫຼອດອາຫານ

30/07/2021

ພວກເຮົາໄດ້ຄົ້ນພົບໂລກມະເຮັງຫຼອດອາຫານຂັ້ນສຸດທ້າຍໃນບາງຄົນໃນເວລາໄປກວດຍ້ອນອາການສຽງແຫບ. ພວກເຂົາແປກໃຈຫຼາຍແລະບໍ່ສາມາດຈິນຕະນາການໄດ້ວ່າພະຍາດຈະພັດທະນາການຄືແບບນັ້ນ?

ສຽງແຫບ ແມ່ນໜຶ່ງໃນອາການທີ່ບໍ່ແມ່ນເລື່ອງແປກ ສຳລັບຄົນເຈັບທີ່ຈະໄປກວດນຳຜູ້ຊ່ຽວຊານດ້ານ ຫູດັງຄໍ.

ອີງຕາມສະຖິຕິ, ອາການສຽງແຫບອາດຈະເປັນການສະແດງອອກຂອງ ພະຍາດຫຼອດສຽງອັກເສບກະທັນຫັນ ຫຼື ຊໍ້າເຮື້ອ, ພະຍາດຫຼອດສຽງອັກເສບຊໍ້າເຮື້ອແມ່ນຍ້ອນເນື່ອງຈາກອາການກົດໄຫຼຢ້ອນ, ... ແຕ່ວ່າມັນອາດຈະເປັນການສະແດງອອກຂອງພະຍາດອື່ນເຊັ່ນ: ເສັ້ນປະສາດຫຼອດສຽງລ່ອຍທີ່ເກີດຈາກໄວຣັສ, ຍ້ອນບັນດາກ້ອນເນື້ອງອກທີ່ເປັນອັນຕະລາຍຂອງອະໄວຍະວະທີ່ຢູ່ໃກ້ຄຽງບຸກລຸກໂຄງສ້າງຂອງຫຼອດສຽງ. 

ພວກເຮົາໄດ້ຄົ້ນພົບໂລກມະເຮັງຫຼອດສຽງຂັ້ນສຸດທ້າຍໃນບາງຄົນ, ໃນເວລາໄປກວດຍ້ອນອາການສຽງແຫບ. ເຂົາເຈົ້າແປກໃຈຫຼາຍແລະ ບໍ່ສາມາດຈິນຕະນາໄດ້ວ່າພະຍາດຈະພັດທະນາການຄືແນວໃດ?

ການສະແດງອອກຕາມປົກກະຕິແລ້ວມັກພົບເຫັນແມ່ນຄົນເຈັບເລີ່ມມີອາການສຽງແຫບເປັນເວລາຫລາຍເດືອນແລ້ວກໍ່ໄດ້ໄປຫາໝໍ ແລະ ກິນຢາ, ແຕ່ວ່າອາການສຽງແຫບກໍ່ນັບມື້ນັບຮຸນແຮງຂື້ນ. ການກວດນຳຜູ້ຊ່ຽວຊານດ້ານ ຫູດັງຄໍ ບໍ່ໄດ້ພົບວ່າມີອາການຜິດປົກກະຕິໃດໆນອກເໜືອຈາກເສັ້ນປະສາດຄວບຄຸມການເຄື່ອນໄຫວຂອງເສັ້ນສຽງ ຢູ່ດ້ານໜຶ່ງສູນເສຍການທຳງານ, ເຮັດໃຫ້ເສັ້ນສຽງ ແລະ ເສັ້ນປະສາດສຽງຖືກກະທົບເຮັດໃຫ້ປິດບໍ່ແຈບໄດ້ຈຶ່ງສ້າງໃຫ້ມີຊ່ອງຫວ່າງໃນເວລາເວົ້າ, ສະນັ້ນຈຶ່ງບໍ່ສາມາດອອກສຽງໄດ້.

ລັກສະນະຂອງສຽງແຫບປະເພດນີ້ແມ່ນສຽງແຫບແຕ່ຫາຍໃຈບໍອອກ, ສຽງສຸດທ້າຍຂ້ອນຂ້າງເຮັດໃຫ້ສຽງແຫບ ອັນເນື່ອງມາຈາກການລ່ອຍຖົດຖອຍຂອງເສັ້ນສຽງເບື້ອງໜຶ່ງ.

ສາເຫດຂອງອາການສຽງແຫບເນື່ອງຈາກໂລກມະເຮັງຫຼອດອາຫານເປັນເພາະວ່າເນື້ອງອກໄດ້ບຸກລຸກໂຄງສ້າງທີ່ຢູ່ໃກ້ຄຽງ, ບີບອັດຫຼື ທໍາລາຍເສັ້ນປະສາດຂອງລໍາຄໍທີ່ເກີດຂຶ້ນຊໍ້າແລ້ວຊໍ້າອີກ, ເຮັດໃຫ້ເກີດເປັນເສັ້ນປະສາດສຽງຄໍລ່ອຍ ແລະ ມີສຽງແຫບ. ເມື່ອມີການຂະຫຍາຍຕົວເພີ່ມຂຶ້ນ, ລະດັບຂອງສຽງແຫບຄ່ອຍໆເພີ່ມຂຶ້ນເຊິ່ງບໍ່ໄດ້ຕອບສະໜອງກັບການປິ່ນປົວ ຫຼື ການປິ່ນປົວທາງການແພດໃດໆ

ນອກຈາກອາການສຽງແຫບ, ຄຽງຄູ່ກັນນັ້ນຄົນເຈັບມັກຈະມີອາການໄອເປັນປະຈຳ. ອາດຈະຖືກປະກອບດ້ວຍການສະເອິ ແລະ ກືນຍາກ.

ແນວໃດກໍ່ຕາມ, ເນື່ອງຈາກວ່າສຽງແຫບບໍ່ຄ່ອຍມີຜົນກະທົບຕໍ່ການດຳລົງຊີວິດ ແລະ ການເຮັດວຽກຂອງຄົນເຈັບ, ຍົກເວັ້ນຜູ້ທີ່ຕ້ອງໃຊ້ສຽງໃນອາຊີບຂອງເຂົາເຈົ້າເຊັ່ນ: ຜູ້ປະກາດຂ່າວ, ນັກຮ້ອງ, ຄູອາຈານ...ສະນັ້ນ ເຂົາເຈົ້າມັກຈະອອກໄປກວດຊ້າ, ໃນເວລານັ້ນເນື້ອງອກມີການແຜ່ລາມກ້ວາງແລ້ວ, ການຄາດຄະເນການປິ່ນປົວຫຼຸດລົງ 70-80%. ສະນັ້ນ, ຄຳ ແນະນຳຂອງທ່ານ ໝໍກໍ່ຄືວ່າຄົນເຈັບບໍ່ຄວນຖືເບົາຖ້າມີອາການສຽງແຫບ.

 

ສາດສະດາຈານ . ຟ້າມທິບິກດ້າວ

ຂ່າວອື່ນໆ