ບົ່ງມະຕິໄຈ້ແຍກອາການເລືອດຈາງຍ້ອນການອັກເສບຊ້ຳເຮື້ອ ແລະ ເລືອດຈາງຍ້ອນຂາດທາດເຫຼັກ

08/12/2020

ໃນທາງການແພດ, ເລືອດຈາງຍ້ອນການອັກເສບຊ້ຳເຮື້ອມັກຈະຖືກມອງຂ້າມ ຫຼືບໍກໍ່ຈະມັກບົ່ງມະຕິຜິດເປັນເລືອດຈາງຍ້ອນຂາດທາດເຫຼັກ, ພິເສດແມ່ນໃນກໍລະນີທີ່ເລືອດຈາງຍ້ອນການອັກເສບຊ້ຳເຮື້ອ ປະກອບກັບການຂາດທາດເຫຼັກ (ACD/ID).

ທາດເຫຼັກມີບົດບາດສຳຄັນໃນການລວບລວມ hemoglobin ໃນຮ່າງກາຍ. ປະມານ 65 - 67% ຂອງປະລິມານທາດເຫຼັກໃນຮ່າງກາຍແມ່ນປະກອບດ້ວຍ hemoglobin, 30% ຂອງທາດເຫຼັກແມ່ນຖືກຮຳຮອງຢູ່ໃນຮູບແບບ ferritin ແລະ hemosiderin ຢູ່ໃນຈຸລັງຫຼອດເລືອດ (ສ່ວນໃຫຍ່ແມ່ນຢູ່ໃນຕັບ) ແລະ ທາດເຫຼັກອີກຈຳນວນໜື່ງແມ່ນປະກອບເຂົ້າຢູ່ໃນລະບົບພາກສ່ວນບາງຢ່າງຂອງ enzym. ຄວາມຜິດປົກກະຕິຂອງການນຳສົ່ງທາດເຫຼັກທຳອິດແມ່ນຈະມີຜົນກະທົບຕໍ່ການສັງລວມ hemoglobin ແລະ ຄັັງສຳຮອງທາດເຫຼັກ.

ສອງຮູບແບບຂອງອາການເລືອດຈາງທົ່ວໄປແມ່ນພົວພັນກັບການຂາດທາດເຫຼັກຈະແມ່ນເລືອດຈາງຍ້ອນການອັກເສບຊ້ຳເຮື້ອ  (ACD, ຍັງເອີ້ນອີກແບບໜື່ງວ່າເລືອດຈາງຍ້ອນພະຍາດຊ້ຳເຮື້ອ) ແລະ ເລືອດຈາງຍ້ອນຂາດທາດເຫຼັກນັ້ນເອງ (IDA).

ມີບາງພະຍາດທີ່ພົວພັນກັບເລືອດຈາງຍ້ອນການອັກເສບຊ້ຳເຮື້ອປະກອບດ້ວຍ: ພະຍາດອັກເສບຊ້ຳເຮຶ້ອ, ພະຍາດພູມແພ້ເຊັ່ນ ໂລກໄຂຄໍ່ອັກເສບ, lupus ລະບົບຜືນແດງ, ພະຍາດລຳໄສ້ອັກເສບ; ພະຍາດມະເຮັງ; ໂລກເລືອດຮ້າຍ, ໂລກໄຂ່ຫຼັງຊ້ຳເຮຶ້ອ... ພາກສ່ວນສຳຄັນຂອງ ເລືອດຈາງຍ້ອນການອັກເສບຊ້ຳເຮື້ອ ແມ່ນການກະທົບຂອງລະບົົບປ້ອງກັນໄວລັດທີ່ພາໃຫ້ເກີດຄວາມຜິດປົກກະຕິຂອງການສົ່ງທາດເຫຼັກ

 

 

ໃນທາງການແພດ, ເລືອດຈາງຍ້ອນການອັກເສບຊ້ຳເຮື້ອມັກຈະຖືກມອງຂ້າມ ຫຼືບໍກໍ່ຈະມັກບົ່ງມະຕິຜິດເປັນເລືອດຈາງຍ້ອນຂາດທາດເຫຼັກ, ພິເສດແມ່ນໃນກໍລະນີທີ່ເລືອດຈາງຍ້ອນການອັກເສບຊ້ຳເຮື້ອປະກອບກັບການຂາດທາດເຫຼັກ (ACD/ID).

 

 

 

 ປະຈຸບັນນີ້, ການບົ່ງມະຕິພະຍາດເລືອດຈາງຍ້ອນການອັກເສບຊ້ຳເຮື້ອແມ່ນພົບຄວາມຫຍຸ້ງຍາກຫຼາຍພໍສົມຄວນ, ຕ້ອງໄດ້ອີງໃສ່ຜົນການກວດທົ່ວໄປ ແລະ ຕົວເລກການວິເຄາະເພື່ອປະເມີນລັກສະນະຂອງທາດເຫຼັກໃນຮ່າງກາຍ. ມີການວິເຄາະບາງຢ່າງທີ່ມັກນຳມາໃຊ້ເຂົ້າໃນການບົ່ງມະຕິໄຈ້ແຍກເລືອດຈາງຍ້ອນການອັກເສບຊ້ຳເຮື້ອກັບເລືອດຈາງຍ້ອນຂາດທາດເຫຼັກ ປະກອບດ້ວຍ:

  1. ວິໄຈທາດເຫຼັກໃນຊີລຸ່ມ: ແມ່ນປະລິມານທາດເຫຼັກໃນຮອບວຽນເລືອດ.
  2. ວິໄຈ transferrin: Transferrin ແມ່ນ protein ການນຳສົ່ງທາດເຫຼັກຕົ້ນຕໍຂອງຮ່າງກາຍ.
  3. ວິໄຈ ferritin: Ferritin ແມ່ນ protein ສຳຮອງທາດເຫຼັກຕົ້ນຕໍຂອງຮ່າງກາຍ, ຖືກຜະລິດດ້ວຍຕັບ. ປະລິມານຂອງ ferritin ຊີລຸ່ມແມ່ນຈະສະທ້ອນເຖີງປະລິມານທາດເຫຼັກສຳຮອງຂອງຮ່າງກາຍ.
  4. ວິໄຈ transferrin receptor ລະລາຍ (TFR): ຕົວຮັບຂອງ transferrin ໃນແພຈຸລັງຈະເລີ່ມເຄື່ອນໄຫວເມື່ອຖືກຕັດສ່ວນໃດໜື່ງຂອງ protein ສັ້ນ ແລະ ປົດປ່ອຍເຂົ້າໄປໃນເລືອດ. ເອິ້ນວ່າ transferrin receptor ລະລາຍ (TFR). ປະລິມານ TFR ຈະກະທົບໂດຍກົງກັບທາດເຫຼັກຂອງແຜຈຸລັງໃນເມັດເລືອດແດງ.
  5. 5. ຕົວເລກ TFR/log ferritin ຊີລຸ່ມ: ຕົວເລກນິ້ແມ່ນໃຫ້ອະນຸຍາດຕີລາຄາລະດັບຄວາມຖືກຕ້ອງຂອງລັກສະນະທາດເຫຼັກໃນຮ່າງກາຍເນື່ອງຈາກມັນບໍ່ສົ່ງຜົນກະທົບກັບການຕອງສະໜອງກະທັນຫັນຂອງສ່ວນອື່ນ, ບັນດາຄວາມຜິດປົກກະຕິການໜ້າທີ່ການເຮັດວຽກຂອງຕັບ... ດັ່ງນັ້ນ, ນີ້ແມ່ນເຄື່ອງມືສະນິດໜື່ງທີ່ເປັນະໂຫຍກໃນການບົ່ງມະຕິເລືອດຈາງອັນເນື່ອງມາຈາກການອັກເສບຊ້ຳເຮື້ອ ແລະ ແຍກລະຫ່ວາງເລືອດຈາງຍ້ອນຂາດທາດເຫຼັກ, ພິເສດແມ່ນໃນກໍລະນີເລືອດຈາງຍ້ອນການອັກເສບຊ້ຳເຮຶ້ອປະກອບກັບການຂາດທາດເຫຼັກ

    

 

 

 

 

ຂ່າວອື່ນໆ

ສີ່ງທີ່ຄົນເຈັບຕ້ອງໄດ້ປະຕິບັດເມື່ອມາກວດຢູ່ໂຮງໝໍໃນຊ່ວງທີ່ໄວລັດໂຄວິດ...

ໄວລັດໂຄວິດ 19 ສະເພາະຢູ່ລາວແມ່ນໄດ້ຮັບການຄວມຄຸມເປັນຢ່າງດີ ແລະ ມາຮອດໃນປະຈຸບັນແມ່ນຖືວ່າບໍ່ມີຜູ້ທີ່ຕິດເຊື້ອແລ້ວ. ແຕ່ວ່າສະຖານນະການຂອງພະຍາດໄວລັດໂຄວິດ 19...